ລັດຖະບານ​ໄທກ່າວ​ວ່າ​ສາ​ມາດ​ຄວບ​ຄຸມ​ສະ​ຖາ​ນະ​ການ​​ໃນ​ເວ​ລາ​ກຸ່ມ​ເສື້ອ​ແດງ​​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ໃຫຍ່​ໄດ້

(GMT+08:00) 2010-03-10 16:29:52     cri
ຕາມ​ຂ່າວCRI: ວັນ​ທີ 9 ມີນາ​ນີ້, ທ່ານ​ກະ​ສິດ ພິລົມ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​ກ່າວ​ວ່າ, ​ຕໍ່ກຸ່ມ​ແນວ​ໂຮມ​ປະຊາທິປະ​ໄຕ​ຕໍ່​ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທຫຼືກຸ່ມ​ເສື້ອ​ແດງມີ​ແຜນ​ຈະ​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງຕໍ່ຕ້ານລັດຖະບານຂະໜາດ​ໃຫຍ່​​ຢູ່​ທີ່​ບາງກອກ​ໃນ​ທ້າຍ​ອາທິດ​ນີ້, ລັດຖະບານ​​ໄທ​ສາມາດ​ຄວບ​ຄຸມ​ສະຖານະ​ການ​ໄດ້.

ວັນ​ດຽວ​ກັນ, ທ່ານ​ກະ​ສິດ​ໄດ້​ລາຍ​ງານ​ສະຖານະ​ການ​ພາຍ​ໃນ​ປະ​ເທດ​​ໄທ​ໃຫ້​ທູຕານຸທູດ​, ອົງການ​ຈັດຕັ້ງສາກົນ​ແລະ​ຜູ້ຕາງໜ້າຂອງ​ສະພາການ​ຄ້າ​ຕ່າງປະ​ເທດ​​ປະຈຳ​ຢູ່​ໄທ. ທ່ານ​ກະ​ສິດ​ກ່າວ​ວ່າ, ລັດຖະບານ​ໄທ​ຈະ​ຖອດ​ຖອນ​ບົດຮຽນ​ສາກົນ​ເພື່ອ​ຮັບ​ມື​ກັບ​ການ​​ໂຮມຊຸມນຸມ​ຂອງ​ກຸ່ມ​ເສື້ອ​ແດງ​ທີ່​ຢູ່​ໃຕ້​ຂອບ​ກົດໝາຍ. ຂະນະ​ດຽວ​ກັນ, ທ່ານ​ກະ​ສິດ​ຍັງ​ກ່າວ​ວ່າ, ຫວັງ​ວ່າ​ຜູ້​ເຂົ້າຮ່ວມ​ການ​ຊຸມນຸມ​ຈະ​ຊຸມ​ນຸມ​ແບບສັນຕິ, ຢ່າກໍ່​ຄວາມ​ຮຸນ​ແຮງ​ທີ່​ຝ່າຝືນຫຼັກການ​ປະຊາທິປະ​ໄຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ