ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ຂອງ​ໄທ​ເລື່ອນ​ເວ​ລາ​ຈັດ

(GMT+08:00) 2010-03-16 13:15:11     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ16​ມີ​ນາ​ນີ້,ທ່ານ​ໄຊ ຊິດ​ຊອບ,ປະ​ທານ​ລັດ​ຖະ​ສະ​ພາ​ໄທ​ຕົກ​ລົງ​ວ່າ,​ກອງ​ປະຊຸມ​ປະ​ສົມ​ຂອງ​ວຸດ​ທິ​ສະ​ພາ​ແລະ​ສະ​ພາ​ຜູ່​ແທນ​ລາດ​ຊະ​ດອນ​ທີ່​ແຕ່​ເດີມ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ​16​ມີ​ນາ​ນີ້​ຈະ​ເລື່ອນ​ເວ​ລາ​ຈັດ​ອອກ​ໄປ.

ຕາມ​ຂ່າວ​ຈາກ​ລັດຖະສະພາ,ສາ​ເຫດ​ທີ່​ເລື່ອນ​ເວລາ​ຈັດ​ກອງ​ປະຊຸມ​ແມ່ນ​ຍ້ອນ​ວ່າ ​ຄາດ​ວ່າ​ຈຳ​ນວນ​ສະ​ມາ​ຊິກ​ສະ​ພາ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຈະ​ບໍ່​ຄົບ​327​ຄົນ​ທີ່​ກຳ​ນົດ​ໃນ​ກົດ​ໝາຍ.​ທ່ານ​ໄຊ ຊິດ​ຊອບ​ບໍ່​ໄດ້​ກ່າວ​ວ່າ​ກອງ​ປະຊຸມ​ຈະ​ຈັດ​ຂຶ້ນ​ໃນ​ເວ​ລາ​ໃດ.

​ເຖິງ​ວ່າ​ສະມາຊິກ​ສະພາ​ຂອງ​ພັກ​ຝ່າຍ​ຄ້ານ​ກ່າວ​ວ່າ​ຈະ​ເຂົ້າຮ່ວມ​ກອງປະຊຸມ,​ແຕ່​ສະ​ມາ​ຊິກ ສະ​ພາ​ຂອງ​ບັນ​ດາ​ພັກ​ຝ່າຍ​ລັດ​ຖະ​ບານ​ຕົກ​ລົງ​ບໍ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຍ້ອນ​ເປັນ​ຫ່ວງ​ວ່າ​ກຸ່ມ​ເສື້ອ ​ແດງ​ຈະ​ປິດ​ລ້ອມ​ສະ​ພາ​ໃນ​ໄລ​ຍະ​ກອງ​ປະ​ຊຸມ.​ທ່ານ​ປະ​ນິ​ທານ ວັດ​ທະ​ນາ​ຍະ​ກອນ,​ໂຄ​ສົກ​ລັດ​ຖະ​ບານ​ໄທ​ກ່າວ​ວ່າ,​ທ່ານ​ອະ​ພິ​ສິດ ​ເວດ​ຊາ​ຊີ​ວະ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຈະ​ບໍ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ.

ຕາມ​ແຜນ​ການ​ເດີມ,​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ພິ​ຈາ​ລະ​ນາ​ເອ​ກະ​ສານ​ຈຳ​ນວນ​ໜຶ່ງ​ທີ່​ລັດ​ຖະ​ບານ​ລົງ​ນາມ​ກັບ​ປະ​ເທດ​ອື່ນ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ