ນາຍົກ​ໄທ​ກ່າວ​ວ່າ​ປະຕູ​​ສຳລັບ​ການ​ເຈລະ​ຈາ​ເພື່ອ​ແກ້​ໄຂ​ບັນ​ຫາ​ຍັງ​ເປີດ​ຢູ່

(GMT+08:00) 2010-03-18 16:56:30     cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ18ມີນາ​ນີ້, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ, ລັດ​ຖະບານ​ຍັງ​​ເປີດ​ປະຕູ​ສຳລັບ​ການເຈ​ລະຈາ​ກັບ​ກຸ່ມ​ແນວ​ໂຮມ​ປະຕິ​ຊາ​ທິປະ​ໄຕ​ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທຫຼື​ກຸ່ມ​ເສື້ອ​ແດງ​ທີ່​ພວມ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ຕ້ານ​ລັດຖະ​ບານ​ເພື່​ອ​ແກ້​ໄຂ​ບັນຫາ.

ທ່ານ​ກ່າວ​ວ່າ, ຖ້າວ່າກຸ່ມ​ຜູ້​ປະ​ທ້ວງ​ເຄື່ອນ​ໄຫວ​ໃນ​ຂອບ​ກົດ​ໝາຍ, ລັດ​ຖະບານ​ຈະ​ບໍ່​ປະຕິ​ເສດ​ເຈ​ລະ​ຈາ​ກັບ​ກຸ່ມປະ​ທ້ວງ. ​ລັດຖະບານ​ຍັງ​ເປີດ​ປະຕູ​ສຳ​ລັບ​ການເຈ​ລະຈາ​ເພື່ອ​ແກ້​ໄຂ​ບັນຫາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ