ດັດ​ແກ້​ກົດ​ຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ມີ​ຄວາມ​ຫມາຍ​ຕົວ​ຈິງ​ຢ່າງ​ເລິກ​ເຊິ່ງ​ໃນ​ດ້ານ​ການ​ເລືອກ​ຕັ້ງ​ຢ່າງ​ສະ​ເຫມີ​ພາບ​ກັນ

(GMT+08:00) 2010-03-08 16:52:52     cri

​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄຂ​ຂຶ້ນ​ໃນ​ໄລຍະ​ນີ້,ວາລະ​ປະຊຸມ​ທີ່​ຕ່າງ​ຈາກທຸກ​ປີ​ທີ່​ຜ່ານ​ມາ​ກໍ່​ແມ່ນ​ພິຈາລະນາ​ຮ່າງກົດຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະບັບ​ດັດ​ແກ້.ວັນ​ທີ 8 ມີນາ​ນີ້, ຢູ່ນະຄອນຫລວງ​ປັກ​ກິ່ງ, ສະມາຊິກ​ສະພາ​ຜູ່​ແທນ​ປະຊາຊົນທົ່ວ​ປະ​ເທດ​ເກືອບ 3 ພັນ​ທ່ານ​ໄດ້​ຮັບ​ຟັງ​ການ​ອະທິບາຍ​ຂອງ​ທ່ານ​ວາງ​ຈ້າວ​ໂກ,ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ກ່ຽວ​ກັບ​ຮ່າງກົດຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະບັບ​ດັດ​ແກ້.​ເນື້ອ​ໃນ​ໃຈກາງຂອງ​ການ​ດັດ​ແກ້​ກົດຫມາຍ​ເທື່ອ​ນີ້​ກໍ່​ແມ່ນ​ມີ​ຈຸດປະສົງ​ເຮັດໃຫ້​​ການ​ເລືອກ​ຕັ້ງຜູ່​ແທນ​ປະຊາຊົນ​ຕົວ​ຈິງຕາມ​ຈຳນວນ​ປະຊາຊົນ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ທີ່​​ເທົ່າ​ທຽມ​ກັນ​,ສ່ວນ​ຈຸດປະສົງ​ຂອງ​ການ​ດັດ​ແກ້​ເທື່ອ​ນີ້​ກໍ່​ແມ່ນ​ເຮັດ​ໃຫ້​ລະບຽບ​ການ​ເລືອກ​ຕັ້ງ​ຂອງ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​ຕື່ມ.

ກົດ​ຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ຂອງ​ຈີນ​​ເຄີຍ​ໄດ້​ຮັບ​ການ​ດັດ​ແກ້​ຂະ​ຫນາດ​ໃຫຍ່​​ເທື່ອ​ຫນຶ່ງ​ແລະ​ດັດ​ແກ້​ຂະຫນາດ​ນ້ອຍ​ສີ່​ເທື່ອ.​ເທື່ອ​ນີ້​ໄດ້​ດັດ​ແກ້ 23 ມາດຕາ,​ເຊິ່ງກວມ​ເຄິ່ງຫນຶ່ງ​ຂອງມາດຕາ​ທັງ​ຫມົດ​​ໃນ​ກົດ​ຫມາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ.ທ່ານ​ວາງ​ຈ້າວ​ໂກ​ໄດ້​ອະທິບາຍ​ໃນ​ມື້​ນີ້​ວ່າ:​ເນື້ອ​ໃນ​ສຳຄັນ​ທີ່​ສຸດ​ໃນ​ການ​ດັດ​ແກ້​ເທື່ອ​ນີ້​ກໍ່ຄື:

ບັນລຸ​ການ​ເລືອກ​ຕັ້ງ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ຕາມ​ຈຳນວນ​ປະຊາຊົນຕົວ​ຈິງ​ໃນ​ຕົວ​ເມືອງ​ແລະ​ຊົນນະບົດ​ທີ່​ເທົ່າ​ທຽມ​ກັນ, ​ແລະ​ຮັບປະກັນ​ໃຫ້​ທຸກ​ເຂດ​ແຄວ້ນ, ທຸກ​ຊົນ​ເຜົ່າ​ແລະ​ຂົງ​​ເຂດລ້ວນ​ແຕ່​ມີ​ຜູ່​ແທນ​ປະຊາຊົນ​ຕາມ​ຈຳນວນ​ທີ່​ສົມ​ເຫດ​ສົມ​ຜົນ.
​​ເພື່ອ​ເປັນ​ການ​ສົມທົບ​ກັນ, ຍັງ​ມີ 5 ມາດ​ຕາ​ຖືກ​ດັດ​ແກ້.​ຜ່ານ​ມາ​ຜູ່​ແທນ​ປະຊາຊົນ​ໃນ​ຕົວ​ເມືອງ​ແມ່ນຫລາຍ​ກວ່າ 4 ​ເທົ່າ​ຂອງ​ຜູ່​ແທນ​ຂອງ​ຊາວ​ກະ​ສິ​ກອນ​ຈະ​ຖືກ​ດັດ​ແກ້​​ໃຫ້ເທົ່າ​ທຽມ​ກັນ.ສຳລັບ​ການ​ດັດ​ແກ້​ຂໍ້​ນີ້, ນາງ​ຊິ່ນ​ຊີ​ອີ້, ຊາວ​ກະສິກອນ​​ແຂວງ​ຫູ​ເປີຍ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ່​ແທນ​ປະຊາຊົນ​ທົ່ວ​ປະ​ເທດ​ສອງ​ເທື່ອ​ລຽນຕິດ​ນັ້ນ​ເຫັນ​ວ່າ, ການ​ດັດ​ແກ້​ດັ່ງກ່າວ​ຈະ​ເພີ່ມ​ຈຳນວນ​ຜູ່​ແທນ​ປະຊາຊົນ​ໃນ​ຊົນນະບົດ​ໃຫ້​ຫລາຍ​ຂຶ້ນ,ມີ​ຜົນ​ດີ​ຕໍ່​ການ​ສ່ອງ​ແສງ​ບັນຫາ​ຊົນນະບົດ​​ໄດ້​ດີກ​ວ່​າ​ເກົ່າ.

"ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ,​ໃນ​​ເວລາ​ເລືອກ​ຕັ້ງຜູ່​ແທນ​ສະພາ​ປະ​ຊາ​ຊົນ,​ປະ​ຊາ​ກອນ​​ໃນຕົວ​ເມືອງ​ແລະ​ປະ​ຊາ​ກອນ​​ໃນ​ຊົນ​ນະ​ບົດ​ຄວນ​ມີ​ອັດ​ຕາ​ສ່ວນ​​ທໍ່​ກັນ,ຖ້າວ່າ​ມີ​ຜູ່​ແທນ​ຊົນ​ນະ​ບົດ​ຫຼາຍ​ກວ່າ​ກໍ່​ຈະ​ສ່ອງ​ແສງ​ບັນ​ຫາ​ຫຼາຍ​ຂຶ້ນ.​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ໃຫ້​ຂໍ້​ສະ​ເໜີ​ແລະ​ວຽກ​ງານ​ດ້ານ​ອື່ນໆ​ໃນ​ອະ​ນາ​ຄົດ."

ທີ່​ຈິງ​ແລ້ວ,ຈີນ​ບໍ່​ເຄີຍຢຸດທຳ​ຄວາມ​ພະຍາຍາມ​ຈັກ​​ເທື່ອເພື່ອຈັດການ​ເລືອກ​ຕັ້ງທີ່​ສະ​ເໝີ​ພາບ​ທັງ​ໝົດ.​ພາຍຫຼັງພັກ​ຄອມ​ມູນິດ​ຈີນທີ່​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ຈີນ​ໄດ້​ວາງ​ເປົ້າ​ໝາຍ ທີ່​ຄ່ອຍໆ​​ເຮັດ​ໃຫ້​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​ເລືອກ​ຕັ້ງ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ໃນ​ອັດ​ຕາ​ສ່ວນ​ທີ່​ທໍ່​ກັນ​ໃນ​ປີ​2007​ແລ້ວ,​ອົງ​ການ​ນິ​ຕິ​ບັນ​ຍັດ​ຈີນ​ກໍ່​ລົງ​ມື​ກຽມ​ດັດ​ແກ້​ກົດ​ໝາຍ.

ນອກຈາກ​​ເຮັດ​ໃຫ້ການ​ເລືອກ​ຕັ້ງຜູ່​ແທນ​ສະພາ​ປະຊາຊົນສະ​ເໝີ​ພາບ​ກວ່າ​ເກົ່າ​ແລ້ວ,​ການ​ດັດ​ແກ້​ເທື່ອ​ນີ້​ຍັງ​ໄດ້​ເສີມ​ສ້າງ​ລັກ​ສະ​ນະ​ທົ່ວ​ໄປ​ຂອງ​ການ​ເລືອກ​ຕັ້ງ.ຮ່າງ​ກົດໝາຍ​ສະບັບ​ດັດ ແກ້​ລະບຸ​ໄວ້​ວ່າ,​ໃນ​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ,​ຄວນ​ມີ​ຜູ່​ແທນ​ຂັ້ນ​ພື້ນ​ຖານ​​ໃນຈຳ ນວນ​ອັນ​ເໝາະ​ສົມ,​ໂດຍ​ສະ​ເພາະ​ແມ່ນ​ຜູ່​ແທນ​ກຳ​ມະ​ກອນ,​ຊາວ​ກະ​ສິ​ກອນ​ແລະ​ປັນຍາ​ຊົນ.

ການ​ດັດ​ແກ້​ກົດໝາຍວ່າດ້ວຍ​ການ​ເລືອກຕັ້ງ​ເທື່ອ​ນີ້ອີງ​ຕາມ​ຫຼັກການ​ທີ່​ທຸກ​ຄົນ​ສະ​ເໝີ​ພາບ, ທຸກ​ເຂດ​ແຄ້ວນ​ສະ​ເໝີ​ພາບ​ແລະ​ທຸກ​ຊົນ​ເຜົ່າ​ສະ​ເໝີ​ພາບ.​ໃນ​ນັ້ນ,​ຄົນ​ຈີນ​ໄດ້​ລື້ງ​ກັບ​ຄຳ​ທີ່​ວ່າ ທຸກ​ຄົນ​ສະ​ເໝີ​ພາບ​ແລະ​ທຸກ​ຊົນ​ເຜົ່າ​ສະ​ເໝີ​ພາບ​ຈາກ​ການ​ເລືອກ​ຕັ້ງ​ມາ​ຫຼາຍ​ປີ​ແລ້ວ.​

ແຕ່​ຫຼັກການ​ທີ່​ວ່າທຸກ​ເຂດ​ແຄ້ວນ​ສະ​ເໝີ​ພາບ​ພັດ​ແມ່ນ​ນິຍາມ​ໃໝ່​ສຳ​ລັບ​ປະ​ຊາ​ຊົນ​ຈີນ.​ທ່ານ​ວາງ​ຈ້າວ​ກົວ​ສະ​ເໜີ​ໃຫ້​ຮູ້​ວ່າ:

"ຮັບປະກັນ​​ໃຫ້ແຫ່ງ​ຕ່າງໆ​ມີ​ສິດ​ສະ​ເໝີ​ພາບ​ເຂົ້າ​ຮ່ວມ​ອົງການ​ອຳນາດ​ແຫ່​ງຊາດ, ​ເຂດ​ບໍລິຫານ​ຕ່າງໆ​ບໍ່​ວ່າຈະ​ມີ​ປະຊາ​ກອນ​ຫຼາຍ​ເທົ່າ​ໃດກໍ​ຕາມ, ລ້ວນ​ແຕ່​ຄວນ​ມີ​ຈຳນວນ​ຜູ້​ແທນພື້ນຖານ​ຄື​ກັນ, ສາມາດ​ເລືອກ​ຕັ້ງ​ຜູ້​ແທນ​ຈຳນວນ​ໜຶ່ງ, ​ເພື່ອສະ​ແດງ​ໃຫ້​ເຫັນ​ເຂດ​ແຄວ້ນກັນ​ສະ​ເໝີ​ພາບ."

ນອກຈາກ​ການ​ດັດ​ແກ້​ເຫຼົ່າ​ນີ້​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ແລ້ວ, ການ​ດັດ​ແກ້"ກົດໝາຍ​ວ່າ​ດ້າວ​ຍການ​ເລືອກ​ຕັ້ງ"​ເທື່ອ​ນີ້​ຍັງ​ເອົາ​ໃຈ​ໃສ່​​ເລື່ອງປີກ​ຍ່ອຍ​ໃຫ້​​ເຂົ້າ​ສູ່​ລະບົບລະບຽບ​​ແບບ​ແຜນເພື່ອ​ປັບປຸງ​ລະບົບ​ການ​ເລືອກ​ຕັ້ງ​ໃຫ້​ສົມບູນ. ຕົວຢ່າງ​ວ່າ, ຕົກລົງລະອຽດ​ກ່ຽ​ກັບ​ການຕັ້ງ​ຫ້ອງ​ຂີດ​ບັດ​ເລືອກ​ຕັ້ງຢ່າງ​ປິດ​ລັບ, ​ເຮັດ​ໃຫ້ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ພົບ​ປະ​ກັບ​ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢ່າງ​ເປັນ​ລະບຽບ​ແບບ​ແຜນ, ຕົກລົງ​ເຮັດ​ຫີບ​ປ່ອນ​ບັດ​ເຄື່ອນ​ທີ່​ເປັນ​ຕົ້ນ.

ກ່ຽວ​ກັບການ​ດັດ​ແກ້"ກົດໝາຍ​ເລືອກຕັ້ງ"​ເທື່ອ​ນີ້, ນັກວິຊາການ​ຂອງ​ຈີນ​ເຫັນ​ວ່າ​​ເປັນ​ການ​ປັບປຸງ​ແລະ​ພັດທະນາ​ເອງ​ຂອງ​ລະບົບ​ການ​ເລືອກ​ຕັ້ງ​ທີ່​ມີ​ເອກະລັກ​ຂອງ​ຈີນ. ຮ່າງ"ກົດໝາຍ​ວ່າ​ດ້ວຍການ​ເລືອກ​ຕັ້ງສະບັບ​ດັດ​ແກ້"ທີ່​ຍື່ນໃຫ້​ຜູ້​ແທນ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ເກືອບ 3000 ທ່ານ​ຄົ້ນຄວ້າ​ພິຈາລະນາ​ນັ້ນ, ກ່ອນ​ໜ້າ​ນີ້​ເຄີຍ​ຜ່ານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພິຈາລະນາ​ສອງ​ເທື່ອ​ແລ້ວ, ​ແລະ​ໄດ້​ສຳ​ຫຼວດຄວາມ​ເຫັນຢູ່​ແຫ່ງ​ຕ່າງໆ​ແລະ​ພາກສ່ວນ​ຕ່າງໆ​ຫຼາຍ​ເທື່ອ​ແລ້ວ, ຮ່າງ​ດັດ​ແກ້​ກໍ​ເຄີຍ​ປະກາດ​ເນື້ອ​ໃນ​ທັງ​ໝົດ, ​ເພື່ອ​ຂໍ​ຄຳ​ເຫັນ​ຈາກ​ວົງ​ການ​ຕ່າງໆ​ຂອງ​ສັງຄົມ. ສ່ວນຜູ້​ແທນ​ສະພາ​ປະຊາຊົນ​​ແຫ່ງ​ຊາດທັງຫຼາຍ​ກໍ​ໄດ້​ເຫັນ​ຮ່າງ​ກົດໝາຍ​ກ່ອນ​ນີ້​ສອງ​ເດືອນ, ຜູ້​ແທນ​ຫຼາຍ​ຄົນ​ກໍ​ມີ​ຄວາມ​ເຫັນ​ທີ່​ດີຂອງ​ຕົນ​ຫຼາຍ, ​ແລະພວກ​ເພິ່ນ​ກໍ່​ໄດ້​ຂໍ​ຄວາມ​ເຫັນ​ຂອງ​ຝ່າຍ​ຕ່າງໆ​ຢ່າງ​ກວ້າງຂວາງ​ແລ້ວ. ຮ່າງ"ກົດໝາຍ​ວ່າ​ດ້ວຍການ​ເລືອກ​ຕັ້ງ"ສະບັບດັດ​ແກ້​ຈະ​ດັດ​ແກ້​​ໂດຍ​ອີງຕາມ​ຄວາມ​ເຫັນ​ຂອງພວກ​ເພິ່ນ, ​ແລະ​ຍື່ນ​ໃຫ້​ກອງ​ປະຊຸມສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນຄົ້ນຄວ້າ​ພິຈາລະນາ​ໃນ​ວັນ​ທີ 14 ມີນາ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ