ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ, ​ເຂດ​ການ​ຄ້າ​​ເສລີ​ຈີນ​ອາຊຽນ​ມີຊີວິດ​ຊີວາຫຼາຍ

(GMT+08:00) 2010-03-17 17:53:06     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ມີນາ​ນີ້, ຢູ່​ນະຄອນ​ອູ​ຮ້ານ​ຂອງ​ຈີນ, ທ່ານ​ສຸລິນ ພິດສຸວັນ, ​ເລຂາ​ທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ, ນັບ​ແຕ່​ເລີ່ມປະຕິບັດ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເປັນຕົ້ນມາ​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ມີ​​ຊີວິດຊີວາ​ອັນ​ແຂງ​ແຮງ, ພ້ອມ​ກັນນັ້ນ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ສະໜອງ​ເວທີ​ທີ່​ສຳຄັນ​ທີ່​ສຸດ​ແລະຂາດ​ບໍ່​ໄດ້​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ອາຊຽນກັບ​ຈີນ, ປະ​ເທດ​ຕ່າງໆ​ຄວນ​​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ເຊິ່ງກັນ​ແລະ​ກັນ​ໃນ​ຂົງ​ເຂດ​ຕ່າງໆ.

ທ່ານ​ສຸລິນ ພິດສຸວັນ​ແມ່ນ​ກ່າວ​ຄວາມ​ນີ້​ໃນ​ເວລາ​​ເຂົ້າພົບ​ທ່ານ​ຢວນ​ເສີງ​ຟາ, ​ເຈົ້າຄອງ​ນະຄອນ​ອູ​ຮ້ານ. ຄາດ​ວ່າ​ຮອດ​ປີ 2013, ຈີນ​ຈະ​ສ້າງ​ຕາໜ່າງລົດ​​ໄຟ​ຄວາມ​ໄວ​ສູງ​ທີ່​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ໃຫ້​ສຳ​ເລັດ, ​ເມື່ອ​ຮອດ​ເວລາ​ນັ້ນ, ຂີ່​ລົດ​ໄຟຄວາມ​ໄວ​ສູງ​ຈາກ​ນະຄອນ​ອູ​ຮ້ານຈະ​ສາມາດ​ໄປ​ຮອດ​ນະຄອນຫຼວງປັກ​ກິ່ງ, ນະຄອນ​ຊຽງ​ໄຮ້, ນະຄອນ​ເສີງ​ຕູ​ແລະ​ນະຄອນ​ກວາງ​ໂຈ​ວພາຍ​ໃນ 4 ຊົ່ວ​ໂມງ, ຍຸກ​ລົດ​ໄຟ​ຄວາມ​ໄວ​ສູງຈະ​ເຮັດ​ໃຫ້​ນະຄອນອູ​ຮ້ານກາຍ​ເປັນ​​ໃຈກາງ​ຂອງ​ວົງ​ເສດຖະກິດ 4 ຊົ່ວ​ໂມງ​ຂອງ​ຈີນ. ຕໍ່​ເລື່ອງ​ນີ້, ທ່ານ​ສຸລິນ​ກ່າວ​ວ່າ, ອູ​ຮ້ານຕັ້ງຢູ່​ໃຈກາງ​ແຜ່ນ​ດິນຈີນ, ການ​ຄົມມະນາຄົມ​ສະດວກ, ​ເລື່ອງນີ້​ສ້າງ​ຄວາມ​ປະ​ທັບໃຈຫຼາຍຕໍ່​ປະ​ເທດ​ອາຊີອາຄະ​ເນ. ພ້ອມ​ກັນນັ້ນ, ​ໃນ​ດ້ານ​ການ​ສຶກສາ, ການຄົ້ນຄວ້າ​ວິທະຍາສາ​ດ​ເຕັກນິກ, ວັດທະນະທຳ, ກະສິກຳ​ແລະ​ດ້ານ​ອື່ນໆ, ກຳລັງ​​​ແຮງຕົວ​ຈິງ​ຂອງ​ນະຄອນ​ອູ​ຮ້ານ​ກໍ່​ຈະ​ມີ​ບົດບາດ​ສຳຄັນ​ຕໍ່​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ລະຫວ່າງ​ອາຊຽນກັບ​ແຂວງ​ພາກ​ກາງຂອງ​ຈີນ.

ວັນ​ດຽວ​ກັນ, ທ່ານ​ສຸລິນ​ຍັງ​ໄປ​ຢ້ຽມຢາມ​ບໍລິສັດ​ລົດຍົນ​ຕົ່ງ​​ເຟີ​ງ, ​ໂຮງງານ​ປະກອບ​ລົດຍົນ​ເສີນ​ລົງ, ຫໍພິພິດທະພັນ​ແຂວງ​ຫູ​ໄປ​ທີ່​ຕັ້ງຢູ່​ນະຄອນ​ອູ​ຮ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ