"ກຸ່ມ​ເສື້ອ​ແດງ"ຂອງ​ໄທປະກາດ​ວ່າ, ​ແກ່ຍາວ​ເວລາ"​ຄຳ​ຂາດ​ສຸດ​ທ້າຍ"​ໄປ​ຮອດ​ວັນ​ທີ 16 ມີນາ​ນີ້

(GMT+08:00) 2010-03-15 18:28:01     cri
ຕາມ​ຂ່າວ​CRI:ວັນ​ທີ 15 ມີນາ​ນີ້, ຢູ່​ທີ່​ບາງ​ກອກ, ທ່ານ​ນັດ​ທະວຸດ ​ສາຍ​ຂວາ, ໜຶ່ງ​ໃນຜູ້ນຳ"ກຸ່ມ​ເສື້ອ​ແດງ"ຂອງ​ໄທ​ກ່າວ​ວ່າ, ຈະ​ແກ່ຍາວເວລາ​"ຄຳ​ຂາດ​ສຸດ​ທ້າຍ"​ໄປ​ຮອດ​ວັນ​ທີ 16 ມີນາ​ນີ້.

ຕອນ​ເຊົ້າວັນ​ທີ 15ມີນາ​ນີ້, ຢູ່​ຄ້າຍ​ທະ​ຫານ​ບົກ​ທີ 11 ທີ່​ຕັ້ງຢູ່​ພາກ​ເໜືອ​ບາງ​ກອກ, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ນາຍົກ​ລັດຖະ​ມົນຕີ​ໄທ​ໄດ້​ປະຕິ​ເສດ ຢ່າງ​ຈະ​ແຈ້ງຕໍ່​ຄຳຮຽກ​ຮ້ອງ​ຂອງ​"ກຸ່ມ​ເສື້​ອ​ແດງ"ກ່ຽວ​ກັບ​ການ​ຍຸບ​ສະພາ​ຜູ້​ແທນ​ລາຊະ​ດອນ​. ຫຼັງຈາກ​ນັ້ນ, ທ່ານ​ນັດ​ທະ​ວຸດ ​ສາຍ​ຂວາ​, ຜູ້ນຳ​ຜູ້​ໜຶ່ງ​ຂອງ​"ກຸ່ມ​ເສື້ອ​ແດງ"ໄດ້​ໃຫ້​ສຳພາດ​ວ່າ, ຈະ​ແກ່​ຍາວເວລາ​ຂອງ"ຄຳ​ຂາດ​ສຸດ​ທ້າຍ"​ໄປ​ຮອດ​ຕອນ​ເຊົ້າ 8 ​ໂມງ​ຂອງ​ວັນ​ທີ 16 ມີນາ​ນີ້. ​ເມື່ອ​ຮອດ​ເວລາ​ນັ້ນ, ຖ້າ​ລັດຖະບານ​ຍັງ​ບໍ່​ປະກາດ​ວ່າ​ຍຸບ​ສະພາ​ຜູ້​ແທນ​ລາຊະ​ດອນ, "ກຸ່ມ​ເສື້ອ​ແດງ"ຈະ​ຍົກ​ລະດັບ​ການ​ປະ​ທ້ວງ​ຂຶ້ນ​ຮອດ​ລະດັບ​ສູງ​ສຸດ. "ກຸ່ມ​ເສື້ອ​ແດງ"ຈະ​ສູບ​ເອົາ​ເລືອດ 10 ມີ​ລີ​ລິດ​ຈາກ​ຜູ້​ປະ​ທ້ວງ 1 ​ແສນ​ຄົນ, ​ແລະ​ຈະ​ສາດເລືອດ​ເຫຼົ່ານີ້​ໃສ່​ສຳນັກງານ​ນາຍົກ, ຕຶກ​ຫ້ອງ​ການ​ຂອງ​ພັກ​ປະຊາທິປັດ, ​ແລະ​ໜ້າ​ບ້ານ​ຂອງ​ທ່ານ​ອາ​ພິສິດ.

"ກຸ່ມ​ເສື້ອ​ແດງ"​ໄດ້​ປະກາດ​ວ່າ​ຍົກ​ເລີກ​ການ​ປິດ​ລ້ອມ​ຄ້າຍ​ທະ​ຫານ​ບົກ​ທີ 11, ​ແລ້ວ​ກັບ​ຄືນ​ສູ່​ຂົວ​ຜ່ານ​ຟ້າ​ລີລາດ​ທີ່​ເປັນ​ບ່ອນຕົ້ນຕໍ​ຂອງ​ການ​ໂຮມ​ຊຸມ​ນຸມ​ເທື່ອ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ