ລັດ​ຖະ​ສະ​ພາ​ກຳ​ປູ​ເຈຍ​ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

(GMT+08:00) 2010-03-12 19:03:57     cri

ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ11​ມີນາ​ນີ້,ລັດ​ຖະສະ​ພາ​ກຳປູ​ເຈຍໄດ້​ຮັບຮອງ​"ກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການສໍ້​ລາດ​ບັງ​ຫຼວງ",​ເພື່ອ​ໃຊ້​ເປັນຊ່ອງ​ທາງ​ກົດໝາຍ​ສະກັດ​ກັ້ນ​ແລະ​ປາບ​ປາມ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ດ້ວຍຮູບ​ແບບຕ່າງໆ,ສ້າງ​ສະພາບ​ແວດ​ລ້ອມ​ການ​ພັດທະ​ນາທີ່​ດີໃຫ້​ແກ່​ເສດຖະກິດ​ແລະ​ສັງຄົມ​ການ​ພັດທະ​ນາແຫ່ງຊາດ​.


ທ່ານ​ສົກ​ອານ,ຮອງ​ນາຍົກ​ລັດຖະ​ມົນຕີ​ກຳປູ​ເຈຍ,ທັງ​ເປັນ​ລັດຖະ​ມົນຕີ​ວ່າການ​ກະຊວງ​ພາຍ​ໃນ​ກຳປູ​ເຈຍ​ກ່າວ​ວ່າ,ກຳປູ​ເຈຍ​ໄດ້​ທຳ​ຄວາມພະ​ຍາຍາມ​10ກວ່າ​ປີ,ຫຼັງ​ຈາກ​ຖອດ​ຖອນ​ບົດຮຽນຈາກປະ​ເທດ​ຕ່າງໆແລະ​ຮັບ​ເອົາ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ຝ່າຍ​ຕ່າງໆ​ໃນ​ກຳປູ​ເຈຍ​ແ​ລະ​ຕ່າງປະ​ເທດ,​ໄດ້​ສ້າງ​ກົດໝາຍ​ສະບັບ​ນີ້​ຕາມ​ສະພາບ​ຕົວ​ຈິງ​ຂອງ​ກຳປູ​​ເຈ​ຍ.ນີ້​ຈະ​ກາຍ​ເປັນ​ບ່ອນອີງ​ທາງ​ກົດໝາຍ​ທີ່​ສຳຄັນ​ທີ່​ສຸດ​​ເພື່ອ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ກຳປູ​ເຈຍ.

ກົດໝາຍ​ສະບັ​ບນີ້​ລະບຸ​ວ່າ,​ເຈົ້າ​ໜ້າ​ທີ່​ກຳປູ​ເຈຍ​ຕ້ອງ​ແຈ້ງ​ຊັບ​ສິນ​ສ່ວນ​ຕົວຕໍ່​ອົງ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ;ຖ້າ​ມີການ​ໃຫ້​ແລະ​ຮັບ​ສິນ​ບົນ,ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ການ​ກະທຳ​ອື່ນໆ,ຈະ​ຖືກລົງ​ໂທດຕາມ​ກົດໝາຍ​ແລະ​ຕາມ​ສະຖານ​ໜັກ​ຫຼື​ເບົາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ