ວິ​ສາ​ຫະກິດ​ຈີນ​ກ້າວ​ຂຶ້ນ​ສູ່​ເສັ້ນທາງ​ພັດທະນາ​ທີ່​ປະຢັດ​ພະລັງງານ​ແລະລະບາຍ​ກາກ​ບອນ​ໜ້ອຍ

(GMT+08:00) 2010-03-11 16:12:26     cri

​ເດືອນ​ພະຈິກ​ປີ​ກາຍ​ນີ້, ລັດຖະບານ​ຈີນ​ປະກາດ​ວ່າ, ຮອດ​ປີ 2020, ຫົວໜ່ວຍ GDPຂອງ​ຈີນ​ລະບາຍ​ກາກ​ບອນ​ດີ​ອັອກສິດ​ຫຼຸດລົງ 40%ຫາ45%ທຽບ​ກັບ​ປີ 2005, ​ແລະ​ຖື​ເປົ້າ​ໝາຍ​ດັ່ງກ່າວ​ເປັນ​ຕົວ​ເລກ​ຄາດໝາຍ​ຈຳກັດ, ຈັດ​ເຂົ້າ​ໃນ​ແຜນການ​ພັດທະນາ​​ເສດຖະກິດ​ສັງຄົມ​​ໄລຍະກາງ​ແລະ​ຍາວ. ​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ວິ​ສາ​ຫະກິດ​ຄວນ​ເຂົ້າ​ຮ່ວມ​ເສດຖະກິດ​ທີ່​ລະບາຍ​ກາກ​ບອນ​ໜ້ອຍ​ແນວ​ໃດ​ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​ຜູ້​ແທນ​ທັງຫຼາຍ​ສົນ​ໃຈ​ຫຼາຍ.

ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ທີ່​ທ່ານ​ເວີນ​ເຈ່ຍ​ປາວ, ນາຍົກລັດຖະມົນ ຕີຈີນ​ເຮັດ​ນັ້ນ, ກ່າວ​ໃນ​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ປີ​ນີ້, ອຸດສາຫະກຳ​​ໄດ້ຖືກ​ຈັດໄວ້​ຢູ່​ຖານະ​ລຳດັບໜຶ່ງ​ໃນ​ຂົງ​ເຂດ​ສຳຄັນ​ຂອງ​ການປະຢັດ​ພະລັງງານ​ແລະ​ລະບາຍອາຍ​ພິດ​ເຮືອນ​ແກ້ວ, ນີ້​ແມ່ນຍ້ອນ​ວ່າ​ໃນ​ເວລາ​ທີ່​ອຸດສາຫະກຳ​ຈີນ​ໄດ້​ສ້າງGDP 40%ຂຶ້ນ​ໄປ​ໃນ​ແຕ່ລະ​ປີ​ນັ້ນ​ໄດ້​ສິ້ນ​ເປືອງພະລັງງານ​ປະມານ 70%, ນອກ​ນັ້ນ, ຄວາມ​ຕ້ອງການອັອກຊີທາງ​ເຄມີແລະ​ການ​ລະບາຍ​ຊຸນ​ເຟີ​ດີ​ອັອກສິດ​ຂອງ​ອຸດສາຫະກຳ​ກໍ​ໄດ້​ກວມ​ປະມານ 40%​ແລະ80%ກວ່າຂອງ​ຍອດ​ຈຳນວນ​ການ​ລະບາຍ​ຂອງ​ທົ່ວ​ປະ​ເທດ, ບັນຫາ​ມົນ​ລະ​ພິດ​ກໍ​ພົ້ນ​ເດັ່ນ​ຫຼາຍ. ພາຍ​ໃຕ້​ແຮງ​ກົດ​ດັນ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ຢ່າງ​ໃຫຍ່​ຫຼວງ, ວິ​ສາ​ຫະກິດ​ອຸດສາຫະກຳຈີນ​ພວມ​ເພີ່ມ​ການ​ລົງ​ທຶນ​ຢ່າງ​ຕັ້ງໜ້າ, ສຸມ​ກຳລັງ​ເພື່ອ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ໃຫ້​ໜ້ອຍ​ລົງ.


ທ່ານ​ເຕີ້​ງສີ​ລິນ, ຜູ້​ແທນ​ຂອງ​ວິ​ສາ​ຫະກິດຂາງ​ແລະ​ເຫຼັກ​ກ້າ, ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ, ຜູ້ອຳ​ນວຍ​ການ​ໃຫຍ່​ຂອງ​ກຸ່ມ​ບໍລິສັດຂາງ​ແລະ​ເຫຼັກ​ກ້າ​ອູ​ຮ້ານກ່າວ​ວ່າ:

"​ໃນ​ໂຄງການ​ລົງທຶນ​ໃນ​ແຜນການ 5 ປີ​ຄັ້ງ​ທີ 11ຂອງ​ກຸ່ມ​ບໍລິສັດຂາງ​ແລະ​ເຫຼັກ​ກ້າ​ອູ​ຮ້ານ​ມີ 12% ​ແມ່ນ​ໃຊ້​ໃນ​ການ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວເພື່ອ​ອະນຸລັກ​ສິ່ງ​ແວດ​ລ້ອມ. ການ​ນຳ​ໃຊ້​ນ້ຳ​ໝູນວຽນ​ໄດ້​ຮອດ 98%​ແລ້ວ. ​ໄຟຟ້າ​ທີ່​ໃຊ້​ໃນ​ການ​ຜະລິດ​ຂອງ​ພວກ​ເຮົາ​ມີ 47% ​ແມ່ນ​ການ​ເກັບ​ຄືນ​ອາຍ​ແກັສ​ແລ້ວ​ຜະລິດ​ເປັນ​ໄຟຟ້າ."
 
 ໂດຍ​​ແນໃສ່ລັດຖະບານ​ຈີນ​ໄດ້​ວາງເປົ້າ​ຫມາຍປະຢັດ​ພະລັງງານ​ແລະ​ຫຼຸດການ​ລະບາຍ​ມົນ​ລະ​ພິດ​, ວິ​ສາ​ຫະກິດ​​ດັ້ງ​ເດີມ​ທີ່ສິ້ນ​ເປືອງ​ພະລັງ ງານຫຼາຍ,ລະບາຍມົນ​ລະ​ພິດ​​ຢ່າງ​ຫນັກຫນ່ວງ ຄວນ​ໃຊ້​ຮູບ​ການ​ປະ​ຢັດພະລັງງານ,​ເພື່ອ​ເຮັດ​ໃຫ້​ການ​ສິ້ນ​ເປືອງ​ພະລັງງານ​ແລະ​ລະບາຍ​ມົນ​ລະ​ພິດ​ໃຫ້​ຫນ້ອຍ​ລົງ. ຄັນຊັ້ນ, ​ເວົ້າສຳລັບ​ວິ​ສາ​ຫະກິດທີ່​​ໃຊ້​​ພະລັງງານ​ໃຫມ່ ​ແລະມີ​​ເຕັກ​ນິກສູງ​ແລະ​ໃຫມ່​ແລ້ວ, ລັດຖະບານ​ຈີນຈຶ່ງ​ໄດ້​ອອກ​ແຮງ ຊຸກຍູ້​ໃຫ້ປະ​ຢັດ​ພະລັງງານ​ແລະ​ຫຼຸດການ​ລະບາຍ​ມົນ​ລະ​ພິດ, ນີ້​ໄດ້​ສ້າງ​ໂອກາດ​ທີ່​ດີ​​ໃຫ້​ແກ່​ການ​​​ເປີດ​ກວ້າງ​ແຫຼ່ງຊັບ​ພະຍາກອນ​ອັນ​ມະຫາສານ.

ນາງ​ຫຼີສິ້ວລິນ, ຮອງ​ຜູ່​ຈັດການ​ໃຫຍ່​ຂອງ​ກຸ່ມ​ບໍລິສັດ​ລົງທຶນພະລັງ ໄຟຟ້າ​ ທັງ​ເປັນ​ປະທານ​ຄະນະ​ອຳນວຍ​ການ​ຂອງ​ບໍລິສັດ​ພະລັງ​ໄຟ​ຟ້າ​ສາກົນ​​ຈີນຈຳກັດ​ ກ່າວ​ວ່າ, ວິ​ສາ​ຫະກິດ​ທີ່​ນາງ​ເຮັດ​ວຽກ​ຢູ່​ນັ້ນ ​ໄດ້​ດຳ​ເນີນຫຼາຍ​ໂຄງການ​ພະລັງໄຟ​ຟ້າ​ສະອາດ ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ.


 "ມາ​ຮອດ​ປະຈຸ​ບັນ, ພວກ​ເຮົາ​ໄດ້ພັດທະນາການຜະ​ລິດ​ໄຟຟ້າ​ດ້ວຍ​ພະລັງ​ລົມ ດ້ວຍຂີ້​ເຫຍື້ອ​,ພະລັງງານແສງ​ຕາ​ເວັນ​ແລະວັດຖຸຊີວະຊາດຢູ່ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ຄື​​:ມີ​ປະມານ 20 ກວ່າ 11 ​ແຂວງ​,ກຳ​ແພງ​ນະຄອນແລະ​ເຂດ​ປົກຄອງ​ຕົນ​ເອງ​. ​ ພວກ​ເຮົາ​ໄດ້​ຕິດ​ຕັ້ງຈັກ​ຜະລິດ​ໄຟຟ້າດ້ວຍພະ ລັງງານລົມມີ 10 ລ້ານ​ກິ​ໂລ​ວັດ, ນອກ​ນີ້ ,ພວກ​ເຮົາ​ຍັງ​ມີ​ໂຮງ​ຜະ​ລິດ​ໄຟຟ້າ​ດ້ວຍ​ຂີ້​ເຫ​ຍື້​ອທີ່ມີ​ຂະຫນາດໃຫຍ່​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ຫວ່າງ​ມໍ່ໆ​ນີ້, ພວກ​ເຮົາ​ໄດ້​ເຊັນ​ສັນຍາ​ຢູ່​ແຂວງ​ໄຫ​ຫຼຳ​ເພື່ອ​ສ້າງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ພະລັງງານ​ໃຫມ່​ຊີວະ​ພາບທີ່ລະບາຍ​ກາກ​ບອນ​ຕ່ຳ, ​​ແລະນຳ​ໃຊ້ຫມາກຜົນທີ່​​​ຄົ້ນຄວ້າ​ພັດທະນາ​ພະລັງງານ​ແສງ​ຕາ​ເວັນ​ທີ່​ທັນ​ສະ​ໄຫມ​​ໃນ​ໂລກ​​​ແລະຜະ​ລິດຕະພັນ​ໃຫມ່​ທີ່​ຜະ​ລິດ​​ໄຟຟ້າ​ ດ້ວຍ​ພະລັງລົມ​ຄ່ອຍໆ​ຢູ່​​​ແຫ່ງ​ນີ້."

ປະຈຸ​ບັນ​, ຈີນ​ໄດ້ມີວິ​ສາ​ຫະກິດ​ລົດຍົນ 30 ກວ່າແຫ່ງເລີ່​ມ​ລົງມື​ຄົ້ນຄວ້າ​ພັດທະນາລົດຍົນ​ທີ່ນຳໃຊ້​ພະລັງງານ​ໃຫມ່, ຄື: ລົດ​ເກ໋ງ, ລົດ​ຕູ້,ລົດ​ທຳ​ຄວາມ​ສະອາດ​ຕາມຖະຫນົນ​ຫົນທາງແລະ​ອື່ນໆ

ເຖິງ​ວ່າ​ວິ​ສາ​ຫະກິດ​ຈີນ​ມີ​ຄວາມ​ຫ້າວຫັນ​ຫລາຍ​ໃນ​ການ​ເຂົ້າຮ່ວມ​ການ​ສ້າງສາ​ເສດຖະກິດ​ທີ່​ລະບາຍ​ກອກ​ບອນ​ຕ່ຳກໍ່ຕາມ, ​ແຕ່​ກໍ່​ບໍ່​ສາມາດ​ປົກ​ປິດ​ຄວາມ​ຫຍຸ້ງຍາກ​ທີ່​ຈີນ​ປະ​ເຊີນ​ໃນ​ດ້ານ​ການ​ປະຢັດ​ພະລັງງານ​ແລະ​ຫລຸດ​ການ​ລະບາຍ​ມົນລະ​ພິດ.ສະນັ້ນ, ສະມາຊິກ​ສະພາ​ຜູ່​ແທນ​​ແຫ່ງ​ຊາດຫລາຍ​ທ່ານ​ໄດ້​ສະ​ເຫ​ນີຂໍ້​ສະ​ເຫ​ນີກກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ທີ່​ລະບາຍ​ກອກ​ບອນ​ຕ່ຳ​ຈາກ​ດ້ານ​ຕ່າງໆ,​ເຊິ່ງກ່ຽວ​ພັນ​ເຖິງ​ການ​ເພີ່ມຄວາມ​ແຮງ​ໃນ​ການ​ສະຫນັບສະ​ຫນູນ​ຂະ​ແຫນງ​ການ​ຜະລິດ​ວັດຖຸ​ດິບ​ໃຫມ່​ທີ່​ມີ​ກາກ​ບອນ​ຫນ້ອຍ,​ຄົ້ນຄວ້າ​​ແລະ​ພັດທະນາ​ອຸດສາຫະກຳກາກ​ບອນ​ຫນ້ອຍ,ສ້າງ​ມາດຖານ​ອະນຸມັດ​ຂະ​ແຫນງ​ການ​ທີ່​ກ່ຽວຂ້ອງ​ແລະ​ອື່ນໆ.​

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດຈີນ​ຈັດ​ຂຶ້ນ,ທ່ານ​ເຊ້ຍ​ເຈີ້ນ​ຫວາ,ຮອງ​ຫົວຫນ້າ​ຄະນະ​ກຳມະການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ:ໃນ​ຕໍ່ຫນ້າ​ນີ້,ຈະ​ເລັ່ງລັດ​ການ​ເຜີຍ​ແຜ່​ເຕັກນິກ​ແລະ​ຜະລິດ​ຕະພັນ​ທີ່​ປະຢັດ​ພະລັງງານ​ແລະ​ຫລຸດ​ການ​ລະບາຍ​ມົນ​ລະ​ພິດ​,ສືບ​ຕໍ່​ປະຕິບັດ​ໂຄງການ​ຜະລິດ​ຕະພັນ​ປະຢັດ​ພະລັງງານ​ທີ່​ສ້າງ​ຜົນ​ປະ​ໂຫຍ​ດ​ໄປ​ໃຫ້​ປະຊາຊົນ.ບົນ​ພື້ນຖານ​ທີ່​ເຜີຍ​ແຜ່​ເຄື່ອງ​ປັບ​ອາກາດ​​ແລະ​​ໄຟຟ້າ​ທີ່​ປະຢັດ​ພະລັງງານ​ແລ້ວ, ປີ​ນີ້​ຍັງ​ຈະ​ປະກາດ​ໃຊ້​ວິທີ​ໃຫ້ການ​ອຸດ​ຫນູນ​ດ້ານ​ການ​ເງິນ​ຕໍ່​ຜະລິດ​ຕະພັນ​ລົດ​ເກັ໋​ແລະ​ເຄື່ອງ​ຈັກ​ທີ່​ປະຢັດ​ພະລັງງານ​ອີກ,ຈະ​ວາງນະ​ໂຍບາຍ​ແບບ​ລະດົມ​ໃຈ.ການ​ສ້າງ​ນະ​ໂຍບາຍ​ເສດຖະກິດ​ທີ່ສົມບູນ​, ຊຸກ​ຍູ້​ການ​ປະຕິ​ຮູບ​ລາຄາ​ຂອງ​ຜະລິດ​ຕະພັນ​ຊັບພະຍາກອນ​ແລະ​ການ​ເກັບ​ຄ່າ​ດ້ານການ​ອະນຸລັກ​ສິ່ງ​ແວດ​ລ້ອມຢ່າງ​ຫນັກ​ແຫນ້ນ,ຕັ້ງຫນ້າ​ຜັນຂະຫຍາຍ​ນະ​ໂຍບາຍ​ການ​ເງິນ​ແລະ​​ເກັບສ່ວຍ​ສາ​ອາກອນ​ຂອງ​ລັດ​ທີ່​ສະຫນັບສະຫນູນ​ການ​ປະຢັດ​ພະລັງງານ​ແລະ​ຫລຸດ​ການ​ລະບາຍ​ມົນ​ລະ​ພິດຢ່າງ​ຕັ້ງຫນ້າ,​ເພີ່ມ​ລັກສະນະ​ເປັນ​ເຈົ້າການ​ຂອງ​ວິ​ສາ​ຫະກິດ​ໃນ​ດ້ານ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ