ທະຫານຕຳຫຼວດ5​ໝື່ນ​ຄົນ​ຂອງ​ໄທ​ປ້ອງ​ກັນ​ຄວາມ​ສະຫງົບເພື່ອ​ຮັບ​ມື​ກັບ​ການ​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງ

(GMT+08:00) 2010-03-12 10:54:02     cri
ຕາມ​ຂ່າວCRI:​ເພື່ອ​ຮັບ​ມື​ກັບ​ການ​ປະ​ທ້ວງ​ຢ່າງ​ຂະໜາດ​ໃຫຍ່ທີ່​ກຸ່ມ​ເສື້ອ​ແດງຈະ​ຈັດ​ຂຶ້ນ​ໃນ​ວັນ​ອາທິດ​ນີ້,​ລັດ​ຖະ​ບານ​ໄທ​ໄດ້​ຈັດ​ວາງ​ກອງ​ທະ​ຫານ​ແລະ​ຕຳ​ຫຼວດ​5​ໝື່ນ​ຄົນ​ປ້ອງ​ກັນ​ຄວາມ​ສະ​ຫງົບ.​ສະ​ພາບ​ການ​ເມືອງ​ທີ່​ບໍ່​ໝັ້ນ​ຄົງ​ໄດ້​ກະ​ທົບ​ກະ​ເທືອນ​ເຖິງ​ເສດ​ຖະ​ກິດ​ຂອງ​ໄທ,​ມີ​33​ປະ​ເທດ​​ປະກາດ​ເຕືອນ​ຕໍ່​ການ​ໄປ​ທ່ຽວ​ໄທ,​ຄວາມ​ໝັ້ນ​ໃຈ​ຂອງ​ຜູ່​ບໍ​ລິ​ໂພກ​ໄດ້​ຮັບ​ຖືກ​ກະ​ທົບ.

ທ່ານ​ສຸ​ເທບ ​ເທືອ​ກສຸ​ບັນ,ຮອງ​ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ,ກອງ​ທະ​ຫານ​ແລະ​ຕຳ​ຫຼວດ ໄດ້​ກຽມ​ພ້ອມ​ແລ້ວ​ຢູ່​ບ່ອນ​ຈັດ​ວາງ​ໃນ​ວັນ​ທີ11​ມີ​ນາ​ນີ້.

ໃນ​ວັນ​ທີ12​​ມີ​ນາ​ນີ້,ກຸ່ມ​ເສື້ອ​ແດງ​ຈະ​ໂຮມ​ຊຸມນຸມ​ປະ​ທ້ວງ​ຢູ່​ຊານ​ເມືອງ,​ແລະ​ຈະ​ເຕົ້າ​ໂຮມ​ກັນ​ຢູ່​ບາງກອກ​ໃນ​ວັນ​ອາ​ທິດ.​ຕາມ​ກຸ່ມ​ເສື້ອ​ແດງ​ຄາດ​ຄະ​ເນ​ວ່າ,​ຈະ​ມີ​6​ແສນ​ຄົນ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ.​ພວກ​ເຂົາ​ເຈົ້າ​ຫວັງ​ວ່າ​ຈະ​ໃຊ້​ການ​ປະ​ທ້ວງ​ເທື່ອ​ນີ້​ກົດ​ດັນ​ໃຫ້​ລັດ​ຖະ​ບານ ຂອງ​ທ່ານ​ອະ​ພິ​ສິດ ​ເວດ​ຊາ​ຊີ​ວະ​ລາ​ອອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ