ການ​ສ້າງ​ລັດຖະບານ​​ແບບ​ໃຫ້ການ​ບໍລິການ​ນັນຈະ​ຊຸກ​ຍູ້​ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ

(GMT+08:00) 2010-03-16 17:12:15     cri

​ໃນ​ເວລາ​ທ່ານ​ເວີນ​ເຈ່ຍ​ປາວ,ນາຍົກລັດຖະມົນຕີຈີນຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​ແຫ່ງ​ຊາດ​ຈີນ,ທ່ານ​ກ່າວ​ວ່າ, ຈະ​ພະຍາຍາມ​ສ້າງ​ລັດຖະບານ​ແບບ​ໃຫ້​ບໍລິການ​ທີ່​ປະຊາຊົນ​ພໍ​ໃຈ​ນຳ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ cri,ຜູ່​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ເຫັນ​ວ່າ, ນີ້​ຫມາຍ​ຄວາມ​ວ່າ​ລັດຖະບານ​ຕ້ອງ​ເຮັດ​ວຽກ​ຢ່າງ​ຕັ້ງຫນ້າ,​ເພື່ອ​ຮັບປະກັນ​ສິດທິ​​ຂອງ​ປະຊາຊົນ​ໃນ​ດ້ານ​ການ​ເມືອງ,​ເສດຖະກິດ​ແລະ​ດ້ານ​ອື່ນໆ,ພ້ອມ​ກັນນັ້ນຍັງ​ຄວນ​ສວຍ​ໃຊ້​ອຳນາດ​ພາຍ​​ໃຕ້ແສງ​ສະຫວ່າງ,ຈິ່ງຊຸກ​ຍູ້​ຄວາມ​ຍຸດຕິ​ທຳ​ໃນ​ສັງຄົມ​ໄດ້.​

ໃນ​ເວລາ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງລັດຖະບານ, ທ່ານ​ນາຍົກ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ, ຕ້ອງ​ຖື​ການ​ຫັນປ່ຽນ​ພັນທະ​ຫນ້າ​ທີ່​ເປັນ​ໃຈກາງ, ​ແລ້ວ​ລົງ​ເລິກ​ດຳ​ເນີນ​ການ​ປະຕິ​ຮູບ​ລະບອບ​ຄຸ້ມ​ຄອງ​ບໍລິຫານ,ອອກ​ແຮງ​ຊຸກ​ຍູ້​ການ​ສ້າງ​ລັດຖະບານ​ແບບ​ໃຫ້​ບໍລິການ.ນາງ​ຫລິນ​ເຈີ,ສາ​ສະ​ດາ​ຈານພະ​ແນ​ກການ​ເມືອງ​ແລະ​ກົດຫມາຍ​ຂອງ​ໂຮງຮຽນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເຫັນ​ວ່າ, ການ​ກ່າວ​ເນັ້ນ​ເຖິງ​ການ​ສ້າງ​ລັດຖະບານ​ແບບ​ໃຫ້​ບໍລິການ,​ແມ່ນ​ສ່ອງ​ແສງ​ເຖິງ​ທັດສະນະ​ທີ່​ຖື​ປະຊາຊົນ​ເປັນ​ກົກ,​ເຮັດ​ໃຫ້​ລັກສະນະ​ເປັນ​ເຈົ້າການ​ຂອງ​ລັດຖະບານ​ໃນ​ການ​ອຳນວຍ​ການ​ບໍລິການ​ດ້ານ​ສາທາລະນະ​ໃຫ້​ພົ້ນ​ເດັ່ນ​ຂຶ້ນ.ນີ້​​ໄດ້​ສະຫນອງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ດຳ​ເນີນ​ສິດທິ​ຕ່າງໆ​ຢ່າງ​ບັງ​ເກີດ​ຜົນ.ນາງ​ເວົ້າວ່າ:ເຊັ່ນ​ວ່າ​ໃນ​ດ້ານ​ການ​ເມືອງ, ຄວນ​ຕ່ອຍໆ​ເຮັດ​ໃຫ້​ປະຊາຊົນ​ຫລາຍ​ກວ່າ​ເກົ່າ​ເຂົ້າຮ່ວມ​ການ​ເມືອງ​ຢ່າງ​​ເປັນ​ລະບົບ,ບັນລຸ​ສິດດ້ານທິ​ການ​ເມືອງ​ແລະ​ສິດ​ເຂົ້າຮ່ວມ​ການປົກຄອງຂອງ​ປະຊາຊົນ;​ໃນ​ດ້ານ​ເສດຖະກິດ,ກໍ່​ແມ່ນ​ຄວນ​ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ, ບັນລຸ​ສິດທິ​ດ້ານ​ຊັບ​ສິນ​ຂອງ​ປະຊາຊົນ, ​ເຮັດ​ໃຫ້​ປະຊາຊົນ​ມີ​ຊີວິດທີ່​ອິ່ມຫນຳ​ສຳລານ, ຫລຸດຜ່ອນ​ຄວາມທຸກ​ຍາກ.


ໃນ​ບົດ​ລາຍ​ງານ​ທ່ານ​ເວີນ​ເຈ່ຍ​ປາວ​ຍັງ​ຊີ້​ອອກ​ວ່າ, ຈະ​ພະຍາຍາມ​ສ້າງ​ສະພາບ​​ແວດ​ລ້ອມ​​ແຫ່ງການ​ພັດທະນາ​ອັນ​ຍຸຕິ​ທຳ​ໃຫ້​ແກ່​ພາກສ່ວນ​ຕ່າງໆໃນຕະຫຼາດ, ຮັກສາ​ຄວາມ​ຍຸຕິ​ທຳ​​ແລະ​ຄວາມ​ເປັນ​ທຳຂອງ​ສັງຄົມ. ສາດ​ສະ​ດາ​ຈານ​ລິນ​ເຈີ​ເຫັນ​ວ່າ, ນີ້​ໝາຍ​ຄວາມ​ວ່າ​ການບໍລິການ​ສາທາລະນະ​ຈະ​ສະ​ເໝີ​ພາບກວ່າ​ເກົ່າ, ການ​ຊ່ອຍ​ເຫຼືອ​ຕໍ່​ກຸ່ມ​ຄົນ​ທີ່​ດ້ອຍ​​ໂອກາດ​ຈະ​ດີ​ຂຶ້ນ​ກວ່າ​ເກົ່າ.


"ມີ​ແຕ່​ລະຫວ່າງ​ຄົນ​ກັບ​ຄົນ​ບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ແລ້ວ, ສັງຄົມ​ຈິ່ງ​ຈະສາມາດ​ບັນລຸ​ຄວາມ​ເປັນ​ທຳ​ແລະ​ຍຸຕິ​ທຳ. ​ແຕ່​ວ່າ, ຈາກ​ສິດທິ​ຜົນ​ປະ​ໂຫຍ​ດດ້ານ​ກົດໝາຍ​ຫັນ​ເປັນ​ສິດທິ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ແມ່ນ​ຕ້ອງການ​ຊັບພະຍາກອນ, ບຸ​ກຄົນ​ຕ້ອງການການ​ຊ່ອຍ​ເຫຼືອ​ຈາກ​ສັງຄົມ. ​ໃນ​ຫຼາຍ​ປີ​ມາ​ນີ້, ​ໃນ​ຂະ​ບວນການ​ປະຕິ​ຮູບ, ພວກ​ເຮົາ​ໄດ້​ປະຕິບັດ​ໂຄງການ​ຄວາມ​ຫວັງ​ທີ່​ຊ່ອຍ​ເຫຼືອ​​ເດັກ​ນ້ອຍ​ທີ່​ເຊົາຮຽນ​ໄດ້​ກັບ​ຄືນ​ສູ່​ໂຮງຮຽນ​ຄືນ​ໃໝ່, ​ໂຄງການ​ປະກອບ​ອາຊີບ​ຄືນ​ໃໝ່, ​ແຜນການກີບ​ດອກ​ໄມ້​ໃນ​ລະດູບານ​ໃໝ່​ທີ່​ຊ່ອຍ​ເຫຼືອ​ນັກຮຽນ​ຍິງ​ຜູ້​ທຸກ​ຍາກ​ເຂົ້າ​ຮຽນ​ແລະ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ເປັນ​ຕົ້ນ, ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ທີ່​ຊ່ອຍ​ເຫຼືອ​ກຸ່ມ​ຄົນທີ່​ດ້ອຍ​ໂອກາດ​ຢ່າງ​ຕັ້ງໜ້າ."
 
​ ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ທີ່​ທ່ານ​ເວີ່ນ​ເຈ່ຍປາວ,ນາຍົກລັດ ຖະມົນຕີກ່າວ​ນັ້ນ ​ກ່າວ​ເນັ້ນ​ວ່າ, ຕ້ອງ​ພະຍາຍາມ​ຍົກ​ສູງ​ຄວາມ​ສາມາດ​​ໃນ​ການນຳ​ໃຊ້​ສິດ​ອຳນາດແລະຄວາມ​ຫນ້າ​ເຊື່ອ​ຖືຂອງ​ລັດຖະ ບານ.  ນີ້​ບໍ່ພຽງ​ແຕ່​ຕ້ອງ​ອາ​ໄສການ​ຍົກລະດັບ​ກຳ​ອຳນາດ​ຂອງ​ລັດຖະບານ​ໃຫ້​ສູງ​ຂຶ້ນ, ​​ແຕ່​ຍັງຕ້ອງ​ການຊຸກຍູ້​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​​ໃຫ້​ກ້າວ​ສູ່​ລວງ​ເລິກ, ​ໂດຍ​ສະ​ເພາະ​ແມ່ນຕ້ອງ​ປັບປຸງ​ລະບຽບ​ການ​ຄຸ້ມ​ຄອງ​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ສົມບູນ​ຂຶ້ນ​ ເຊັ່ນ​ວ່າ: ການຈັດ​ສັນ​ຊັບ​ພະຍາກອນດ້ານ​ສາທາລະນະ, ການຊື້ຂາຍ​ຊັບ​ສິນດ້ານ​ສາທາລະນະ,ການ​ຜະລິດ​ຜະລິດ​ຕະພັນ​ດ້ານສາທາ ລະນະ​ແລະ​ອື່ນໆ, ​ເພີ່ມ​ຄວາມ​ສາມາດຈຳກັດ​ດ້ານ​ລະບຽບ​ການ​ໃຫ້​ຫຼາຍ​ຂຶ້ນ. ທ່ານ​ສາດສະດາຈານ​ລິນ​ເຈີ່ ​ເຫັນ​ວ່າ, ທ່ານ​ນາຍົກລັດຖະມົນຕີ​ເວີ່ນ​ເຈ່ຍ​ປາວ​ໄດ້​ກ່າວ​ເຖິງ​​ເປັນ​ພິ​ເສດ​ວ່າ "ສ້າງ​ເງື່ອນ​ໄຂ​​ແລະ​ຊ່ອງ​ທາງໃຫ້​ແກ່​ປະຊາຊົນ​ຕຳ​ນິ​ຕິ​ຊົມແລະ​ຕິດຕາມ​ກວດກາລັດຖະບານ",ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ການ​ເມືອງ​ເທົ່າ​ນັ້ນ,​​ຍັງ​ມີ​ຜົນ​ດີ​ຕໍ່​ການ​ສ້າງ​​ເວທີ​ແລະ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ພົນລະ​ເມືອງ​ເຂົ້າຮ່ວມການ​ສ້າງສາ​ຂອງລັດຖະບານ,​ແລະ​ເຕົ້າ​ໂຮມ​ສະຕິ​ປັນ​ຍາ​ແລະ​ກຳ​ລັງ​ວັງຊາ ຕ່າງໆ​ຂອງ​ປະຊາຊົນ​ຢ່າງ​ເຕັມ​ທີ່. ພຽງ​ແຕ່​ເຮັດ​ແບບນີ້​ເທົ່າ​ນັ້ນ, ຈຶ່ງ​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມສຸກ​ກວ່​າ​ເກົ່າ​ແລະ​ມີ​ກຽດ​ສັກ​ສີກ​ວ່າ​ເກົ່າ, ​ແລະສັງຄົມ​ຈຶ່ງມີ​ຄວາມ​ຍຸດຕິ​ທຳ​ແລະ​ກົມກຽວ​ກັນ​​ກວ່າເກົ່າ". 


"ລະບຽບ​ການ​ຕ້ອງການ​ແສງ​ສະ​ຫວ່າງ, ​ແລະ​ເຮັດ​​ໃຫ້ກາ​ນກະທຳ​ທັງ​ຫມົດ​ທີ່ນຳ​ໃຊ້ສິດອຳນາດ​ ພາຍ​ໃຕ້​ການ​ຕິດຕາມກວດກາ. ຫຼັງຈາກ​ນຳ​ໃຊ້​ສິດ​ອຳນາດ​ຕ່າງໆ​ແລ້ວ, ລ້ວນ​ແຕ່ສຳ​ຫຼວດກວດກາ​ຢ່າງ​ຕັ້ງຫນ້າ, ຖ້າ​ຊອກ​ເຫັນ​ຂໍ້​ບົກ​ພ່ອງ​ກໍ່​ຕ້ອງ​ ​ດັດ​ແກ້​​ໃຫ້ທັນ​ການ, ​ຖ້າ​ເຮັດ​ແບບ​ນີ້ ຈຶ່ງ​ສາມາດ​ບັນລຸ​ຈຸດ ປະ ສົງ​​ເບື້ອງ​ຕົ້ນ​​ໃນ​ການ​​ສ້າງ​ລະບຽບ​ການ"  .
 
 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ