ວິ​ສາ​ຫະກິດ​ຈີນ​ຄວນ​ໄປ​ປະ​ເທດ​​ອາ​ຊຽນ​ເພື່ອ​ຊອກ​ຮູ້​ສະພາບ​ຕົວ​ຈິງ​ຂອງ​ຕະຫຼາດ

(GMT+08:00) 2010-03-12 16:45:01     cri
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ມານີ້, ທ່ານ​ຈ່າງ​ຈີວຮວານ, ສະມາຊິກ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ, ອະດີດ​ເອກ​ອັກ​ຄະ​ລັດ​ຖະທູດຈີນ​ປະຈຳ​​ໄທ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຢູ່​ຫ້ອງ​ອັດ​ສຽງຂອງ​CRI, ທ່ານ​ກ່າວ​ວ່າ, ວິ​ສາ​ຫະກິດ​ຈີນ​ທີ່​ຢາກ​ໄປ​ບຸກ​ເບີກ​ຕະຫຼາດອາຊີ​ອາຄະ​ເນ​ຄວນ​ໄປ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ເພື່ອ​ຊອກ​ຮູ້​ສະພາບ​ຕົວ​ຈິງ​ຂອງ​ຕະຫຼາດ.

ທ່ານ​ເຫັນ​ວ່າ, 10 ປະ​ເທດ​ອາ​ຊຽນມີ​ສະພາບ​ຕ່າງ​ກັນ, ນັກທຸລະກິດ​ຈີນ​ຄວນ​ໄປ​ປະ​ເທດ​ຕ່າງໆ, ​ເພື່ອ​ຊອກ​ຮູ້​ຈຸດ​ພິ​ເສດ​ແລະ​ສະພາບ​ຕົວ​ຈິງ​ຂອງ​ຕະຫຼາດ, ຊອກ​ຮູ້​ຂໍ້​ກຳນົດກົດ​ລະບຽບ​ທີ່​ກ່ຽວຂ້ອງຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ວິ​ເຄາະ​ທ່າ​ແຮງ​ແລະ​ທ່າ​ເສຍປຽບຂອງ​ຕົນ​ເອງ​ແລະ​ຝ່າຍ​ກົງກັນຂ້າມ, ​ແລ້ວ​ຈິ່ງຊອກ​ຫາຄູ່​ຮ່ວມ​ມື​ທີ່​​ເໝາະ​ສົມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ