ຈີນ​ກັບ​ຍີ່​ປຸ່ນ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈການ​ຮ່ວມ​ມື​ຍຸດ​ທະ​ສາດ​ດ້ານ​ລິກ​ຂະ​ສິດ​ການ​ປະພັນ ​ແລະ ລິກຂະ​ສິດ​ອ້ອມ​ຂ້າງການ​ປະພັນ

(GMT+08:00) 2010-03-15 18:44:56     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນວັນ​ທີ15​ມີນາ​ນີ້, ຜູ້ຕາງຫນ້າກົມ​ລິ​ກຂະ​ສິດ​ແຫ່ງ​ຊາດ​ຈີນ ​ແລະ ຜູ້ຕາງຫນ້າກົມ​ວັດທະນະທຳ​ຍີ່​ປຸ່ນ​​ໄດ້​ເຊັນບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບການ​ຮ່ວມມື​ຍຸດ​ທະ​ສາດ​ດ້ານລິກ​ຂະ​ສິດ​ການ​ປະພັນ ​ແລະ ລິ​ກຂະ​ສິດອ້ອມຂ້າງການ​ປະພັນຢູ່​ທີ່​ໂຕກຽວ. ນີ້​ເປັນຂີດຫມາຍ​ອັນ​ສຳ​ຄັນທີ່​ທັງ​ສອງ​ປະ​ເທດໄດ້​ກ້າວ​​ເຂົ້າ​ສູ່ໄລຍະ​ໃຫມ່​ຂອງ​ການ​ຮ່ວມ​ມືດ້ານ​ການ​ປົກປ້ອງ​ລິກຂະ​ສິດ.


ທ່ານ ຫວາງ​ຈື້ສຽງ ,ຫົວ​ຫນ້າ​ພະ​ແນກ​ການ​ຄຸ້ມ​ຄອງ​ລິກຂະ​ສິດ​ຂອງກົມ​ລິກຂະ​ສິດ​​ແຫ່ງ​ຊາດ​ຈີນ​ ​ແລະ ທ່ານ​ທາມາອີ ຮິ​ເດ​ໂອ, ຫົວຫນ້າ​ກົມ​ວັດທະ​ນະທຳ​ຍີ່ປຸ່ນ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງ​ລາຍເຊັນ ແລະ ​ແລກ​ປ່ຽນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ໃນ​ວັນ​ດັ່ງ​ກ່າວ.


ອີ​ງຕາມ​ເນື້ອ​ໃນ​ຂອງ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ, ຝ່າຍ​ຈີນ ​ແລະ ຝ່າຍ​ຍີ່​ປຸ່ນຈະ​ສ້າງ​ຂອບການ​ຮ່ວມ​ມື​ກ່ຽວ​ກັບ​ການ​ປົກ​ປ້ອງ ​ແລະ ນຳ​ໃຊ້​ລິກຂະ​ສິດ​ໂດຍ​ຜ່ານ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ​ແລະ​ບົດຮຽນ ,ຈະ​ຈັດ​ກອງ​ປະ​ຊຸມ​ສອງ​ຝ່າຍດ້ານ​ລິກຂະ​ສິດ1ຄັ້ງ​ໃນ​ແຕ່ລະ​ປີ ​ແລະ​ຈັດເວທີ​ປາ​​ໄສທີ່​ກ່ຽວຂ້ອງ​ກັບບັນ​ຫາ​ລິກຂະ​ສິດທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ນອກ​ນີ້​ ,ສອງ​ຝ່າຍ​ຍັງ​ຈະ​​​ເພີ່ມ​ທະ​ວີກິດ​ຈະກຳ​ແລກປ່ຽນ​ ​ແລະ ອົມ​ຮົມ​ບຸກຂະ​ລາກອນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ