ທ່ານ​ຫຸຍ​ຫລຽງ​ຢູ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ຊົກ​ອັນຮອງ​ນາຍົກ​ລັດຖະ​ມົນຕີ​ກໍາປູ​ເຈຍ

(GMT+08:00) 2010-03-18 18:05:03     cri
ຕາມ​ຂ່າວສານ​ຊິນ​ຮວາ:​ວັນ​ທີ18​ມີ​ນາ​ນີ້ຢູ່​ທີ່​ພະນົມ​ເປັນ ທ່ານ​ຫຸຍ​ຫລຽງ​ຢູ້ ຮອງ​ນາຍົກ​ລັດຖະ​ມົນຕີ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາກັບ​ທ່ານ​ຊົກ​ອັນ ຮອງ​ນາຍົກລັດ​ຖະມົນຕີກຳປູ​ເຈຍ ລັດຖະມົນ​ຕີ​ຂອງ​ຫ້ອງ​ວ່າການ​ລັດຖະ​ບານກຳ​ປູ​ເຈຍ

ທ່ານ​ຫຸຍ​ຫລຽງຢູ້​ກ່າວ​ວ່າ​ຫລັງ​ຈາ​ກຈີນ ​ແລະ​ກຳປູ​ເຈຍ​ໄດ້​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດເຄິ່ງ​ສະຕະ​ວັດ​ມານີ້ ສາຍ​ພົວພັນ​ສອງ​ຝ່າຍ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ຂອງ​ສາຍ​ພົວພັນ​ລະຫວ່າງ​ປະ​ເທດ​ຕ່າງໆ ຝ່າຍ​ຈີ​ນ​ເອົາ​ໃຈ​​ໃສ່​ສາຍ​ພົວພັນ​ຈີນ-​ກຳປູ​ເຈຍ​ຢ່າງ​ສູງ ຍິນ​ດີຮ່ວມ​ກັບ​ກຳປູ​ເຈຍ​ພະຍາ​ຍາມເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະ​ພາບ​ທີ່​ເປັນ​ມູນ​ເຊື້​ອ ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍດ​ເສີມ​ສ້າງ​ເນື້ອ​ໃນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຢ່າງ​ບໍ່​ຢຸດ​ຢັ້ງ ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ​ຂະຫຍາຍ​ໄປສູ່​ທິດ​ທາງ​ຫລາຍ​ຂົງ​ເຂດ​ຫລາຍ​ລະດັບ ​ແລະ ລະດັບ​ສູງ

ທ່ານ​ຊົກ​ອັນ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ຝ່າຍ​ຈີນ​ທີ່​ໃຫ້ການ​ສະຫນັບ​ສະຫນຸນ​ແລະ ຊ່ວຍ​ເຫລືອ​ໃນ​ໄລຍະ​ທີ່​ຜ່ານ​ມາ ຝ່າຍ​ກຳປູ​ເຈຍ​ຫວັງ​ຮ່ວມ​ກັບ​ຝ່າຍ​ຈີນ ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນສູ່​ລະດັບ​ສູງ
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ