ນາຍົກ​ໄທ​ເຫັນ​ວ່າ​ສະຖານະ​ການ​ຢູ່​ບາງກອກ​ຈະ​ຟື້ນ​ຟູ​ປົກກະຕິ​ໃນ​ອາທິ​ດໜ້າ

(GMT+08:00) 2010-03-19 16:41:24     cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ19ມີນາ​ນີ້, ຢູ່​ຄ້າຍ​ກອງພັນ​ໃຫຍ່​ທະຫານ​ລາບ​ທີ11ຂອງ​ກອງທັບ​ບົກ​ໄທ​ທີ່​ພາກ​ເໜືອ​ບາງ​ກອກ, ທ່ານ​ອະພິສິດ ​ເວດ​ຊາ​ຊີວະ, ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ, ເພິ່ນ​ເຊື່ອ​ວ່າ​ສະຖາ​ນະ​ການ​ຢູ່ບາງກອກ​ຈະ​ຟື້ນ​ຟູ​ປົກກະຕິ​ໃນ​ອາທິດໜ້າ.

ຍ້ອນ​ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ຊຸມນຸມ​ປະ​ທ້ວງ​ຕ້ານ​ລັດຖະບານ​ທີ່​ກຸ່ມ​ແນວ​ໂຮມ​ປະຊາ​ທິປະ​ໄຕ​ຕ້ານ​ຜະ​ເດັດ​ການ​ແຫ່ງ​ຊາດ​ໄທຫຼື​ກຸ່ມ​ເສື້ອ​ແດງ​ທີ່​ຈັດ​ຂຶ້ນ​ຢູ່​ບາງ​ກອກ, ກອງ​ປະ​ຊຸມ​ປະ​ຈຳ​ອາ​ທິດ​ຂອງ​ລັດຖະ​ບານ​ໄທ​ໄດ້​ຖືກ​ຍົກ​ເລີກ, ກອງ​ປະຊຸມ​ລັດຖະ​ສະພາ​ກໍ່​ບໍ່​ສາມາດ​ຈັດ​ຂຶ້ນ​ຕາມປົກ​ກະຕິ.

ວັນ​ທີ19ມີນາ​ນີ້, ກຸ່ມ​ເສື້ອ​ແດງ​ສືບ​ຕໍ່​ຈັດການ​ຊຸມນຸມ​ປະ​ທ້ວງ​ຢູ່​ບາງ​ກອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ