ລັດຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນກ່າວ​ວ່າ​ຈະ​ໂຈມ​ຕີ​ອົງການ​ກະບົດ​ທີ່​ປະຕິ​ເສດບໍ່​ເຈ​ລະ​ຈາ​ສັນຕິ​ພາບ​ນັ້ນ​ຢ່າງ​ສຸດ​ຂີດ

(GMT+08:00) 2010-03-13 15:52:52     cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ12ມີນາ​ນີ້, ທ່ານ​ໂນ​ເບິ​ໂຕ ກົງ​ຊາ​ເລັສ, ລັດຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນກ່າວ​ວ່າ, ກອງທັບ​ລັດຖະ​ບານຟິ​ລິບ​ປິນຈະ​ອອກ​ແຮງ​ໂຈມ​ຕີ​ອົງການ​ກະບົດ​ທີ່​ປະຕິ​ເສດ​ບໍ່​ເຈລະ​ຈາ​ສັນຕິ​ພາບນັ້ນ​ຢ່າງ​ສຸດ​ຂີດ.

ທ່ານ​ກົງ​ຊາ​ເລັສ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງກ່າວ​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ຮັບ​ຕຳ​ແໜ່​ງຂອງ​ທ່ານ​ເຣນານ​ໂດ ມາ​ປາ​ກູ, ຜູ້​ບັນຊາ​ການ​ຜູ້​ໃໝ່​ຂອງ​ກອງທັບ​ບົກ​ຟິລິບ​ປິນ. ທ່າ​ນກ່າວ​ວ່າ, ນະ​ໂຍ​ບາຍ​ຂອງ​ລັດຖະບານ​ຟິລິນ​ປິນຕໍ່​ການກະ​ບົດດ້ວຍ​ກຳລັງ​ອາວຸດ​ຍັງ​ແມ່ນ​ພະຍາ​ຍາມ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ສັນຕິພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ