ກຸ່ມ​ເສື້ອ​ແດງ​ໄທ​ຈະ​ຈັດ​ການ​ໂຮມ​ຊຸມ​ນຸມ​ປະ​ທ້ວງ​ອີກ​ເທື່ອ​ໜຶ່ງ​ຢູ່​ບາງ​ກອກ

(GMT+08:00) 2010-03-22 17:56:41     cri
ຕາມ​ຂ່າວສານ​ຊີນຮວາ: ວັນ​ທີ22​ມີນາ​ນີ້,ທ່ານຈະຕຸ​ພອນ ພົມ​ພັນ,ຫົວໜ້າ​ກຸ່ມ​ເສື້ອ​ແດງທີ່​ຕໍ່​ຕ້ານ​ລັດ​ຖະບານ​ໄທ​ກ່າວ​ວ່າ,ກຸ່ມ​ເສື້ອ​ແດງ​ຈະ​ຈັດການໂຮມ​ຊຸມ​ນູມ​ປະ​ທ້ວງ​ອີກ​ເທື່ອ​ໜຶ່ງ​ຢູ່​ນະຄອນຫຼວງ​ບາງກອກ​ຂອງ​ໄທ​ໃນ​ທ້າຍ​ອາທິດ​ນີ້.

ທ່ານ​ຈະຕຸ​ພອນ ພົມ​ພັນ​ຮຽກຮ້ອງ​​ໃຫ້ຜູ້​ສະໜັບ​ສະ​ໜູນ​ຂອງ​ກຸ່ມ​ເສື້ອ​ແດງທີ່ຢູ່​ບາງ​ກອກ​ແລະຢູ່​ນອກ​ບາງກອກ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ.ທ່ານ​ກ່າວ​ວ່າ,ຖ້າ​ຜູ້​ສະໜັບ​ສະໜູນ​ຂອງ​ກຸ່ມ​ເສື້ອ​ແດງ​ຢູ່ນອກ​ບາງກອກບໍ່​ສາມາດ​ໄປ​ຮອດ​ບາງກອກ,​ກໍ່​ໃຫ້​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງຢູ່​ຕໍ່ໜ້າ​ຫ້ອງການ​ປົກຄອງ​ຈັງຫວັດ​ຕ່າງໆຂອງ​ໄທ.

ທ່າ​ນຍັງ​ກ່າວ​ວ່າ,ກຸ່ມ​ເສື້ອ​ແດງ​ໄທ​ຈະສືບ​ຕໍ່​ຈັດການ​ໂຮມ​ຊຸມ​ນຸມປະ​ທ້ວງ,ຈົນ​ກວ່າລັດ​ຖະບານ​ຂອງ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ​ຈະຍຸບ​ສະພາ​ແລະ​ຈັດການ​ເລືອກ​ຕັ້ງຄືນ​ໃໝ່​ຕາມ​ເງື່ອນ​ໄຂຂອງ​ເຂົາ​ເຈົ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ