ຈີນ​ຍິນ​ດີ​ພ້ອມກັບປະ​ເທດ​ຕ່າງ​ໆ​ໃນ​ໂລກ​ເພີ່ມ​ຄວາມ​ໄວ້​​​ເນື້ອ​​ເຊື່ອ​ໃຈແລະ​ການ​ຮ່ວມ​ມື ບັນລຸ​ການ​ພັດທະນາ​ພ້ອມ​ກັນ

(GMT+08:00) 2010-03-07 17:45:09     cri
ວັນ​ທີ 7 ມີນາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກອງ​ປະຊຸມ​ປະຈຳ​ປີ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ທ່ານ​ຢາງ​ເຈຍ​ຊື,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ປີ 2010,ຈີນ​ຈະ​ສືບຕໍ່​ຊຸກຍູ້​ການ​ຕ່າງປະ​ເທດຄົບ​ວົງ​ຈອນ,ຍິນ​ດີ​ພ້ອມກັບປະ​ເທດ​ຕ່າງໆ​ໃນ​ໂລກ​ເພີ່ມຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ສະໜັບສະໜູນ​ກັນ​ແລະພັດທະນາ​ພ້ອມ​ກັນ,​ແລະ​ຈະ​ປະກອບສ່ວນ​ຫຼາຍ​ກວ່າ​ເກົ່າ​​​ເຂົ້າ​​ໃນສັນຕິພາບ ສະຖຽນ​ລະ​ພາບ​ແລະ​ການພັດທະນາຂອງພາກພື້ນ​ກໍ່​ຄື​ຂອງ​ໂລກ​ຕາມ​ຄວາມ​ສາມາດ​ຂອງ​ຕົນ.

ໃນ​ກອງ​ປະຊຸມ​ຂ່າວ​ເປັນ​ເວລາ​ເກືອບ 2 ຊົ່ວ​ໂມງ,ທ່ານ​ຢາງ​ເຈຍ​ຊື​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ຫຼາຍ​ຝ່າຍ​ແລະ​ບັນຫາ​ຈຸດ​ຮ້ອນ​ຂອງ​ພາກພື້ນ​ເຊັ່ນ​ຈຸດ​ໜັກ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ຈີນ​ໃນ​ປີນີ້,ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ,ບັນຫາ​ນີວ​ເຄຼຍ​ແຫຼມ​​ເກົາຫຼີ​ແລະ​ບັນຫາ​ອື່ນໆ.ທ່ານ​ຢາງ​ເຈຍ​ຊືກ່າວ​ວ່າ,ປີ 2010 ​ແມ່ນ​ປີ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ສືບຕໍ່​ຮັບ​ມື​ກັບ​ວິ​ກິດ​ການ​ການ​​ເງິນ​ສາກົນ,ຊຸກຍູ້​​ເສດຖະກິດ​ໂລກ​ໃຫ້​ຟື້ນ​ຕົວ​ຂຶ້ນ,ຈີນ​ຈະ​ສືບຕໍ່​ປົກ​ປັກ​ຮັກສາ​ອະທິປະ​​​ໄຕ ຄວາມ​ປອດ​​ໄພ​ແລະ​ຜົນ​ປະ​ໂຫຍ​ດພັດທະນາ​ແຫ່ງ​ຊາດ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ,ຊຸກຍູ້​ການ​ຕ່າງປະ​ເທດ​ຄົບ​ວົງ​ຈອນ.

"​ນະ​ໂອກາດ​ນີ້,ຂ້າພະ​ເຈົ້າຂໍ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ,ປີນີ້,ຕ້ອງ​ເຮັດການ​ຕ່າງປະ​ເທດກອງ​ປະຊຸມ​ສຸດ​ຍອດ​ແລະ​ການ​ຕ່າງປະ​ເທດ​ງານ​ວາງສະ​ແດງ​ໂລກ​ໃຫ້​ດີ​ຢ່າງ​ເປັນ​ພິ​ເສດ,ພ້ອມ​ກັນນັ້ນ,ຕ້ອງ​ສ້າງ​ສະພາບ​ແວດ​ລ້ອມ​ທາງ​ນອກ​ທີ່​ດີກ​ວ່າ​ເກົ່າ​ໃຫ້​ປະ​ເທດ​ພວກ​ເຮົາຮັກສາ​ຄວາມ​ໝັ້ນຄົງ ຊຸກຍູ້​ການ​ພັດທະນາ​ແລະ​ປັບປຸງອົງ​ປະກອບ."

ຕາມ​ຂ່າວ​ແຈ້ງວ່າ,ງານ​ວາງສະ​​ແດງ​ໂລກ​ທີ່​ຈະ​ໄຂ​ຢູ່​ນະຄອນ​ຊຽງ​ໄຮ​ໃນ​ເດືອນ​ພຶດສະພາ​ປີນີ້,​ໄດ້​ມີ 190 ກວ່າ​ປະ​ເທດ​ແລະ 50 ກວ່າ​ອົງການ​ຈັດຕັ້ງ​ສາກົນສະ​​​​ເໜີ​ຈະ​ເຂົ້າ​ຮ່ວມ,ຈະ​ມີ​ຜູ້ນຳ​ຕ່າງປະ​ເທດ​​ເກືອບ 100 ທ່ານ​ມາ​ຊຽງ​ໄຮ,​ແລະ​ຈະ​ມີ​ຜູ້​ຊົມ​ຕ່າງປະ​ເທດ​ຫຼາຍລ້ານ​ຄົນ​ມາ​ເຂົ້າ​ຮ່ວມ​ກິດຈະກຳ​ຕ່າງໆ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ຢູ່​ຊຽງ​ໄຮ.ທ່ານ​ຢາງ​ເຈຍ​ຊືກ່າວ​ເນັ້ນ​ວ່າ,ນີ້​ແມ່ນ​ງານ​ວາງສະ​ແດງ​ໂລກ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ທີ່​ພວມພັດທະນາ​ເປັນຄັ້ງ​ທຳ​ອິດ,ມັນ​ບໍ່ພຽງ​ແຕ່​​ເປັນ​ງານ​ໃຫຍ່​ໂຕ​ມະ​ໂຫລານ​ໃນ​ຂົງ​ເຂດ​ເສດຖະກິດ,ສັງຄົມ,ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ວັດທະນະທຳ​ເທົ່າ​ນັ້ນ,ຍັງ​ແມ່ນ​ງານ​ໃຫຍ່​ໂຕ​ມະ​ໂຫລານ​ດ້ານ​ການ​ຕ່າງປະ​ເທດ,ຍິ່ງ​ແມ່ນ​ໂອກາດ​ທີ່​ດີ​ສຳລັບ​ຈີນຮຽນ​ນຳ​ໂລກ​ແລະ​ປະຊາຊົນ​ຂອງ​ປະ​ເທດ​ຕ່າງໆ.

ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ທີ່​ຖືກ​ສົນ​ໃຈ​ຫຼາຍ​ໃນ​ຫວ່າງ​ມໍ່​ໆ​ນີ້,ທ່ານ​ຢາງ​ເຈີ​ສື​ຊີ້​ອອກ​ວ່າ,ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ,ຜູ້​ນຳ​ອາ​ເມລິ​ກາ​ພົບ​ປະດາ​ໄລ ລາ​ມະ​ແລະ​ການ​ກະທຳ​ທີ່​ກ່ຽວ​ຂ້ອງ​ອື່ນໆ,​ໄດ້​ລະ​ເມີດຫຼັກ​ການ​ໃນ​ປະກາດ​ແຈ້ງການ​ຮ່ວມຈີນ​ອາ​ເມລິ​ກາ3ສະບັບ​ແລະ"​ຖະ​ແຫຼງ​ການຮ່ວມ​ຈີນ​ອາ​ເມ​ລິ​ກາ",​ໄດ້​ທຳລາຍ​ຜົນ​ປະ​ໂຫຍດ​ສຳຄັນ​ຂອງ​ຈີນ,ທຳ​ລາຍ​ສະຖາ​ນະ​ການ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ,ຈີນ​ເດັດດ່ຽວ​ຄັດຄ້ານ​ເລື່ອງ​ນີ້.

"ສິ່ງ​ທີ່​ສຳຄັນ​ໃນ​ປະຈຸ​ບັນ​ກໍ່​ແມ່ນ​ອາ​ເມ​ລິ​ກາ​ປະຕິ​ບັດ​ຕໍ່ຫຼັກ​ໝັ້ນ​ຂອງ​ຈີນຢ່າງ​ຈິງ​ຈັງ,​ເຄົາລົບ​ຜົນ​ປະ​ໂຫຍ​ດ​ແກ່ນສານ​ແລະ​ຄວາມ​ສົນ​ໃຈ​ສຳຄັນ​ຂອງ​ຈີນ​ຢ່າງ​ແທ້​ຈິງ,​ແກ້​ໄຂ​ບັນຫາ​ອ່ອນ​ໄຫວ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ,ຮ່ວມ​ກັບ​ຈີນ​ພ້ອມ​ກັນ​ພະຍາຍາມ​​ເພື່ອ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃຫ້ຟື້ນ​ຟູການ​ຂະຫຍາຍ​ຕົວຢ່າງ​ໝັ້ນ​ທ່ຽງ."


ນອກ​ນີ້,ທ່ານ​ຢາງ​ເຈີ​ສື​ຍັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຈີນ​ຣັດ​ເຊຍ,ຈີນ​ຍິ່ປຸ່ນ,ຈີນ​ເອີ​ລົບ​ແລະ​ອື່ນໆ.ທ່ານ​ກ່າວ​ວ່າ,ຄວາມ​ເຂົ້າ​ໃຈ​ກັນ​ແມ່ນ​ພື້ນຖານ​ຂອງ​ການ​ພັດທະ​ນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ຫວັງ​ວ່າວົງ​ການ​ຕ່າງໆ​ໃນ​ໂລກ​ສາມາດ​ເຂົ້າ​ໃຈ​ລັກສະ​ນະ​ພິ​ເສດ​ແລະ​ສະພາບ​ແຫ່ງ​ຊາດຕົວ​ຈິງຂອງ​ຈີນ,ກໍ່ຫວັງ​ໃຫ້​ບາງ​ຄົນ​ສາມາດ​ປະ​ຖິ້ມ​ຄວາມ​ເຫັນ​ລຳອຽງ​ແລະ​ຈິນຕາ​ນາ​ການ​ເດີມ,​ໂດຍ​ສະ​ເພາະ​ແມ່ນ​ອະຄະຕິ​ໃນ​ດ້ານ​ຮູບ​ຖານ​ຈິດ​ສຳນຶກ.ຈີນ​ຍິນ​ດີ​ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ,​ເອົາ​ຈຸ​ດດີ​ຊົດ​ເຊີຍ​ຈຸດ​ອ່ອນ,ພ້ອມ​ກັນ​ພັດ​ທະນາ.

ທ່ານ​ຢາງ​ເຈີ​ສືຍັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ແລະ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ອື່ນໆ,ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນຂອງ​ຈີນ.ທ່ານ​ຊີ້​ອອກ​ວ່າ,ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ໃຫຍ່​ທີ່​ພວມ​ພັດທະນາ​ປະ​ເທດໜຶ່ງ,​ຈະປະ​ກອບສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນສັນ​ຕິພາບ,​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແລະຂອງ​ໂລກຕາມ​ຄວາມ​ສາມາດ​ຂອງ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ