ຊຸດ​ອົບ​ຮົມ​ຜູ້ອຳ​ນວຍ​ການ​ໃຫຍ່​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮວາ​ຈີນ​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ

(GMT+08:00) 2010-03-08 19:30:29     cri

ຕາມ​ຂ່າວສານ​ຊີ​ນຮວາ: ພິທີ​ໄຂ​ຊຸດ​ອົບ​ຮົມ​ຜູ້ອຳ​ນວຍ​ການ​ໃຫຍ່​ທີ່​ມີ​ຫົວ​ຂໍ້​ວ່າ"ປັນຍາ​ທາງ​ດ້ານ​ການ​ຄຸ້ມ​ຄອງ​ຕາ​ເວັນ​ອອກ​ຕາ​ເວັນ​ຕົກ"ຂອງ​ມະ​ຫາ​ວິທະຍາ​ໄລ​ຊິງ​ຮວາ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໂມ​ສອນ​ມິດ​ມະ​ຫາ​ວິທະຍາ​ໄລ​ວິທະຍາສາດ​ການ​ຊ່າງ​ໜານ​ຢາງ​ສິງກະ​ໂປ​ໃນ​ຕອນ​ຄ່ຳ​ວັນ​ທີ 7 ມີນາ​ນີ້. ​ແຂກຜູ້​ມີ​ກຽດ​ປະມານ 200 ທ່ານ​ທີ່​ມາ​ຈາກ​ມະ​ຫາ​ວິທະຍາ​ໄລ​ຊິງ​ຮວາ, ວົງ​ການ​ສຶກສາ, ວົງ​ການ​ວັດທະນະທຳ, ​ແລະ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງ​ສິງກະ​ໂປ​ໄດ້​ເຂົ້າຮ່ວມ​ພິທີ​ດັ່ງກ່າວ.

ສຳ​ມະ​ນາກ​ອນຂອງ​ຊຸດ​ອົບຮົມ​ດັ່ງກ່າວ​ແມ່ນ​ປະທານຫຼືຜູ້ອຳນວຍການ​ໃຫຍ່​ບໍລິສັດ​ທີ່​ມາ​ຈາກ​ຈີນ​ແລະ​ປະ​ເທດ​ຕ່າງໆ​ໃນ​ອາ​ຊຽນຄື​ສິງກະ​ໂປ, ມະ​ເລ​ເຊຍ, ຟິລິບ​ປິນ, ​ແລະ​ໄທ​ເປັນຕົ້ນ, ພ້ອມ​ດ້ວຍ​ເຈົ້າໜ້າ​ທີ່​ລະດັບ​ວາງ​ນະ​ໂຍບາຍ​ຂອງ​ວົງ​ການ​ຕ່າງໆ​ແລະ​ເຈົ້າໜ້າ​ທີ່​ລັດຖະບານ​ຂອງ​ປະ​ເທດ​ເຫຼົ່ານີ້.

ທ່ານ​ຫູ​ຕົ່ງ​ເສີງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ມະຫາວິທະຍາ​ໄລ​ຊິງ​ຮວາ​ກ່າວ​ວ່າ, ມະຫາ​ວິທະຍາສາດ​ຊີງ​ຮວາ​ມີ​ປະສົບ​ການ​ທີ່​ດີງາມ​ຄື​ວິຊາ​ຈີນ​ກັບ​ວິຊາ​ຕາ​ເວັນ​ຕົກ, ວິຊາ​ບູຮານ​ກັບ​ວິຊາ​ສະ​ໄໝ​ໃໝ່​ປະສົມ​ປະສານ​ເຂົ້າກັນ​ລະຫວ່າງ​ວັນນະຄະດີ​ແລະ​ວິທະຍາສາດ. ​ໃນ​ຖານະ​ເປັນ​ມະ​ຫາ​ວິທະຍາ​ໄລ​ທີ່​ມີ​ຊື່​ສຽງ, ມະຫາວິ​ທະຍາ​ໄລ​ຊີງ​ຮວາ​ຫວັງ​ຢາກ​ຈັດການ​ເຄື່ອງ​ໄຫວ​ຕ່າງໆ​ຄື​ຊຸດ​ອົບ​ຮົມ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນານ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ສິງກະ​ໂປ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ