ການ​ສົນທະນາ​ລະຫວ່າງເຈົ້າໜ້າ​ທີ່​ອາວຸ​ໂສ​ກະຊວງປ້ອງ​ກັນ​ປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ພາກ​ພື້ນອາຊຽນຈັດຂຶ້ນ​ຢູ່​ຫວຽດນາມ

(GMT+08:00) 2010-03-19 18:43:49     cri
ຕາມ​ຂ່າ​ວສານ​ຊີ​ນຮວາ: ວັນ​ທີ 18 ມີນາ​ນີ້, ການ​ສົນທະນາລະຫວ່າງ​ເຈົ້າໜ້າ​ທີ່​ອາ​ວຸ​ໂສ​ກະຊວງປ້ອງ​ກັນ​ປະ​ເທດ​ໃນ​ຂອບ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນ​ໄດ້​ຈັດ​ຢູ່​ເມືອງ​ເງ່ຍຈ່າງ ​ເມືອງ​ແຄມ​ທະ​ເລ​ພາກ​ກາງ​ຫວຽດນາມ. ການ​ສົນທະນາ​​ແມ່ນ​ເຈົ້າໜ້າ​ທີ່​​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ແລະ​ອິນ​ເດຍ​​ເປັນ​ປະທານ​ຈັດ​ຂຶ້ນ.

ຕາມ​ຂ່າວສານ​ຫວຽດນາມ​ລາຍ​ງານ​ວ່າ, ຫົວ​ຂໍ້​ຕົ້ນຕໍ​ຂອງ​ການ​ສົນທະນາ​ແມ່ນ"ຍົກ​ສູງຄວາມ​ສາມາດ​ເພື່ອ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​"​ແລະ​ເພີ່​ມບົດບາດ​ຂອງ​ເວທີ​ປຶກສາ​ຫາລື​ພາກ​ພື້ນ​ອາ​ຊຽນ". ຜູ້​ຮ່ວມ​ປະຊຸມ​ໄດ້​ຫາລື​ສະຖານະ​ການ​ສາກົນ​ແລະ​ພາກ​ພື້ນ, ​ຄວາມ​ໝັ້ນຄົງ​ພາຍ​ໃນ​ຂອບ​​ເວທີ​ປຶກສາ​ຫາລື​ທີ່​ສົນ​​ໃຈ​ຮ່ວມ​ກັນ, ​ແລະ​ໄດ້​ວາງ​ມາດ​ຕະການກ່ຽວ​ກັບ​ສະມາຊິກ​ຕ່າງໆຂອງເວທີ​ປຶກສາ​ຫາລືເພີ່ມ​ ​ການ​ຮ່ວມ​ມື​ແນວ​ໃດ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ແລະ​ວຽກ​ງານ​ປ້ອງ​ກັນຊາ​ດ​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ