ຈີນ​ຍົກ​ສູງ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

(GMT+08:00) 2010-03-12 14:52:01     cri

ຕາມ​ຂ່າວCRI​:​ໃນ​​ໄລຍະ​ຈັດກອງ​ປະຊຸມ​ສອງ​ສະພາ​ປີ​ນີ້,"ການ​ຕ້ານ​ການ​ສໍ້​ລາດບັງ​ຫຼວງ ແລະສົ່ງ​ເສີມ​ຄວາມ​ບໍລິສຸດ​ປອດ​​ໃສ"​ໄດ້​ກາຍ​ເປັນ​ຫົວ​ຂໍ້​ທີ່​​ໄດ້ຮັບ​ຄວາມ​ສົນ​ໃຈ​ຫຼາຍ.​ຫວ່າງ​ມໍ່ໆ​ມານີ້,ຈີນ​ໄດ້​ວາງ​ຫຼາຍ​ມາດ​ຕະ​ການ​ໃໝ່​ເພື່ອ​ລົງ​ໂທດ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ,​ຜູ່​ນຳ​ຈີນ​ກໍ່​ໄດ້​ກ່າວ​ເນັ້ນ​ເທື່ອ​ແລ້ວ​ເທື່ອ​ອີກ​ຢູ່​ຫຼາຍ​ບ່ອນ​ວ່າ,​ຈະ​ເພີ່ມ​ທະ​ວີ​ວຽກ​ງານ"ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ສົ່ງ​ເສີມ​ຄວາມ​ບໍ​ລິ​ສຸດ​ປອດ​ໃສ",​ໂດຍ​ສະ​ເພາະ​ແມ່ນ​ການ​ສ້າງ​ກົນ​ໄກ​ໃນ​ດ້ານ​ນີ້.​

ຜູ່​ຊ່ຽວ​ຊານ​ເຫັນ​ວ່າ,​ຄວາມ​ພະ​ຍາ​ຍາມ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ເປົ້າ​ໝາຍ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ວ່າ "​ເຮັດ​ໃຫ້​ການ​ໃຊ້​ອຳ​ນາດ​ການ​ປົກ​ຄອງ​ພາຍ​ໃຕ້​ແສງ ສະ​ຫວ່າງ"​ນັ້ນ​ບັນ​ລຸ​ຄວາມ​ເປັນ​ຈິງ​ໄດ້.ຕໍ່​ໄປ​ເຊີນ​ຟັງ​ເນື້ອ​ໃນ​ລະອຽດ."ລະບຽບ​ທີ່ພະນັກງານ​ຂັ້ນນຳລາຍ​ງານຊັບ​ສິນ​ສ່ວນ​ຕົວ"​ແມ່ນຫົວ​ຂໍ້​ທີ່ຮັບ​ຄວາມ​ສົນ​ໃຈ ຫຼາຍ​ຢູ່​ຈີນໃນ​ສອງ​ປີ​ມາ​ນີ້.​ນັບແຕ່​ປີ2009​ເປັນ​ຕົ້ນ​ມາ,​ລະ​ບຽບ​ການນີ້​ເລີ່​ມທົດ​ລອງ​ຢູ່​ຫຼາຍ​ບ່ອນ,​ເປັນ​ຕົ້ນ​ວ່າ:​ເຂດ​ອານ​ໄຕ​ຂອງ​ຊິ່ນ​ຈ່ຽງ,​ເມືອງ​ຊື​ຊີ່​ຂອງ​ແຂວງ​ເຈີ້​ຈ່ຽງ,​ເມືອງ​​ກາວ​ຊ້ຽນ​ຂອງ​ແຂວງ​ເສ​ສວນ​ແລະ​ເມືອງ​ລິວ​ຢາງ​ຂອງ​ແຂວງ​ຫູ​ນານ.ທ່ານ​ຮວງ​ຊ້າວ​ລຽງ,​ສະ​ມາ ຊິກ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ຕິດ​ຕາມ​ບັນ​ຫາ​ນີ້​ຕະ​ຫຼອດ​ເຫັນ​ວ່າ,​ພຶດ​ຕິ​ກຳ​ຕົວ​ຈິງ​ຢັ້ງ​ຢືນ​ວ່າ,ລະ​ບຽບ​ການ​ນີ້​ແມ່ນ​ມີ​ຜົນ​ສັກ​ສິດ.​ການ​ເຜີຍ​ແຜ່​ລະ​ບຽບ​ການ​ນີ້​ຢູ່​ທົ່ວ​ປະ​ເທດ​ໂດຍ​ໄວ,​ຈະ​ຊ່ວຍ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ເຖິງ​ກົກ​ຮາກ.​ທ່ານ​ຮວງ​ຊ້າວ​ລຽງ​ກ່າວ​ວ່າ:

"​ເບິ່ງ​ຈາກ​ສະພາບ​ການ​ພັດທະນາ​ຂອງ​ຕົວ​ເມືອງ​​ເຫຼົ່າ​ນີ້​ແລ້ວ​ເຫັນ​ວ່າ, ປະຈຸ​ບັນ​ມີ​ບົດ​ບານ​ຢ່າງ​ເດັ່ນ​ຊັດ, ປະຊາຊົນທົ່ວ​ໄປ​ກໍ​ພໍ​ໃຈ, ກ່ອນ​ອື່ນ​ໝົດ​ພະນັກງານລັດ​ແມ່ນ​ຜູ້​ຮັບ​ໃຊ້​ຊາດ, ຄວນ​​ແຈ້ງ​ຊັບ​ສິນ​ຂອງ​ຕົນໃຫ້​ປະຊາຊົນ​ຮູ້​ກ່ອນ. ​ເລື່ອງ​ນີ້​ຕ້ອງ​ປະຕິບັດ​ຢ່າງແທ້​ຈິງ, ຮັບການ​ຕິດຕາມ​ກວດກາ​ຂອງ​ສື່​ມວນ​ຊົນ, ປະຊາຊົນ​ແລະ​ສັງຄົມ, ​ໃຫ້​ທົ່ວ​ສັງຄົມ​ສາມາດ​ຕິດຕາມ​ຄວາມບໍລິສຸດຂາວ​ສະອາດ​ຂອງ​​ເຈົ້າ​ໜ້າ​ທີ່."

​ໃນ​ເວລາ​ຊຸກຍູ້​ຈຸດ​ທົດ​ລອງ​ລະບຽບ​ປ້ອງ​ກັນ​ສໍ້​ລາດ​ບາງ​ຫຼວງ, ປີ​ກາຍ​ນີ້​ຈີນ​ຍັງ​ໄດ້​ວາງ​ມາດຕະການ​ຈຳນວນ​ໜຶ່ງ, ຕົວ​ຢ່າງ​ວ່າ​ສົ່ງ​ເສີມການລາຍ​ງານ​ຂໍ້​ມູນ​ຂ່າວສານທາງ​ອິນ​ເຕີ​ເນັດ, ​​ແລະ​ທາງໂທລະສັບກ່ຽວ​ກັບ​ການ​ກະທຳ​ສໍ້​ລາດ​ບາງ​ຫຼວງ​ເປັນ​ຕົ້ນ, ​ເຮັດ​ໃຫ້​ປະຊາຊົນ​ສາມາດຊ່ວຍ​ລາຍ​ງານ​ການ​ກະທຳ​ສໍ້​ລາດ​ບາງ​ຫຼວງ. ທ່ານ​ເສີນ​ຢຸນຫຼົງ, ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຫົວໜ້າ​ໄອ​ຍະ​ການ​​ຂອງ​ອົງການ​ໄອ​ຍະ​ການ​ແຂວງ​ເຈີ້​ຈ່ຽງກ່າວ​ວ່າ, ​​ເຈົ້າ​ໜ້າ​ທີ່​ສໍ້​ລາດ​ບັງ​ຫຼວງ​ຫຼາຍ​ຄົນ​ຖືກ​ຈັບ​​ກໍ​ຍ້ອນ​ປະຊາຊົນ​ລາຍ​ງານຂໍ້​ມູນ​ໃຫ້.

ທ່ານ​ເສີນ​ຢຸນຫຼົງ​ເຫັນ​ວ່າ, ອອກ​ແຮງ​ຊຸກຍູ້​ການ​ເປີດ​ເຜີຍ​ວຽກ​ງານ​ບໍລິຫານ, ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ, ສົ່ງ​ເສີມ​ແລະ​ນຳພາ​ປະຊາຊົນ​ຮູ້ຈັກ​ລະບຽບການ​ວຽກ​ງານ​ຂອງ​ອົງການ​ປົກຄອງ, ​ແລະ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາການ​ນຳ​ໃຊ້​ສິດ​ອຳນາດຢ່າງ​ມີ​ລະບຽບ​ນັ້ນ, ຈະ​ມີ​ຜົນ​ດີ​ຕໍ່​ການ​ສະກັດກັ້ນ​ການ​ກະທຳ​ສໍ້ລາດ​ບາງ​ຫຼວງ, ​​ແລະ​ຮັກສາ​ຄວາມ​ບໍລິສຸດຍຸຕິ​ທຳ. ທ່ານ​ສາວ​ອີ້​ຊຸນ, ສາດສະດາຈານ​ຂອງ​ມະ​ຫາ​ວິທະຍາ​ໄລ​ກົດໝາຍ​ການ​ເມືອງ​ຈີນ​ເຫັນ​ດີ​ຕໍ່​ທັດສະນະ​ດັ່ງກ່າວ. ທ່ານ​ຊີ້​ອອກຕື່ມວ່າ, ຈີນ​ເພີ່ມ​ທະວີ​ວຽກ​ງານ"ຕໍ່ຕ້ານ​ການ​ສໍ້​ລາດ​ບາງ​ຫຼວງ​ແລະ​ສົ່ງ​ເສີມຄວາມ​ປອດ​​ໃສຂາວ​ສະອາດ"ຄວນ​ຍຶດໝັ້ນ​ສອງ​ຫຼັກການ​ຄື: ອັນ​ທີ​ໜຶ່ງ​ແມ່ນ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ, ອັນ​ທີ່​ສອງ​ແມ່ນ​ເຮັດ​ໃຫ້​ລະບຽບ​ການ​ທີ່​ກ່ຽວຂ້ອງ​ສົມບູນ​ຂຶ້ນ.


ທ່ານ​ກ່າວ​ວ່າ,"ອັນ​ທີ​ຫນຶ່ງ​:ຄວນ​​​ແຈ້ງ​ຂໍ້​ມູນກ່ຽວ​ກັບ​ຊັບ​ສິນ​ຂອງ​ເຈົ້າ​ຫນ້າ​ທີ່​ລັດລະດັບ​ສູງຢ່າງ​ເປີດ​ເຜີຍ. ຖ້າ​ເຮັດ​​ແບບ​ນີ້, ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ​ສາມາດ​ຕິດຕາມກວດກາ​ເຈົ້າ​ຫນ້າ​ທີ່​ຜູ່​ນີ້​ໄດ້. ອັນທີ​ສອງ: ປັບປຸງ​ການ​ສ້າງລະບຽບ​ການ​​ໃຫ້​ສົມບູນ​ຂຶ້ນ, ​ອົງການ​ປົກ​ຄອງ​ທ້ອງຖິ່ນປະຕິບັດ​ຫນ້າ​ທີ່​ຢ່າງຖືກຕ້ອງ​ແລະບໍ່​ເຮັດວຽກ​​ໃນ​ສີ່​ງທີ່​ບໍ່​ເຫມາະ​ສົມ, ນີ້ຕ້ອງ​ມີມາດ​ຕະຖານ​ໃນ​ດ້ານ​ນີ້. ​ເມື່ອ​ປັບປຸງ​ລະບຽບ​ການ​ໃຫ້​ສົມ​ບູນຂຶ້ນ​ ກໍ່​ສາມາດ​ນຳ​ໃຊ້ສິດ​ອຳນາດຢ່າງ​ແທ້​ຈິງພາຍ​ໃຕ້​ລະບຽບ​ການ. ຖ້າ​ມີການແຈ້ງ​ຂໍ້​ມູນກ່ຽວ​ກັບ​ຊັບ​ສິນ​ຂອງ​ເຈົ້າ​ຫນ້າ​ທີ່ລັດ​ລະດັບ​ສູງຢ່າງ​ເປີດ​ເຜີຍ ​ກໍ່ສາມາດ​ເຮັດ​ໃຫ້​ປະຊາຊົນ​ຮູ້​​ຢ່າງ​ຈະ​ແຈ້ງເຖິງ​ ອົງການ​ປົກຄອງ​ທ້ອງ​ຖິ່ນ​​ນຳ​ໃຊ້ສິດ​ອຳນາດຕາມ​ລະບຽບ​ການ​ແນວ​ໃດ​, ​ແລະນຳ​ໃຊ້​ສິດ​ອຳນາດ​ຕາມ​ລະບຽບ​ການ​ຫຼື​ບໍ່.ຖ້າ​ເຈົ້າ​ຫນ້າ​ທີ່ຜູ່​ຫນຶ່ງ​ມີ​ການ​ກະທຳ​ທີ່​ສໍ້​ລາດ​ບັງ​ຫຼວງ,ກໍ່​​ເຮັ​ດ​ໃຫ້​ປະຊາຊົນຊອກ​ເຫັນ​ໄດ້ງ່າຍ ​ແລະ​ຖືກ​ອົງການ​ຕ້ານ​ການ​ສໍ້​ລາດບັງຫຼວງ ກວດກາສືບສວນ​ໄດ້."


ໃນ​ຂະນະ​ທີ່​ຊຸກຍູ້ການ​ສ້າງ​ລະບຽບການ​ຕ້ານ​ການ​​ສໍ້​ລາດ​ບັງ​ຫຼວງນັ້ນ, ຈີນກໍ່​ໄດ້​​ເພີ່ມ​​ການ​ລົງ​ໂທດ​ພວກ​​ສໍ້​ລາດ​ບັງ​ຫຼວງ​​ໄດ້​ຫຼາຍ​ກວ່າ​ເກົ່າ. ປີ​ກາຍ​ນີ້, ອົງການ​ໄອ​ຍະ​ການ​ຂອງ​ຈີນ​ໄດ້ສຳ​ຫູ​ວດກວດກາ​ ​​ເຈົ້າ​ຫນ້າ​ທີ່ສູງກວ່າ ​ລະດັບ​ເມືອງ​ ​ທີ່​ສໍ້​ລາດ​ບັງ​ຫຼວງ 2600 ກວ່າ​ຄົນ, ​ໃນ​ນັ້ນ,​ ມີ​ເຈົ້າ​ຫນ້າ​ທີ່​ລະດັບ​ແຂວງ​ແລະ​ລັດຖະມົນຕີ 8 ຄົນ.ປີ​ນີ້,ອົງການ​ໄອ​ຍະ​ການ​ຂອງ​ຈີນ​ ຈະ​ສືບ​ຕໍ່ສຳ​ສຳ​ຫຼວດກວດກາ​ ແລະ​ປ້ອງ​ກັນບໍ່​ໃຫ້​ມີ​ການສວຍ​ໃຊ້​ຖານະ​ຕຳ​ແຫນ່​ງ​ກະທຳ​ຜິດ,​ເພື່ອ​ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ລົງ​ໂທດ​ແລະ​ປ້ອງ​ກັນ​ການ​ສໍ້​ລາດ​ບັງ​ຫຼວງທີ່​ມີ​ປະສິດ​ພາບ​ກວ່າ​ເກົ່າ.

ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານປີ​ນີ້,​,ທ່ານ​ເວີ່​ນ​ເຈ່ຍ​ປາວ, ນາຍົກລັດຖະມົນຕີຈີນ​ກ່າວ​ເນັ້ນ​ວ່າ,ຈີນ​ຈະ​ສືບ​ຕໍ່​ຖືສຳຄັນ​​ການຕ້ານການ ສໍ້ລາ​ດບັງ​ຫຼວງ​ແລະ​​ເສີມ​ສ້າງການ​ປົກຄອງ​ທີ່​ບໍ​ລິ​ສຸດ​ປອດ​ໃສ,​ເພື່ອ​ບັນລຸ ຈຸດປະສົງ​ທີ່​ເຮັດ​ໃຫ້​ການ​ນຳ​ໃຊ້ສິດ​ອຳນາດດຳ​ເນີນ​ໄປ​ຢ່າງ​​ປອດ​ໃສ​ຂາວ​ສະອາດ.
 
 

"​ເບິ່ງ​ຈາກ​ສະພາບ​ການ​ພັດທະນາ​ຂອງ​ຕົວ​ເມືອງ​​ເຫຼົ່າ​ນີ້​ແລ້ວ​ເຫັນ​ວ່າ, ປະຈຸ​ບັນ​ມີ​ບົດ​ບານ​ຢ່າງ​ເດັ່ນ​ຊັດ, ປະຊາຊົນທົ່ວ​ໄປ​ກໍ​ພໍ​ໃຈ, ກ່ອນ​ອື່ນ​ໝົດ​ພະນັກງານລັດ​ແມ່ນ​ຜູ້​ຮັບ​ໃຊ້​ຊາດ, ຄວນ​​ແຈ້ງ​ຊັບ​ສິນ​ຂອງ​ຕົນໃຫ້​ປະຊາຊົນ​ຮູ້​ກ່ອນ. ​ເລື່ອງ​ນີ້​ຕ້ອງ​ປະຕິບັດ​ຢ່າງແທ້​ຈິງ, ຮັບການ​ຕິດຕາມ​ກວດກາ​ຂອງ​ສື່​ມວນ​ຊົນ, ປະຊາຊົນ​ແລະ​ສັງຄົມ, ​ໃຫ້​ທົ່ວ​ສັງຄົມ​ສາມາດ​ຕິດຕາມ​ຄວາມບໍລິສຸດຂາວ​ສະອາດ​ຂອງ​​ເຈົ້າ​ໜ້າ​ທີ່."

​ໃນ​ເວລາ​ຊຸກຍູ້​ຈຸດ​ທົດ​ລອງ​ລະບຽບ​ປ້ອງ​ກັນ​ສໍ້​ລາດ​ບາງ​ຫຼວງ, ປີ​ກາຍ​ນີ້​ຈີນ​ຍັງ​ໄດ້​ວາງ​ມາດຕະການ​ຈຳນວນ​ໜຶ່ງ, ຕົວ​ຢ່າງ​ວ່າ​ສົ່ງ​ເສີມການລາຍ​ງານ​ຂໍ້​ມູນ​ຂ່າວສານທາງ​ອິນ​ເຕີ​ເນັດ, ​​ແລະ​ທາງໂທລະສັບກ່ຽວ​ກັບ​ການ​ກະທຳ​ສໍ້​ລາດ​ບາງ​ຫຼວງ​ເປັນ​ຕົ້ນ, ​ເຮັດ​ໃຫ້​ປະຊາຊົນ​ສາມາດຊ່ວຍ​ລາຍ​ງານ​ການ​ກະທຳ​ສໍ້​ລາດ​ບາງ​ຫຼວງ. ທ່ານ​ເສີນ​ຢຸນຫຼົງ, ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ຫົວໜ້າ​ໄອ​ຍະ​ການ​​ຂອງ​ອົງການ​ໄອ​ຍະ​ການ​ແຂວງ​ເຈີ້​ຈ່ຽງກ່າວ​ວ່າ, ​​ເຈົ້າ​ໜ້າ​ທີ່​ສໍ້​ລາດ​ບັງ​ຫຼວງ​ຫຼາຍ​ຄົນ​ຖືກ​ຈັບ​​ກໍ​ຍ້ອນ​ປະຊາຊົນ​ລາຍ​ງານຂໍ້​ມູນ​ໃຫ້.

ທ່ານ​ເສີນ​ຢຸນຫຼົງ​ເຫັນ​ວ່າ, ອອກ​ແຮງ​ຊຸກຍູ້​ການ​ເປີດ​ເຜີຍ​ວຽກ​ງານ​ບໍລິຫານ, ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ, ສົ່ງ​ເສີມ​ແລະ​ນຳພາ​ປະຊາຊົນ​ຮູ້ຈັກ​ລະບຽບການ​ວຽກ​ງານ​ຂອງ​ອົງການ​ປົກຄອງ, ​ແລະ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາການ​ນຳ​ໃຊ້​ສິດ​ອຳນາດຢ່າງ​ມີ​ລະບຽບ​ນັ້ນ, ຈະ​ມີ​ຜົນ​ດີ​ຕໍ່​ການ​ສະກັດກັ້ນ​ການ​ກະທຳ​ສໍ້ລາດ​ບາງ​ຫຼວງ, ​​ແລະ​ຮັກສາ​ຄວາມ​ບໍລິສຸດຍຸຕິ​ທຳ. ທ່ານ​ສາວ​ອີ້​ຊຸນ, ສາດສະດາຈານ​ຂອງ​ມະ​ຫາ​ວິທະຍາ​ໄລ​ກົດໝາຍ​ການ​ເມືອງ​ຈີນ​ເຫັນ​ດີ​ຕໍ່​ທັດສະນະ​ດັ່ງກ່າວ. ທ່ານ​ຊີ້​ອອກຕື່ມວ່າ, ຈີນ​ເພີ່ມ​ທະວີ​ວຽກ​ງານ"ຕໍ່ຕ້ານ​ການ​ສໍ້​ລາດ​ບາງ​ຫຼວງ​ແລະ​ສົ່ງ​ເສີມຄວາມ​ປອດ​​ໃສຂາວ​ສະອາດ"ຄວນ​ຍຶດໝັ້ນ​ສອງ​ຫຼັກການ​ຄື: ອັນ​ທີ​ໜຶ່ງ​ແມ່ນ​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ, ອັນ​ທີ່​ສອງ​ແມ່ນ​ເຮັດ​ໃຫ້​ລະບຽບ​ການ​ທີ່​ກ່ຽວຂ້ອງ​ສົມບູນ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ