ເຮັດ​ວຽກ​ທຸກ​ຢ່າງ​ເພື່ອຄວາມສຸກ​ແລະ​ກຽດ​ສັກ​ສີ​ຂອງ​ປະຊາຊົນ

(GMT+08:00) 2010-03-14 18:31:56     cri
ທ່ານ​ຜູ່​ຟັງ,ກອງ​ປະຊຸມ​ປະຈຳ​ປີ​ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນ​ອົງການ​ອຳນາດ​​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ໄດ້​ອັດ​ລົງ​ແລ້ວ​ຢູ່​ທີ່​ປັກ​ກິ່ງ​ໃນ​ວັນ​ທີ14​ມີນາ​ນີ້.​ໃນ​ເວລາ​ດຳ​ເນີນ​ກອງ​ປະຊຸມ​ເປັນ9​ມື້​ເຄິ່ງ,ຜູ່​ແທນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ທົ່ວ​ປະ​ເທດ​ຈີນ​ເກືອບ3000​ຄົນ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ເພື່ອ​ສ້າງ​ແຜນການ​ສຳລັບ​ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ຈີນ,ສ່ວນ​ເປົ້າ​ໝາຍ​ໃນ​ທີ່​ສຸດ​ຂອງ​ແຜນການ​ອັນ​ຍິ່ງ​ໃຫຍ່​ນີ້​ກໍ່​ແມ່ນ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມສຸກ​ກວ່​າ​ເກົ່າ​ແລະ​ມີ​ກຽດ​ສັກ​ສີກ​ວ່າ​ເກົ່າ.

"ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ເຮົາ​ເຮັດ​ມາ​ນັ້ນ​ລ້ວນ​ແຕ່​ແມ່ນ​ເພື່ອ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມສຸກຫຼາຍ​ກວ່າ​ເກົ່າ​ແລະ​ມີ​ກຽດ​ສັກ​ສີ​ກວ່າ​ເກົ່າ,​ເພື່ອ​ໃຫ້​ສັງຄົມ​ມີ​ຄວາມ​ຍຸດຕິ​ທຳ​ແລະ​ກົມກຽວ​ກັນ​​ກວ່າເກົ່າ."

ໃນ​ພິທີ​ໄຂ​ກອງ​ປະຊຸມ​ປະຈຳ​ປີ2010​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​​ໃນ​ວັນ​ທີ5ມີນາ​ນີ້,​ໃນ​ເວລາ​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ຄວາມ​ດັ່ງ​ກ່າວ,​ຢູ່​ສະ​ຖານ​ທີ່​ປະຊຸມ​ມີ​ສຽງ​ຕົບມື​ຢ່າງ​ຟົດ​ຟື້ນ.ຄຳ​ເວົ້າ​ນີ້​ໄດ້​ບັນ​ລະ​ຍາຍ​ສຽງ​ໃນ​ໃຈ​ຂອງ​ປະ​ຊາ​ຊົນ​ຈີນ​ທຸກ​ຖ້ວນ​ໜ້າ,ທັງ​ໄດ້​ສ່ອງ​ແສ​ງ​ໃຫ້​ເຫັນ​ຄວາມ​ສົມບູນ​ແລະ​ຄວາມ​ໝັ້ນ​ໃຈ​ຕົນ​ເອງ​ຂອງ​ລັດຖະບານ​ຈີນ.

ການ​ສະ​ແຫວ​ງຫາຄວາມສຸກ​ແລະ​ກຽດສັກ​ສີ​ໃຫ້​ແກ່​ປະຊາຊົນ​ແມ່ນ​ເປົ້າ​ໝາຍ​ຂອງລັດຖະບານ​ຈີນທີ່ທຳ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​​ໃຫ້​ປະກົດ​ຜົນ​ເປັນ​ຈິງ..​ເມື່ອ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ເປັນ​ເວລາ30​ກວ່າ​ປີ,​ເສດຖະກິດ​ຈີນ​ພັດທະນາ​ຢ່າງ​ວ່ອງ​ໄວ,ປະຊາຊົນ​ມີ​ຄວາມ​ຮູ້ສຶກ​ທີ່​ມີ​ຄວາມສຸກ​ແລະ​ກຽດ​ສັກ​ສີ​ເພີ່ມ​ຂຶ້ນ​ຢ່າງຫຼວງ​ຫຼາຍ.​ແຕ່​ຍັງ​ມີຫຼາຍ​ບັນຫາ​ຕ້ອງ​ຄອຍ​ຖ້າການ​ແກ້​ໄຂ.ຕົວຢ່າງ​ເຊັ່ນຊ່ອງ​ຫວ່າງ​ລະຫວ່າງ​ຄົນ​ທຸກ​ກັບ​ຄົນ​ຮັ່ງ​ເປີດກວ້າງ​ອອກ,​ໃນ​ດ້ານ​​ເຮືອນ​ຢູ່,ການ​ປິ່ນປົວ​ພະຍາດ,ການ​ປະກອບ​ອາຊີບ,ການ​ສຶກສາ,ຕຸລາການ​ຍັງ​ມີ​ສະພາບ​ການ​ທີ່​ບໍ່​ຍຸດ​ຕິທຳ​ແລະ​ບໍ່​ສົມ​ເຫດ​ສົມຜົນ,ອັນ​ໄດ້​ກະທົບ​ເຖິງການ​ຮັບ​ຮູ້​ຂອງ​ມວນ​ຊົນ​ທີ່​ມີ​ຕໍ່​ຄຳ​ວ່າ"ມີ​ຄວາມສຸກ​ແລະ​ກຽດສັກ​ສີ".

ການ​ເຮັດ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມສຸກ​ແລະ​ມີ​ກຽດ​ສັກ​ສີຫຼາຍ​ກວ່າ​ເກົ່າ,ພື້ນ​ຖານ​ສຳ​ຄັນ​ທີ່​ສຸດ​ແມ່ນ​ຢູ່​ນຳ​ເສດ​ຖະ​ກິດ.​ປີ​ນີ້,​ຈີນ​ສະ​ເໜີ​ອອກ​ມາ​ວ່າ​ຈະ​ເລັ່ງ​ລັດ​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ປັບ​ປຸງ​ອົງ​ປະກອບ​ຂອງ​ເສດຖະກິດ,ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ຊິນ​ສ້ຽວ​ຢິງ ນັກວິຊາການ​ທີ່​ມີ​ຊື່ສ​ຽງຂອງ​ຈີນ​ຊີ້​ອອກ​ວ່າ:

"ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະ​ກິດ,ກ່ອນ​ອື່ນ​ມັນ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ໂດຍ​ທົ່ວ​ໄປ.ມີ​ພຽງ​ແຕ່​ກຸ່ມ​ຄົນ​ທີ່​ມີ​ລາຍ​ໄດ້​ຕ່ຳ​ແລະ​ເຂດ​ແຄວ້ນທີ່​ດ້ອຍ​ພັດ​ທະ​ນາ​ນັ້ນ​ເສດ​ຖະ​ກິດ​ດີ​ຂຶ້ນ,​ຊີ​ວິດ​ການ​ເປັນຢູ່​ຂອງ​ປະ​ຊາ​ຊົນ​ມີ​ລະ​ດັບ​ຮັ່ງ​ມີ​ຂຶ້ນ​ສົມ​ຄວນ​ແລ້ວ,ຄວາມ​ຮູ້ສຶກ​ມີ​ຄວາມສຸກ​ແລະ​ມີ​ກຽດສັກ​ສີ​ຂອງ​ປະຊາຊົນ​ຈິ່ງ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ."

ການ​ເຮັດ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມສຸກ​ແລະ​ມີ​ກຽດ​ສັກ​ສີຫຼາຍ​ກວ່າ​ເກົ່າ,ຄວນ​ສຸມ​ໃສ່​ບັນຫາ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.​ໃນ​ກອງ​ປະຊຸມ​ຂ່າວ​ຂອງ​ກອງ​ປະຊຸມ​ປະຈຳ​ປີ​2010ຂອງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ,​ເຈົ້າ​ໜ້າ​ທີ່ກະຊວງ​ເຮືອນ​ຢູ່​ແລະ​ການ​ກໍ່ສ້າງ​ຕົວ​ເມືອງ​ແລະ​ຊົນນະບົດ,ກະຊວງ​ສາທາລະ​ນະ​ສຸກ​ແລະພາກສ່ວນ​ຕ່າງໆ​ຂອງ​ຈີນ​ໄດ້​ທະຍອຍ​ກັນ​​ໃຫ້ທັດສະນະ​ກ່ຽວ​ກັບ​ບັນຫາ​ລາຄາ​ເຮືອນ​,ການ​ປະຕິ​ຮູບ​ການ​ປິ່ນ​ປົວ​ແລະ​ຮັກສາ​ສຸ​ຂະ​ພາບ,ການ​ປະກອບ​ອາຊີບ​ແລະ​ການ​ສຶກສາ,​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ພະຍາຍາມ​ລົງ​ເລິກ​ປະ​ຕິ​ບັດ​ມາດ​ຕະການ​ຕ່າງໆ​​ເພື່ອ​ປັບປຸງ​ຊີ​ວີ​ດການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ,​ບັນ​ຫາ​ຈຸດ​ສຸມ​ທີ່​ປະຊາຊົນ​ໃຫ້​ຄວາມ​ສົນ​ໃຈ​ນຳ​​ເຊັ່ນ​ການ​ປະຕິ​ຮູບ​ລະ​ບຽບ​ການ​ແບ່ງ​ປັນ​ລາຍ​ໄດ້,​ເປີດ​ກວ້າງ​ການ​ປະກອບ​ອາຊີບ,ບູລະນະ​ລະບົບ​ປະ​ກັນ​ສັງ​ຄົມ​ໃຫ້​ສົມບູນ​ຂຶ້ນ,​ເລັ່ງ​ລັດ​ຊຸກ​ຍູ້​ການ​ປະຕິ​ຮູບ​ການ​ປິ່ນປົວ​ແລະ​ຮັກສາ​ສຸຂະພາບ,ອອກ​ແຮງ​ພັດທະນາ​ວຽກ​ງານ​ການ​ສຶກ​ສາ​ແລະ​ອື່ນໆ​ລ້ວນ​​ແຕ່​ຖືກ​ຈັດ​ເປັນ​ບັນຫາ​ທີ່​ລັດ​ໃຫ້​ບູລະ​ມະ​ສິດ​ເພື່ອ​ສຸມ​ກຳລັງ​ແກ້​ໄຂ.

ປີ​ນີ້,ຮ່າງ​ຍັດຕິ​ດັດ​ແກ້ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ທີ່​ໄດ້ຮັບ​ການ​ສຳ​ຫຼວດພິຈາລະນາ​ແລະ​ຮັບຮອງ​ໃນ​ກອງ​ປ​ະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກຳນົດ​ໄວ້​ຢ່າງ​ຈະ​ແຈ້ງວ່າ,ຈະ​ເລືອກ​ຕັ້ງ​ຜູ່​ແທນ​ສະພາ​ປະຊາຊົນ​ຂອງ​ຕົວ​ເມືອງ​ແລະ​ຊົນນະບົດ​ໃນ​ອັດ​ຕາ​ສ່ວນ​ເທົ່າ​ກັນ.ນີ້​ໝາຍ​ຄວາມ​ວ່າ,​ໃນ​ດ້ານ​ສິດ​ເລືອກ​ຕັ້ງ​ຢ່າງ​ສະ​ເໝີ​ພາບ​ຂອງ​ປະຊາຊົນ,​ໄດ້​ກຳຈັດ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນນະ​ບົດ,ບັນລຸ​ການ​ມີ​ສິດສະ​ເໝີ​ພາບ​ຢ່າງ​ແທ້​ຈິງ.

ການ​ເຮັດ​ໃຫ້​ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມສຸກ​ແລະ​ມີ​ກຽດ​ສັກ​ສີຫຼາຍ​ກວ່າ​ເກົ່າ,​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ເຄັ່ງຂຶມ​ຂອງ​ລັດ​ຖະ​ບານ​ຈີນ,​ຍິ່ງ​ແມ່ນ​ຄວາມ​ປາຖະໜາ​ແລະ​ຄວາມ​ສະ​ແຫວ​ງຫາ​ຂອງ​ປະຊາຊົນ​ຈີນ​ທຸກ​ຖ້ວນ​ໜ້າ.ອັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ອ່ຽງ​ໃໝ່​ແຫ່ງ​ການ​ພັດທະນາ​ຂອງ​ຈີນ​ໃນ​ອະ​ນາ​ຄົດ,ຂໍ​ແຕ່​ເຕົ້າ​ໂຮມ​ສະຕິ​ປັນ​ຍາ​ແລະ​ກຳ​ລັງ​ວັງຊາ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ,ປະຊາຊົນ​ຈີ​ນຍ່ອມ​ຈະ​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມສຸກ​ແລະ​ມີ​ກຽດ​ສັກ​ສີຫຼາຍ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ