ຮອງ​ນາຍົກ​ຈີນ​ເຈ​ລະ​ຈາກັບ​ນາຍົກລາວ

(GMT+08:00) 2010-03-20 16:43:51     cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 20 ມີນາ​ນີ້, ທ່ານ​ຮຸຍ​ລຽງ​ຢູ້, ຮອງ​ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ບົວ​ສອນ ບຸກຜາ​ວັນ, ກຳມະການ​ກົມການ​ເມືອງສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ນາຍົກລັດຖະມົນຕີລາວຢູ່​ນະຄອນຫຼວງວຽງ​ຈັນ.

ທ່ານ​ຮຸຍ​ລຽງ​ຢູ້ກ່າວ​ວ່າ, ຈີນ​ລາວ​ແມ່ນ​​ເພື່ອນ​ບ້ານ​ທີ່​ດີ, ​ເພື່ອນ​ມິດ​ທີ່​ດີ, ສະຫາຍ​ທີ່​ດີ​ແລະ​ໝູ່ຄູ່​ທີ່​ດີຢ່າງ​ຈິງຈັງ. ພາຍ​ໃຕ້​ການ​ຊີ້ນຳ​ຂອງທິດ​ທາງທີ່​ວ່າ"ສະຖຽນ​ລະພາບ​ຍາວ​ນານ, ​ເປັນ​ເພື່ອນ​ບ້ານ​​ໃກ້​​ຄຽງທີ່​ດີ, ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ແລະ​ຮ່ວມ​ມື​ຢ່າງຮອບດ້ານ", ການພົວພັນ​ຈີນ​ລາວ​ໄດ້​ຂຶ້ນ​ສູ່ລະດັບ​ໃໝ່​ເລື້ອຍໆ. ທ່ານ​ຮຸຍ​ລຽງ​ຢູ້ຍັງ​​ໄດ້​ຊົມ​ເຊີຍ​ຜົນສຳ​ເລັດ​ທີ່ລາວ​​ໄດ້​ຮັບໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

ທ່ານ​ບົວ​ສອນ ບຸກຜາ​ວັນ​ເຫັນ​ດີ​ເຫັນ​ພ້ອມ​ກັບ​ການ​ຕີ​ລາຄາ​​ຂອງ​ທ່ານ​ຮຸຍ​ລຽງ​ຢູ້ຢ່າງ​ຕັ້ງໜ້າຕໍ່ກການພົວພັນ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ກ່າວ​ວ່າ, ຜົນງານ​ທີ່ລາວ​ໄດ້​ຮັບປາສະຈາກຄວາມ​ຊ່ວຍ​ເຫຼືອຂອງ​​ເພື່ອນ​ມິດ​ຈີນ​ບໍ່​ໄດ້, ຝ່າຍ​ລາວ​ຂອບ​ອົກ​ຂອບ​ໃຈ​ນຳລັດຖະບານ​ແລະ​ປະຊາຊົນ​ຈີນ​ທີ່ໃຫ້​ຄວາມສະໜັບສະໜູນອັນ​ລ້ຳ​ຄ່າ​ໃນ​ເວລາ​ດົນ​ນານ​ມາ​ນີ້.

ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ, ສອງ​ປະ​ເທດ​ຈີນ​ລາວ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ, ລ້ວນ​ແຕ່​ປະ​ເຊີນກັບ​ໜ້າທີ່ໜັກໜາ​ເພື່ອສ້າງ​ປະ​ເທດ​​ໃຫ້​ເຂັ້ມ​ແຂງ​ແລະ​ປະຊາຊົນ​ຮັ່ງມີ. ສອງ​ຝ່າຍ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ຢ່າງ​ຫຼວງຫຼາຍ​​ແລະພື້ນຖານ​ຮ່ວມ​ມືທີ່​ໜາ​ແໜ້ນ​ໃນ​ຂົງ​ເຂດ​ຕ່າງໆ. ປີໜ້າ, ຈີນ​ລາວ​ຈະຕ້ອນຮັບວັນ​ສ້າງສາ​ຍພົວພັນ​ທາງ​ການທູດ​ຄົບຮອບ 50 ປີ, ສອງ​ຝ່າຍ​ຍິນ​ດີ​ຮ່ວມ​ກັນພະຍາຍາມ​ບັນລຸ​ການ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍ​ດ, ​ແລະ​ປະສານ​ງານ​ຢ່າງ​ໃກ້ຊິດ​ໃນ​ກົນ​​ໄກ​ຮ່ວມ​ມື​ສາກົນ​ແລະ​ພາກ​ພື້ນຕ່າງໆ​ເຊັ່ນສະຫະ​ປະຊາຊຊາດ, ອາ​ຊຽນບວກ​ຈີນ, ​ແລະ​ອາ​ຊຽນບວກ​ຈີນ,ສ.​ເກົາຫລີ​ແລະ​ຍີ່ປຸ່ນ, ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະສາດ​ຮອບດ້ານ​ຂອງ​ສອງ​ປະ​ເທດ​ພັດທະນາລົງ​ສູ່ລວງ​ເລິກ.

ກ່ອນ​ນີ້, ທ່ານ​ຮຸຍ​ລຽງ​ຢູ້​ແລະ​ທ່ານ​ສົມສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີຜູ້ປະຈຳການ​ລັດຖະບານລາວຍັງ​ຮ່ວມ​ກັນ​ເຂົ້າຮ່ວມ​ພິທີ​ລົງ​ນາມ​ໃນສັນຍາຮ່ວມ​ມື​ເສດຖະກິດ​ເຕັກນິກ​ແລະ​ກະສິກຳ​ຂອງ​ສອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ