ຜູ້​ວ່າ​ການ​ແທນ​ປະມຸກ​ລັດ​ກຳປູ​ເຈຍ​ກ່າວ​ວ່າຈະ​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ

(GMT+08:00) 2010-03-15 18:25:20     cri
ຕາມ​ຂ່າວ​ສານ​ຊິນ​ຮວາ : ໃນວັນ​ທີ15ມີນາ​ນີ້​ຢູ່​ທີ່​ພະນົມ​ເປັນ,ທ່ານ​ເຈຍຊິມ ,ຜູ້​ວ່າ​ການ​ແທນ​ປະມຸກ​ລັດ​ກຳປູ​ເຈຍ​ ,ປະທານ​ສະພາ​ສູງກຳປູ​ເຈຍ​​ໄດ້ກ່າວ​ວ່າ:​ກຳປູ​ເຈຍ​ຈະປະຕິ​ບັດນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​ຢ່າງ​ເດັດດ່ຽວ​​ຫນຽວ​ແຫນ້ນ, ເດັດດ່ຽວ​ສະຫນັບ​ສະຫນຸນ​ພາລະ​ກິດທ້ອນ​ໂຮມປະ​ເທດ​ຈີນ​ເປັນ​ເອກະ​ພາບກັນ​​ໂດຍ​ສັນ​ຕິ.
ທ່ານ​ເຈຍຊິ​ມໄດ້​ກ່າວ​ຄຳ​ເວົ້າດັ່ງ​ກ່າວ​ໃນ​ເວ​ລາທ່ານ​ຜ່ານກວາງ​ສຽວ ​ເອກ​ອັກ​ຄະ​ລັດຖະທູດ​ຈີນ​ປະຈຳກຳປູ​ເຈຍ​ຄົນ​ໃຫມ່​ເຂົ້າຍື່ນ​ສານ​ຕາ​ຕັ້ງ,ພ້ອມ​ທັງໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຜ່ານ​ກວາງ​ສຽວ​ມາ​​ເປັນເອກ​ອັກຄະ​ລັດ​ຖະທູດຈີນ​ປະຈຳກຳປູ​ເຈຍອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ