ຈີນ​ເລັ່ງ​ລັດ​ບາດ​ກ້າວ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ​ໃຫ້​ໄວ​ຂຶ້ນ

(GMT+08:00) 2010-03-09 16:39:27     cri
ໃນ​ເວລາທ່ານ​​ເວີ່ນ​ເຈ່ຍ​ປາວ,ນາຍົກລັດຖະມົນຕີຈີນ​ໄດ້ລາຍ​ງາ​ນວຽກ​ງານ ຂອງ​ລັດຖະບານ​ໃນ​ກອງ​ປະ​ຊຸມ​ສະພາ​ຜູ່​ແທນປະຊາຊົນ​ແຫ່ງ​ຊາດ​ຈີນປະຈຳ​ປີ​ ​ໃນຫວ່າງ​ມໍ່ໆ​ມາ​ນີ້,​,ທ່ານຊີ້​ອອກ​ວ່າ, ປີ​ນີ້​ແມ່ນ​ປີ​ທີ່​ສັບສົນ​ຫຼາຍ​ເພື່ອ ​ສືບ​ຕໍ່​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນສາກົນ,ຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ຫມັ້ນທ່ຽງ​ແລະ​ໄວ​ສົມຄວນ​ ​ແລະ​ເລັ່ງລັດ​​​ຫັນປ່ຽນຮູບ​ການ​ພັດທະນາ​​ເສດ ຖະກິດ​ໃຫ້​ໄວ​ຂຶ້ນ. ຄຳ​ເວົ້າ​ຂອງ​ທ່ານ​ເວີ່​ນ​ເຈ່ຍ​ປາວ​ໄດ້​ເຮັດ​ໃຫ້​ມີ​ສຽງ​ສະທ້ອນ​ຢ່າງ​ກວ້າງຂວາງ, ​ໃນ​ເວລາ​ສະມາຊິກ​ຈຳນວນ​ຫນຶ່ງ​ຂອງສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ໃນ​ວົງ​ການ​ເສດຖະກິດ ​ໃຫ້​ສຳ​ພາດ ຕໍ່​ນັກ​ຂ່າວ​ນັ້ນ,​ ​​ພວກ​ເພິ່ນ​ລ້ວນ​ແຕ່​ກ່າວ​ວ່າ, ການ​ຍົກ​ລະດັບອຸດສາຫະກຳ​​ໃຫ້​ໄວ​ຂຶ້ນ ແມ່ນ​ບາດກ້າວ​ທີ່ສຳຄັນ​​ໃນ​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ຂອງ​ເສດຖະກິດ, ປະຈຸ​ບັນ,ການ​ປັບປຸງຂະ​ແຫນງ​ການ​​ດັ້ງ​ເດີມໃຫ້​ດີ​ຂຶ້ນ​ໃນ​ປະຈຸ​ບັນ​ນັ້ນ​ພວມ​ດຳ​ເນີນ​ໄປ​ຢ່າງ​ຮີບ​ດ່ວນ, ສ່ວນ​ສະພາບ​ແວດ​ລ້ອມ​​ພັດທະນາ ຂອງ​ຂະ​ແຫນງ​ການ​ທີ່​ຈະ​ເລີ​ນ​ໃຫມ່​ເຊັ່ນ​ວ່າ: ​ເສດຖະກິດທີ່​ລະບາຍກາກ​ບອນ​ຕ່ຳ, ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ ກໍ່​ໄດ້​ປັບປຸງ​ໃຫ້​ສົມບູນ​ຂຶ້ນ​​ເທື່ອ​ລະ​ກ້າວ, ອັນ​ໄດ້​ສ້າງ​ພື້ນຖານ​ອັນ​ຫນັກແຫ​ນັ້ນ​​ ​ໃຫ້​ແກ່​ການ​ພັດທະນາ​​ເສດຖະກິດແບບ​ຍືນ​ຍົງ​.​ ຕໍ່​ໄປ​ເຊີນທ່ານ​ຟັງລາຍລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້:

ປີ 2008, ວິ​ກິດ​ການ​ການ​ເງິນ​ສາກົນ​ທີ່​ນັບ​ມື້​ນັບຫນັກຫນ່ວງ ​ໄດ້​ເຮັດ​ໃຫ້​ຂະ​ແຫນງ​ການ​​ໂລຫະ​ມີ​ສີ​ຂອງ​ຈີນ ​ໄດ້​ຮັບຜົນ​ກະທົບ​ຢ່າງ​ຮຸນ​ແຮງ, ປີ 2009, ​ເພື່ອ​ຊ່ອຍ​​ເຫຼືອ​ໃຫ້​ຂະ​ແຫນງ​ການ​ໂລຫະ​ມີ​ສີ​ ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ​ເທື່ອ​ນີ້, ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ແຜນການ​ປັບ​ປຸງ​ແລະຟື້ນ​ຟູ​ຄວາມ​ຈະ​ເລີ​ນຂອງອຸດສາຫະກຳ​ໂລຫະ​ມີ​ສີ, ​ແລະ​ປະກາດ​ໃຊ້​ມາດ​ຕະການ​ຕ່າງໆ​ ເຊັ່ນ​ວ່າ: ​ເພີ່ມ​ການ​ປັບປຸງດັດ​ສ້າງ​ເຕັກນິກ​ໃຫ້ດີຂຶ້ນ, ​ຢຸດຕິ​ຂະ​ແຫນງ​ການ​ຈຳນວນ​ຫນື່ງທີ່ມີຄວາມ​ສາມາດ​ຜະລິດຫຼ້າ​ຫຼັງ ,​ພັດທະນາ​ເສດຖະກິດ​ຫມູນວຽນ​ແລະ​ອື່ນໆ,​​ອັນ​ໄດ້ເຮັດ​ໃຫ້​ວິ​ສາ​ກະ​ກິດ​ໂລຫະ​ມີ​ສີ ​ໄດ້​ຜ່ານ​ຜ່າວິ​ກິດ​ການການ​ເງິນ​ຢ່າງ​ຫມັ້ນ​ທ່ຽງ.

ການ​ກະທຳທັງ​ຫມົດ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້​ທ່ານ​ຫຼີ​ເພີ້ຍຊິ່ງ, ສະມາຊິກ​ສະພາ​ປຶກ​ສາ​ການ​ເມື​ອງປະຊາຊົນ​ແຫ່ງ​ຊາດທີ່​ເປັນປະທານ​ຄະນະ​ອຳນວຍ​ການ ຂອງກຸ່ມບໍລິສັດ​ໂລຫະ​ເງິນຫຸ້ນ​ສ່ວນແຂວງ​ກັ່ນ​ຊູ​ ໄດ້​ເລີ່​ມພິຈາລະນາ​ໃຫ້​ກ່ຽວ​ກັບຮູບ​ການ​ພັດທະນາ​ຂອງ​ຂະ​ແຫນງ​ການ​ໂລຫະ​ມີ​ສີ​ທັງ​ຫມົດ. ທ່ານ​ເຫັນ​ວ່າ, ​ເຖິງ​ວ່າ​ຜົນ​ກະທົບ​ຂອງ​ວິ​ກິດ​ການ​ການ​ເງິນ​ພວມ​ຜ່ອນຄາຍ​ລົງກໍ່ຕາມ, ​ແຕ່​ການ​ຍົກ​ລະດັບ​ອຸດສາຫະກຳ​ຂອງ​ຂະ​ແຫນງ​ການ​ທັງ​ຫມົດຄວນ​ຊຸກຍູ້​​ໃຫ້​ໄວ​ຂຶ້ນ.  
 
"​ເວົ້າ​ລວມ​ແລ້ວ​ຂະ​ແໜງ​ການ​ໂລ​ຫະມີ​ສີແມ່ນ​ຂະ​ແໜງ​ການ​ພວມ​ພັດທະນາ. ຈຳນວນ​ຕ້ອງການ​ສະ​ເລ່ຍຕາມ​ຫົວ​ຄົນ​ໃນ​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ 10%​ຫາ​20%​ຕໍ່​ປີ. ​ແຕ່​ວ່າ​ຂະ​ແໜງ​ການ​ໂລຫະ​ມີ​ສີ​ທີ່​ເປັນ​ຂະ​ແໜງ​ການຕ້ອງ​ໃຊ້​ຊັບ​ພະ​ຍາ​ກອນ, ​ປະ​ຈຸ​ບັນ​ຢູ່​ປະ​ເທດ​ພວກ​ເຮົາ​ພວມ​ປະ​ເຊີນ​ກັບ​ສະ​ພາບ​ຂາດ​ເຂີນ​ວັດ​ຖຸ​ດິບ​ຫຼາຍ,​ສະ​ນັ້ນ​ແຮງ​ກົດ​ດັນ​ດ້ານ​ຊັບ​ພະ​ຍາ​ກອນ​ແລະ​ດ້ານ​ສິ່ງ​ແວດ​ລ້ອມ​ຈິ່ງ​ມີ​ຫຼາຍ​ສົມ​ຄວນ.​ໃນ​ສະ​ພາບ​ດັ່ງ​ກ່າວ,​ບັນ​ຫາ​ຍົກ​ລະ​ດັບ​ຂອງ​ຂະ​ແໜງ​ການ​ຈິ່ງ​ສຳ​ຄັນ​ທີ່​ສຸດ."
ທ່ານ​ຫຼີ້ຕ້າວ​ຄຸຍ, ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ, ສາດສະດາຈານ​ສະ​ຖາ​ບັນ​ຄຸ້ມ​ຄອງ​ເສດຖະກິດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮວາ​ເຫັນ​ດີ​ນຳ​ທັດສະນະ​ຂອງ​ທ່ານ​ຫຼີ້​ເພ້​ຊິງ.​ທ່ານ​ຊີ້​ອອກ​ວ່າ, ປະ​ຈຸ​ບັນ,​ຮູບ​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ຈີນ​ລວມ​ທັງ​ຂະ​ແໜງ​ການ​ໂລຫະ​ມີ​ສີ​ລ້ວນ​ແຕ່​ຕ້ອງ​ການ​ການ​ປ່ຽນ​ແປງ. ຖ້າວ່າ​ອາ​ໄສ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ທີ່​ໃຊ້​ແຮງ​ງານ​ແລະ​ການ​ລົງ​ທຶນ​ຫຼາຍ​ເປັນ​ຕົ້ນຕໍ​ແລ້ວ,​ກໍ​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ການປ້ອງ​ກັນ​ຄວາມ​ສ່ຽງ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ເສດ​ຖະ​ກິດ​ໂລກ​ຢ່າງ​ບັງ​ເກີດ​ຜົນ.
ການ​ປ່ຽນ​ແປງ​ຮູບ​ການ​ພັດທະນາ​ເສດຖະກິດ, ບໍ່​ສາ​ມາດ​ຫຼົບ​ຫຼີກ​ອຸດສາຫະກຳ​ດັ້ງ​ເດີ່ມ​ຂອງ​ຈີນ. ທ່ານ​ໂຈ່ວ​ຈົ່ງ​ຊູ່, ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ປະ​ທານ​ກຸ່າ​ບໍ​ລິ​ສັດ​ແຮ່​ທັງ 5 ຂອງ​ຈີນ​ຊີ້​ອອກ​ວ່າ, ຍ້ອນ​ວ່າ​ອຸດ​ສາ​ຫະ​ກຳ​ດັ້ງ​ເດີ່ມກວມ​ອັດຕາ​ອ່າວ​ສູງ​ໃນ​ເສດ​ຖະ​ກິດ, ມີ​ຜູ້​ເຮັດ​ວຽກ​ທາງ​ດ້ານ​ນີ້​ກໍ​ຫຼາຍ, ສະ​ນັ້ນ​ຈີນ​ຕ້ອງ​ອອກ​ແຮງ​ຊຸກຍູ້​ໃຫ້​ຂະ​ແໜງ​ການ​ນີ້​ໄດ້​ຮັບ​ການ​ຍົກ​ລະ​ດັບ, ນີ້​ກໍ​ແມ່ນ​ຄວາມ​ຕ້ອງ​ການ​​ປ່ຽນ​ແປງ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ກໍ​​ແມ່ນ​ຄວາມ​ຕ້ອງ​ການ​ທີ່​ຮັກ​ສາ​ເພື່ອ​ຮັກສາ​ສະ​ຖຽນ​ລະ​ພາບ​ຂອງ​ສັງ​ຄົມ​ແລະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ, ທ່ານ​ສະ​ເໜີ​ວ່າ: "ອັນ​ທີ​ໜຶ່ງ​ແມ່ນ​ຄວນ​ເອົາ​ໃຈ​ໃສ່​ນຳ​ໃຊ້​ເຕັກ​ນິກ​ທັນ​ສະ​ໄໝ​ດັດ​ແປງ​ອຸດ​ສາ​ຫະ​ກຳ​ດັ້ງ​ເດີມ​ດັ່ງ​ກ່າວ,​ເຮັດ​ໃຫ້​ອຸດ​ສາ​ຫະ​ກຳ​ດັ້ງ​ເດີມ​ແລະ​ອຸດ​ສາ​ຫະ​ກຳ​ພື້ນ​ຖານ​ນີ້​ໄດ້​ຮັບ​ການ​ປະດິດ​ສ້າງ​ໃໝ່;ອັນ​ທີ​ສອງ​ແມ່ນ​ເອົາ​ໃຈ​ໃສ່​ສ້າງ​ຖາ​ນະ​ທ່າ​ແຮງ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ດັ້ງ​ເດີມ​ຂອງ​ຈີນ​ຢູ່​ໃນ​ການ​ແບ່ງ​ງານ​ສາ​ກົນ,​ປົກ​ປ້ອງ​ແລະ​ເປີດ​ກວ້າງ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ;​ອັນ​ທີ​ສາມ​ແມ່ນ​ເອົາ​ໃຈ​ໃສ່​ອັດ​ຕາ​ປະ​ກອບ​ສ່ວນ​ຕໍ່​ສັງ​ຄົມ​ຂອງ​ອຸດ​ສາ​ຫະ​ກຳ​ດັ້ງ​ເດີມ,​ໃຫ້​ຊັກ​ນຳ​ການ​ປະ​ກອບ​ອາ​ຊີບ,​ການ​ເກັບ​ສ່ວຍ​ສາ​ອາ​ກອນ​ແລະ​ການ​ເຕີບ​​ໂຕ​ຂອງ GDP;​ອັນ​ທີ​ສີ່​ແມ່ນ​ເອົາ​ໃຈ​ໃສ່​​ໃຫ້​ຜູ່​ປະ​ກອບ​ອາ​ຊີບ​ໃນ​ອຸດ​ສາ​ຫະ​ກຳ​ນີ້​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ."ບັນຫາ​ສະມາຊິກ​ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​ເອົາ​ໃຈ​ໃສ່​ນັ້ນ​ໄດ້​ດຶງ​ດູດ​ຄວາມ​ສົນໃຈ​ໃນ​ລະ​ດັບ​ສູງ​ຂອງ​ລັດ​ຖະ​ບານ​ຈີນ.​ໃນ​ບົດ​ລາຍ​ງານ​ວຽກ​ງານ​ລັດ​ຖະ​ບານ​ຂອງ​ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ​ໄດ້​ວາງ​ແຜນ​ການ​ລະ​ອຽດ​ຕໍ່​ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ນີ້​ໝາຍ​ຄວາມ​ວ່າ ການ​ປັບ​ປຸງ​​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ແລະ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ຈະ​ກາຍ​ເປັນ​ບັນ​ຫາ​ຫຼັກ​ຂອງ​ເສດ​ຖະ​ກິດ​ຈີນ​ໃນ​ປີ​ນີ້.​ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ:"ການ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແມ່ນ​ເລື່ອງ​ທີ່​ຊັກ​ຊ້າ​ບໍ່​ໄດ້.ຄວນ​ອອ​ກ​ແຮງ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຂົ້າ​ສູ່​ວົງ​ໂຄ​ຈອນ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ​ທີ່​ຖື​ການ​ປະ​ດິດ​ສ້າງ​ເປັນ​ພະ​ລັງ​ແຮງ​ແລະ​ບໍ່​ຕ້ອງ​ອາ​ໄສ​ພະ​ລັງ​ແຮງ​ຈາກ​ພາຍ​ນອກ.​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ປັບ ປຸງ​ອຸດ​ສາ​ຫະ​ກຳ​ຈຸດ​ໜັກ​ໃຫ້​ຈະ​ເລີນ;​ອອກ​ແຮງ​ກໍ່​ສ້າງ​ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃໝ່​ທີ່​ມີ​ລັກ​ສະ ນະ​ຍຸດ​ທະ​ສາດ;​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​ພັດ​ທະ​ນາ​ຕື່ມ​ອີກ;​ເລັ່ງ​ລັດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ບໍ​ລິ​ການ;​ຍຶດ​ໝັ້ນ​ເຮັດ​ວຽກ​ງານ​ປະ​ຢັດ​ພະລັງ​ງານ​ແລະ​ຫຼຸດ​ການ​ລະບາຍ​ມົນ​ລະ​ພິດ​ໃຫ້​ໜ້ອຍ​ລົງ​​​​ເປັນ​ຢ່າງ​ດີ;​ຊຸກ​ຍູ້​ໃຫ້​ເສດຖະກິດ​ຂອງ​ພາກ​ຕ່າງໆ​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳ​ສະ​ເໝີ​ກັນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ