ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ​ຈະ​ກາຍ​ເປັນ​ເວທີ​ທີ່​ຈີນ​ກັບ​ໂລກ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ

(GMT+08:00) 2010-03-10 18:00:16     cri

ໃນ​ຂະ​ນະ​ທີ່ມື້​ໄຂ​ງານ​ວາງ​ສະ​ແດ​ງ​ໂລກ​ຊຽງ​ໄຮ​ນັບ​ມື້​ນັບ​ຫຍັບ​ມໍ່​ເຂົ້າ​ມາ, ​ໃນ​ກອງ​ປະຊຸມ​ສອງ​ສະພາ​ປີ​ນີ້, ງານ​ວາງ​ສະ​ແດງ​ໂລກ​ກາຍ​ເປັນ​ຫົວ​ຂໍ້​ທີ່​ຜູ່​ນຳ​ລະດັບສູງ​ແລະ​ສະມາຊິກ​ສອງ​ສະພາ​ຂອງ​ຈີນ​​ໃຫ້​ຄວາມ​ເອົາ​ໃຈ​ໃສ່.ທ່ານ​ເວີນ​ເຈ່ຍ​ປາວ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້ກ່າວ​​ໃນ​ເວ​ລາ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ວ່າ, ຈະ​ຈັດ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ໃຫ້​ເປັນ​ງານ​ມະ​ຫະ​ກຳ​ທີ່​ສຳ​ເລັດ​ຜົນຢ່າງ​ດີ​ເລີດ​ແລະ​ລືມ​ບໍ່​ລົງ,​ ຈັດ​ເປັນ​ງານ​ມະຫະກຳ​ທີ່​ຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ຈີນ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ແລະ​ຮ່ວມ​ກັນ​ພັດທະນາ.ສະມາຊິກສະພາ​ຜູ່​ແທນ​ປະຊາຊົນ​ຈຳນວນ​ຫນຶ່ງ​ສະ​ເຫ​ນີວ່າ, ຈີນ​ຄວນ​ສວຍ​ໂອ​ກາດ​ຈັດ​ງານ​ວາງສະ​ແດງ​ໂລກຖອດ​ຖອນ​ບົດ​ຮຽນ​ອັນ​ກ້າວ​ຫນ້າ​ຂອງ​ຕ່າງປະ​ເທດ,ພ້ອມ​ທັງ​ຊຸກ​ຍູ້​ການ​ແລກປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ.

ນາງ​ຈູ່​ກົວ​ຜິ​ງ, ສະມາຊິກ​ສະພາ​ຜູ່​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແມ່ນ​ຫົວ​ຫນ້າ​ຄະນະ​ກຳ​ມະ​ການ​ຄຸ້ມ​ຄອງ​ຊຸມ​ຊົນ​ຫົງ​ຊູ​ເຂດ​ຊາງ​ນິງ​ຂອງ​ນະ​ຄອນ​ຊຽງ​ໄຮ,​ເຂດ​ທີ່​ນາງ​ເຮັດ​ວຽກ​ນັ້ນ​ມີ​ຫລາຍໆ​ຄອບຄົວ​ກຳລັງສະ​ເຫ​ນີຂໍ​ໃຫ້​​ໄດ້ຄຸນ​ວຸທິ​ເປັນ​ຄອບຄົວ​ຂອງ​ງານ​ວາງ​ສະ​ແດງ​ໂລກ.​ເມື່ອ​ຫລາຍ​ປີ​ກ່ອນ,​ຂະ​ເຈົ້າ​ກໍ່​ເລີ່​ມຮຽນ​ພາສາ​ອັງກິດ​ແລະ​ຄວາມ​ຮູ້​ກ່ຽວ​ກັບ​ງານ​ວາງສະ​ແດງ​ໂລກ, ​ແລະ​ຫວັງ​ຢາກ​ໃຫ້​​ເພື່ອນ​ມິດ​ຕ່າງ​ປະ​ເທດ​ທີ່​ໄປ​ຊົມ​ງານ​ວາງສະ​ແດ​ງ​ໂລກ​ນັ້ນ​ເຂົ້າ​ໄປ​ຊົມ​ເຮືອນ​ຂອງ​ເຂົາ​ເຈົ້ານຳ.​ນາງ​ເວົ້າ​ວ່າ: "ຊາວ​​ເມືອງ​ຊຽງ​ໄຮ້​ເຫັນ​ວ່າ​ການ​ກາຍ​ເປັນ​ຄອບຄົວ​ຂອງ​ງານ​ວາງ​ສະ​ແດງ​ໂລກ​ຈະ​ໄດ້​ພົບ​ຫນ້າ​ພໍ້​ຕາ​ເພື່ອນ​ມິດ​ຢ່າງ​ຫລວງ​ຫລາຍ,​ທັງ​ດີ​ໃຈ​ຫລາຍ,​ທັງ​ຮູ້​ສຶກ​ພາກ​ພຸມ​ໃຈ​ຫລາຍ,​ການ​ກາຍ​ເປັນ​ຄອບ​ຄົວ​ທີ່​ຕ້ອນ​​ຮັບ​ແຂກ​ຕ່າງ​ປະ​ເທດ​ກໍ່​​ແມ່ນ​ການ​ໄດ້​ຮັບ​ລາງ​ວັນ​ໃຫຍ່.​

ຫມົດ​ທຸກ​ຄົນ​ຫວັງ​ຢາກ​ເປັນ​ແນວ​ນັ້ນ​ເພາະ​ມັນ​ມີ​ກຽດ​ທີ່​ສຸດ."ແນ່ນອນ,ການ​ຍ່າງ​ເຂົ້າຄອບຄົວ​ຂອງ​ປະຊາຊົນສາມັນ​,ຮູ້ຈັກ​ວິຖີ​ດຳລົງ​ຊີວິດ​ແລະ​ຮີດ​ຄອງ​ປະ​ເພນີ​ຂອງ​ນະຄອນ​ຊຽງ​ໄຮ້​ພຽງ​ແຕ່​ແມ່ນ​ຄວາມ​ຮູ້​ສຶກ​ສ່ວນ​ໜຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຈະ​ໄດ້​ຈາກ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້.ທ່ານ​ຮົງ​ຮ້າວ,​ຜູ່​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ,​ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ບອກ​ໃຫ້​ຮູ້​ວ່າ,​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​ຈະ​ຈັດ​"ເຂດ​ສຳ​ຜັດ​ກັບ​ຕົວ​ເມືອງ​ທີ່​ດີ​ທີ່​ສຸດ"​ເປັນ​ເ​ທື່ອທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ງານ ວາງ​ສະ​ແດງ​ໂລກ,​ຈະ​ວາງ​ສະ​ແດງ​ແນວ​ຄວາມ​ຄິດ​ທີ່​ກ້າວ​ໜ້າ​ແລະ​ແບບ​ຢ່າງ​ອັນ​ດີ​ເລີດ​ດ້ານ​ການ​ພັດ​ທະ​ນາ​ຂອງ​50​ກວ່າ​ຕົວ​ເມືອງ​ໃນ​ໂລກ;ນອກ​ນີ້,​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ້​ຈະ​ກາຍ​ເປັນ​ເວທີ​ວາງ​ສະ​ແດງ​ໝາກ​ຜົນ​​ຂອງ​ການ​ນຳ​ໃຊ້​ເຕັກ​ນິກ​ສູງ,​ປະ​ເທດ​ຕ່າງໆ​ໃນ​ໂລກ​ຈະ​ສາ​ມາດ​ໃຊ້​ເປັນ​ໂອ​ກາດ​​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ.

ປະຈຸ​ບັນ​ນີ້,​ໃນ​ທົ່ວ​ໂລກ​ໄດ້​ມີ240​ກວ່າ​ປະ​ເທດ​ແລະ​ອົງການ​ຈັດຕັ້ງສາກົນ​ໄດ້​ຕົກ​ລົງ​ວ່າ​ຈະ​ເຂົ້າຮ່ວມ​ງານ​ວາ​ງສະ​ແດງ​,ຄາດ​ວ່າ​ຈະ​ມີ70​ລ້ານ​ເທື່ອ​ເຂົ້າ​ທ່ຽວ​ຊົມ,​ໃນ​ນັ້ນມີ3​ລ້ານ​5​ແສນ​ຄົນ​ມາ​ຈາກ​ຕ່າງ​ປະ​ເທດ.​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ເຕົ້າ​ໂຮມ​ກັນ​ຢູ່​ນະ ຄອນ​ຊຽງ​ໄຮ້,​ແລກ​ປ່ຽນ​ພູມ​ປັນ​ຍາ​ຂອງ​ມະ​ນຸດ,​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ທີ່​ມີຫຼາຍ​ສີ​ຫຼາຍ​ສັນ,​ພ້ອມ​ກັນ​ຄົ້ນ​ຄວ້າ​ວ່າ​ຈະ​ເຮັດ​ແນວ​ໃ​ດ​ເພື່ອ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດີ​ຂຶ້ນ​ໄປຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ.ທູດ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ກ່າວວ່າ​ ຢາກ​ໃຊ້​ງານ​ນີ້​ເພື່ອ​ເປີດ​ປະຕູ​,​​ໂຄສະນາ​ຄວາມ​ກ້າວໜ້າ​ທາງ​ເຕັກ​ນິກ​ວິ​ທະ​ຍາ​ສາດ,​ວັດ​ທະ​ນະ​ທຳ​ແລະ​ແຫຼ່ງ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕົນ.​ທ່ານ​ໂຈນ ມີດ ຮັນ​ສ໌​ແມນ,​ເອ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຈີນ​ກ່າວ​ວ່າ​:
ທ່ານ​ກ່າວ​ວ່າ:(Lປ່ອຍ​ສຽງ3 )

"ພວກ​ເຮົາ​ມີ​ຫໍ​ວາງສະ​ແດງ​ທີ່​ສວຍ​ງາມ​ທີ່​ສຸດ, ພວກ​ເຮົາ​ຈະ​ສ້າງ​ຫໍ​​ນີ້​ໃຫ້ດີ, ​ແລະ​ຈັດ​ວາງ​ຢ່າງລະອຽດ​ຮອບ​ຄອບ, ​ເພື່ອໃຫ້​ຫໍ​ວາງສະ​ແດງຂອງ​ອາ​ເມ​ລິ​ກາ ດຶງ​ດູດ​ໃຫ້​ປະຊາຊົນ​ຈີນ​​ຈຳນວນ​ຫຼວງ​ຫຼາຍ​ ​ເຂົ້າມາ​ຊົມ,​​ເພື່ອ​ຮູ້ຈັກ​ປະ​​ເທດ​ແລະ​ວັດທະນະທຳ​ຂອງ​ອາ​ເມ​ລິ​ກາ. ​ ​​"

ທ່ານ​​ອົສ໌ມານ  ອີ​ໂ​ຣ​ນ,ນັກ​ຂ່າ​ວສຳນັກ​ຂ່າວສານ​ໂລກ​ຂອງ​ຕວກກີ​ ເຄີຍ​ໄປ​ເອົາ​ຂ່າວ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ປີ​ນີ້,ທ່ານ​ຈະ​ມາ​ເອົາ​ຂ່າວ​ໃນ​ງາ​ນ ວາງ​ສະ​ແດງ​ໂລກ​ຊຽງ​ໄຮ, ​ເພື່ອ​ແຈ້ງ​ສະພາບການວາງສະ​ແດງ​ຂອງ​ຕວກກີ​ ແລະຄວາມ​ຍິ່ງ​ໃຫຍ່​ຂອງ​ງາ​ນວາງ​ສະ​ແດງ​ໂລກ​ຊຽງ​ໄຮ​ໃຫ້​ປະຊາຊົນ​ຕວກກີ​ຊາບ.  ທ່ານ​ກ່າວ​ວ່າ:     (Lປ່ອຍ​ສຽງ 4)

ຂ້າພະ​ເຈົ້າ​ຈະ​​ລາຍ​ງານ​ຂ່າວ​ກ່ຽວ​ກັບສະພາບ​ຂອງງາ​ນວາງ​ສະ​ແດງ​ໂລກ​ຊຽງ​ໄຮ, ງາ​ນວາງ​ສະ​ແດງ​ໂລກ​ ​ແມ່ນ​ງານທີ່​ໃຫຍ່​ໂຕ​ມະ​ໂຫລານ​​, ສ່ວນ​ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ ຈະ​ແມ່ນ​ງານ​ວາງສະ​ແດງ​​ໂລກ​ເທື່ອ​ຫນຶ່ງ​ທີ່​ມີ​ຂະຫນາດ​ໃຫຍ່​ທີ່​ສຸດ, ​ເຊິ່ງ ຈະ​ປະກອບ​ສ່ວນ​ອັນ​ສຳຄັນ​ຕໍ່​ນະຄອນ​ຊຽງ​ໄຮ​ແລະ​ຈີນ, ​ເທື່ອ​ນີ້ແມ່ນ​ງານ​ໃຫຍ່​ໂຕ​ມະ​ໂຫລານ​ອີກ​ເທື່ອ​ຫນຶ່ງ​ຂອງ​ຈີນ​ຫຼັງ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ.

ນັບ​ຈາກ​ມື້​ນີ້​ໄປ​ອີກບໍ່​ຮອດ 2 ​ເດືອນ, ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮກໍ່​ຈະ​ໄຂ​ຂຶ້ນ​ແລ້ວ ,​​ເມື່ອ​ຮອດ​ເວ​ລານັ້ນ, ງາ​ນວາງ​ສະ​ແດງ​ໂລກ​ຊຽງ​ໄຮ ທີ່​ຈະ​ດຳ​ເນີນ​ໄປ​​ເປັນ​ເວລາ​ເຄິ່ງປີ ຈະ​ຍິນ​ດີຕ້ອນຮັບ​ເພື່ອນມິດ​ທີ່​ມາ​ຈາກປະ​ເທດ​ຕ່າງໆ​​ໃນ​ທົ່ວ​ໂລກ.
 

 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ