ນາຍົກ​ໄທຫຼີກລ້ຽງ​ບໍ່​ພົບ​ກຸ່ມ​ເສື້ອ​ແດງ​ແລະ​ປະຕິ​ເສດ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະສະພາ

(GMT+08:00) 2010-03-18 16:50:27     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ມີນາ​ນີ້, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ນາຍົກລັດຖະມົນຕີ​ໄທ​ໄດ້​ປະຕິ​ເສດ​ອີກ​ເທື່ອ​ໜຶ່ງບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະສະພາ, ​ເພື່ອຫຼີກລ້ຽງ​ບໍ່​ພົບ​ກັບ​ກຸ່ມ​ເສື້ອ​ແດງທີ່​ພວມ​ໂຮມ​ຊຸ​ມນຸມປະ​ທ້ວງ​ຢູ່.

ວຸດ​ທິສະພາ​ແລະ​ສະພາ​ຜູ້​ແທນ​ລາຊະ​ດອນ​ໄທ​ທຳ​ອິດ​ມີແຜນຈັດ​ກອງ​ປະຊຸມ​ປະສົມ​ໃນ​ວັນ​ທີ 16 ມີນາ​ນີ້, ​ເພື່ອ​ພິຈາລະນາ​ເອກະສາ​ນຂອງ​ລັດຖະບານ​ທີ່​ຈະ​​ເຊັນ​ກັບ​ຕ່າງປະ​ເທດ. ຍ້ອນ​ເປັນ​ຫ່ວງ​ກຸ່ມ​ເສື້ອ​ແດງ​ຈະ​ປິດ​ລ້ອມ​ລັດຖະສະພາ, ສະມາຊິກ​ສະພາ​ທີ່​ເປັນ​ພັກ​ຮ່ວມ​ລັດຖະບານ​ແລະ​ທ່ານ​ອະພິສິດ​ລ້ວນ​ແຕ່​ຕົກລົງ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ໃນ​ວັນ​ທີ 16. ວັນ​ທີ 17, ຍ້ອນ​ຜູ້​ເຂົ້າຮ່ວມ​ບໍ່​ຄົບຈຳນວນ​ທີ່​ກຳນົດ​ໃນ​ກົດໝາຍ, ​ກອງ​ປະຊຸມ​ຈຶ່ງ​ຖືກ​ເລື່ອນ​ເວລາຈັດ​ອອກ​ໄປ​, ຈົນ​ຮອດ​ຕອນ​ເຊົ້າວັນ​ທີ 18 ຈຶ່ງ​​ຈັດ​ຂຶ້ນ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ