ການ​ເພີ່ມທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນຢ່າງ​ຮອບດ້ານ​ແມ່ນ​ນະ​ໂນ​ບາຍ​ທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ຂອງ​ຈີນ

(GMT+08:00) 2010-03-19 18:01:20     cri

ຕາມ​ຂ່າ​ວCRI: ວັນ​ທີ19​ມີນາ​ນີ້, ຢູ່​ປັກ​ກິ່ງ, ​ໃນ​ເວລາ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ສຸນຣິນ ພິດ​ສຸວັນ, ​ເລຂາ​ທິການ​ໃຫຍ່​ອາຊຽນທີ່​ມາຢ້ຽມຢາມ, ທ່ານ​ຢາງ​ເຈ​ສື, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ໃນ​ປະຈຸ​ບັນ​ແລະ​ໄລຍະ​ໜຶ່ງ​ຕໍ່ໜ້າ​ນີ້, ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມືກັບອາ​ຊຽນ​ຢ່າງ​ແທ້​ຈິງ​, ຕັ້ງໜ້າ​ປະຕິບັດ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ຊຸກຍູ້​ໃຫ້ພື້ນ​ຖານ​ໂຄງ​ລ່າງ​ຂອງ​ສອງ​ຝ່າຍ​​​ເຊື່ອມໂຍງ​ເຂົ້າກັນ, ຊຸກຍູ້​ໃຫ້​ເສດ​ຖະກິດ, ສັງຄົມ​ແລະ​ສິ່ງ​ແວບ​ລ້ອມ​ພັດທະນາ​ຢ່າງ​ກົມກຽວ​ກັນ, ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ວັດທະ​ນະທຳ​​ສັງຄົມ​ຢ່າງ​ກວ້າງ​ຂວາງ, ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ກັບ​ພາກພື້ນ​ແລະອະນຸ​ພາກ​ພື້ນ. ທ່ານ​ກ່າວ​ເນັ້ນ​ວ່າ, ຈີນ​ຈະ​ສືບ​ຕໍ່​ສະໜັບ​ສະໜູນ​ກາ​ນສ້າງສາ​ປະຊາຄົມ​ອາ​ຊຽນ, ສະໜັບ​ສະໜູນ​ອາຊຽນ ເສີມຂະ​ຫຍາຍບົດ​ບາດນຳ​ທາງໃນການ​ຮ່ວມມືອາຊີ​ຕາເວັນ​ອອກ.

ທ່ານ​ສຸຣິນກ່າວ​ວ່າ, ການພົວ​ພັນຄູ່ຮ່ວມ​ມືຍຸດ​ທະສາດ​ອາຊຽນຈີນ​ມີຄວາມໝາຍ ສຳຄັນ​ຫຼາຍຕໍ່​ອາຊຽນ. ທ່ານຂອບ​ໃຈນຳຈີນທີ່​ສະໜັບສະໜູນ​ອາຊຽນເສີມ​ຂະ ຫຍາຍບົດ​ບົດນຳທາງ​ໃຈກາງໃນ​ການຮ່ວມ​ມືອາຊີຕາ​ເວັນອອກ​ຢ່າງເດັດ​ດ່ຽວໜຽນ​ແໜ້ນໃນ​ໄລຍະຍາວ​ນານມານີ້,ຍ້ອງຍໍ​ຈີນທີ່ສະ​ໜັບສະໜູນ​ການສ້າງ​ສາປະຊາຄົມ​ອາຊຽນ​ແລະ ຂະບວນການ​ເຊື່ອມໂຍງ​ເຂົ້າເປັນອັນ​ໜຶ່ງອັນ​ດຽວກັນ. ທ່ານ​ເຫັ່ນວ່າ, ຈີນກັບ​ອາຊຽນ​ຕ້ອງເພີ່ມທະ​ວີການຮ່ວມມື​ໃນຂົງ​ເຂດການ​ເຊື່ອມໂຍງ​ເຂົ້າກັນ, ການລົງ​ທຶນເຊິ່ງ​ກັນແລະກັນ, ວິສາຫະ​ກິດຂະໜາດ​ກາງແລະ​ນ້ອຍ, ການ ທ່ອງທ່ຽວ, ວັດທະ​ນະທຳສັງ​ຄົມແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ