ທ່ານ​ຫຸຍ​ລຽງ​ຢູ​ຈະ​ຢ້ຽມ​ຢາມ​ກຳປູ​ເຈຍ,​ລາວ,ປາ​ແລັສ​ຕິນ,​ອິ​ສຣາ​ແອນ​ແລະ​ອິນ​ເດຍ

(GMT+08:00) 2010-03-12 18:16:48     cri
ຕາມ​ຂ່າວcri:ທ່ານ​ຫຸຍ​ລຽງ​ຢູ,ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນຈະ​ຢ້ຽມຢາມ​5ປະ​ເທດ​ຄື:ກຳປູ​ເຈຍ,ລາວ,ປາ​ແລັສ​ຕິນ,ອິສຣາ​ແອນ​ແລະ​ອິນ​ເດຍ​ແຕ່​ວັນ​ທີ17ຫາ​ວັນ​ທີ28​ເດືອນ​ມີນາ​ນີ້.

ວັນ​ທີ12​ມີນາ​ນີ້,ທ່ານ​ຊິງ​ກ່າງ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ,ທ່ານ​ຫຸຍ​ລຽງ​ຢູ້ຈະ​ຢ້ຽມຢາມ​5ປະ​ເທດ​ດັ່ງກ່າວ​ຢ່າງ​ເປັນ​ທາງ​ການໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສົກ​ອັນ,ຣອງນາ​ຍົກ​ລັດຖະ​ມົນຕີ​ທັງ​ເປັນລັດ​ຖະມົນ​ຕີ​ປະຈຳ​ຫ້ອງ​ວ່າການ​ລັດຖະ​ບານກຳ​ປູ​ເຈຍ;ທ່ານ​ສົມ​ສະຫວາດ ​ເລັ່ງສະ​ຫວັດ,ຮອງ​ນາຍົກ​ລັດຖະ​ມົນຕີ,ຜູ້​ປະຈຳການ​ລັດຖະບານ​ສ.ປປ​ລາວ,ທ່ານ​ຊາ​ລາມ ​ໄຟ​ຢ້າ,ນາ​ຍົກລັດ​ຖະມົນ​ຕີອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ແລັສຕິນ,​ທ່ານ​ໂມ​ຊີ ຢາ​ອາ​ລອນ,ຮອງ​ນາ​ຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະ​ມົນຕີ​ວ່າການ​ກະຊວງ​ວຽກ​ງານ​ຍຸດ​ທະ​ສາດ​ອິສຣາ​ແອນດ​ແລະ​ລັດຖະ​ບານ​ອິນ​ເດຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ