ກຸ່ມ​ເສື້ອ​ແດງ​ໄທ​ກ່າວ​ວ່າ​ຈະ​ບໍ່​ປິດ​ສະໜາມ​ບິນ​ສາກົນ​ບາງກອກ

(GMT+08:00) 2010-03-15 18:04:10     cri
ຕາມ​ຂ່າ​ວສານຊີ​ນຮວາ, ວັນ​ທີ15ມີນາ​ນີ້, ທ່ານ​ເຫວງ ​ໂຕ​ຈິຣາ​ການ, ຜູ້ນຳ​ກຸ່ມ​ແນວ​ໂຮມ​ປະຊາ​ທິປະ​ໄຕ​ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທຫຼື​ກຸ່ມ​ເສື້ອ​ແດງ​ທີ່​ສະໜັບ​ສະໜູນ​ທ່ານ​ທັກສິນ ຊິນນະ​ວັດ, ອະດີດ​ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ, ກຸ່ມ​ເສື້ອ​ແດງ​ຈະ​ບໍ່​ປິດ​ສະ​ໜາມ​ບິນ​ສາກົນ​ບາງ​ກອກ.


ມື້​ດຽວ​ກັນ, ກຸ່ມ​ເສື້ອ​ແດງ​ໄດ້​​ໂຮມ​ຊຸມ​ນຸມຢູ່ໜ້າ​ຄ້າຍ​ທະຫານ​ກອງ​ພັນ​ໃຫຍ່​ທີ11ຂອງ​ກອງທັບ​ບົກ​ທີ່​ພາກ​ເໜືອ​ບາງ​ກອກ, ທ່ານ​ເຫວງ ​ໂຕ​ຈິຣາ​ການ​ກ່າວ​ວ່າ, ກຸ່ມ​ເສື້ອ​ແດງ​ຈະ​ບໍ່​ເຮັດ​ຄືກຸ່ມ​ພັນ​ທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປະ​ໄຕຫຼື​ກຸ່ມ​ເສື້ອ​ເຫຼືອງທີ່​ປິດ​ລ້ອມ​ສະໜາມ​ບິນ​ສາກົນ​ບາງ​ກອກ​ໃນ​ປີ2008​​ເພື່ອ​ກົດ​ດັນ​​ລັດຖະບານ.


12​ໂມງ​ຂອງ​ວັນ​ທີ15ມີນາ​ນີ້​ແມ່ນ​ເວລາ​ສຸດ​ທ້າຍ​ທີ່​ກຸ່ມ​ເສື້ອ​ແດງ​ທວງ​ໃຫ້​ລັດຖະບານ​ຍຸບ​ສະ​ພາ​ຜູ້​ແທນ​ລາຊະ​ດອນ​​ໃນ24ຊົ່ວ​ໂມງ. ກ່ອນ​ນີ້, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ​ໄດ້​ປະຕິ​ເສດ​ຄຳ​ຂາດ​ດັ່ງກ່າວ.

ປະຈຸ​ບັນ, ກຸ່ມ​ເສື້ອ​ແດງ​ຍັງ​ບໍ່​ໄດ້​ທຳ​ການ​ຕົກລົງ​ວ່າຈະ​ເພີ່ມ​ແຮງ​ກົດ​ດັນ​ໃສ່​ລັດຖະບານ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ