ນາຍົກ​ໄທ​ກ່າວ​ວ່າ, ລັດຖະບານ​ໄທ​ບໍ່​ແມ່ນຜູ້ກໍ່​ເຫດການ​ນອງ​ເລືອດ​ຂອງ​"ກຸ່ມ​ເສື້ອ​ແດງ"

(GMT+08:00) 2010-03-16 16:40:14     cri
ຕາມ​ຂ່າວCRI:ວັນ​ທີ 16 ມີນາ​ນີ້, ​ໂດຍ​ແນ​ໃສ່​ຕອບ​ໂຕ້​ການ​ກະທຳ​ຂອງຜູ້​ປະ​ທ້ວງ​ຂອງ"​ກຸ່ມ​ເສື້ອ​ແດງ"ພາກັນ​​ໃຊ້​ສະ​ແລັງ​ດູດ​ເອົາ​ເລືອດ​ຢ່າງ​ຫຼວງຫຼາຍ​ເພື່ອ​ໃຊ້​​ກົດ​ດັນ​ຕໍ່​ລັດຖະບານ, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ລັດຖະບານ​ບໍ່​ແມ່ນ​ຜູ້​ກໍ່​ເຫດການ"ນອງ​ເລືອດ"ອັນ​ນີ້.

ໃນ​ເວລາ​ໃຫ້​ສຳພາດ​ຢູ່​ຄ້າຍ​ທະ​ຫານ​ບົກ​ທີ 11 ທີ່​ບາງກອກ​ໃນ​ຕອນ​ເຊົ້າວັນທີ 16, ທ່ານ​ອະພິສິດ​ກ່າວ​ວ່າ, ການ​ໂຮມ​ຊຸມນຸມ​ໃນ​ສອງ​ມື້​ມາ​ນີ້​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນວ່າ, ລັດຖະບານບໍ່​ໄດ້​ໃຊ້ຄວາມ​ຮຸນແຮງ​ຕໍ່ຜູ້​ປະ​ທ້ວງ​ທີ່​ເຂົ້າຮ່ວມ​ການ​ໂຮມ​ຊຸມນຸມ​ຂອງ​ກຸ່ມ​ເສື້ອ​ແດງ. ​ໂດຍ​ແນ​ໃສ່​ການ"ດູດ​ເອົາ​ເລືອດ"ທີ່ຜູ້​ປະ​ທ້ວງ​ຂອງ​ກຸ່ມ​ເສື້ອ​ແດງກະທຳ​ໃນ​ຕອນ​ເຊົ້າວັນນີ້, ທ່ານ​ກ່າວ​ວ່າ, ນີ້​ຢືນຢັນ​ຢ່າງ​​ເຕັມ​ສ່ວນວ່າ, ​ເຫດການ​"ນອງ​ເລືອດ"​ແມ່ນຜູ້​ປະ​ທ້ວງ​ກໍ່​ຂຶ້ນ​ເອງ​ແຕ່ບໍ່​ແມ່ນ​ຍ້ອນ​ລັດຖະບານ.

ວັນ​ດຽວ​ກັນ, ທ່ານ​ອະພິສິດ​ໄດ້​ກ່າວ​ເນັ້ນຫຼັກໝັ້ນຂອງ​ຕົນອີກ​ເທື່ອ​ໜຶ່ງ​ຄື​ຈະ​ບໍ່​ຍຸບ​ສະພາ​ຜູ້​ແທນ​ລາຊະ​ດອນ, ກ່າວ​ຢໍ້າວ່າການ​ຍຸບ​ສະພາ​​ບໍ່​ແມ່ນ​ວິທີ​ດີ​ທີ່​ສຸດ​ທີ່​ແກ້​​ໄຂ​ວິ​ກິດ​ການ​ການ​ເມືອງ, ລັດຖະບານ​ຍິນ​ດີ​ຮັບ​ຟັງ​ສຽງ​ແລະ​ຄວາມ​ເຫັນ​ຂອງ​ຝ່າຍ​ຕ່າງໆ, ​ແຕ່​ຈະ​ບໍ່​ອ່ອນ​ຍອມ​ຕໍ່​ການ​ຂົ່ມ​ຂູ່​​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ