ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ຈະ​ຢ້ຽມ​ຢາມ​ຈີນ​ໃນ​ກາງ​ເດືອນ​ນີ້

(GMT+08:00) 2010-03-11 19:57:18     cri

ຕາມ​ຂ່າວcri:​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນຂອງ​ທ່ານ​ຢາງ​ເຈີ​ສື້,ລັດ​ຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ,ທ່ານ​ສຸລິນ ພິດ​ສຸວັນ,​ເລຂາ​ທິການ​ໃຫຍ່​ອາ​ຊຽນຈະ​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ16ຫາ​ວັນ​ທີ22​ເດືອນ​ມີນາ​ນີ້.


ວັນ​ທີ11ມີນາ​ນີ້,ທ່ານ​ຊິງ​ກ່າງ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ຢາງ​ເຈີ​ສື້,ລັດ​ຖະມົນ​ຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ສຸລິນ ພິດ​ສຸວັນ.ຈີນ​ຫວັງ​ວ່າການ​ຢ້ຽມຢາມ​​ເທື່ອ​ນີ້​ຈະ​ຊຸກຍູ້​ການ​ພັດທະ​ນາຂອງ​ການ​ພົວ​ພັນລະ​ຫວ່າງ​ຈີນ​ແລະກອງ​ເລຂາ​ອາ​ຊຽນ,​ແລະການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ອາ​ຊຽນ.


ທ່ານ​ຊິງ​ກ່າງ​ຍັງ​ຊີ້​ອອກ​ວ່າ,ຫຼັງ​ຈາກ​ກົນ​ໄກ​ເຈລະ​ຈາຈີນ​ອາ​ຊຽນຫຼືອາ​ຊຽນບວກ​1ສ້າງ​ຂຶ້ນ​ຄົບ​ຮອບ20ປີ​ເປັນຕົ້ນ​ມາ,ກໍ່​ໄດ້​ສ້າງ​ກົນ​ໄກ​ທີ່ສຸກ​ງ່ອມ​ແລະ​ຄົບ​ຖ້ວນຊຸດ​ໜຶ່ງ.ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ຢ່າງໄມຕີ​ຈິດ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ໝາກຜົນ​ອັນ​ດີງາມ.ທ່ານ​ກ່າວ​ວ່າ,ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ​ແຕ່​ມື້​ເປີດ​ຄື​ວັນ​ທີ1​​ມັງກອນ​ປີ​ນີ້​ເປັນ​ຕົ້ນມາ.​ເດືອນ​ມັງກອນ​ປີ​ນີ້,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ມີ​ເຖິງ21ຕື້480ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ80%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​.ຄວາມ​ຈິງ​ຢັ້ງຢືນ​ວ່າ,ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດອັນ​ພື້ນຖານ​ຂອງ​ສອງ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ