ເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​ໃນ​ປີ​2011​ອາດ​ຈະ​ເຕີບ​ໂຕ​6,3%

(GMT+08:00) 2010-03-22 18:59:44     cri
ຕາມ​ຂ່າວສານ​ຊີນຮວາ: ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ອາ​ມີ​ດາ ອາ​ລິ​ສຈາ​ບາ​ນາ,ລັດ​ຖະມົນ​ຕີ​ລັດຖະກິດ​ທີ່​ຮັບ​ຜິດ​ຊອບ​ແຜນການ​ພັດທະນາ​ແຫ່ງ​ຊາດ,ທັງ​ເປັນ​ປະທາ​ນຄະນະ​ກຳມະ​ການ​ແຜນການ​ພັດທະ​ນາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ໂດຍ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​ລາຍ​ຈ່າຍ​ແລະ​ການ​ລົງທຶນ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ເພີ່ມ​ຂຶ້ນ,ປີ2011,​ເສດຖະ​ກິດອິນ​ໂດ​ເນ​ເຊຍ​ຈະ​​ເຕີບ​ໂຕ6,3%.

ທ່ານ​ອາ​ມີ​ດາ ອາ​ລິ​ສຈາ​ບາ​ນາກ່າວ​ວ່າ,ຄາດ​ວ່າ,ລາຍ​ຈ່າຍ​ແລະ​ການ​ລົງທຶນ​ຂອງລັດ​ຖະບານ​ອິນ​ໂດ​ເນ​ເຊຍ​ໃນ​ປີ2010ຈ​ະ​ເພີ່ມ​ຂຶ້ນ10%​ເມື່ອ​ທຽບ​ໃສ່​ປີ​ກາຍ,ພ້ອມ​ກັນນັ້ນ,​ຂະໜາດ​ທຶນ​ຂອງ​ແຜນການ​ກະ​ຕຸ້ນ​ເສດຖະ​ກິດ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ15%.​ຄາດ​ວ່າ,​ເສດຖະ​ກິດອິນ​ໂດ​ເນ​ເຊຍ​ໃນ​ປີ2010ຈະ​ເພີ່ມ​ຂຶ້ນ5,5%,​ເພີ່ມ​ຂຶ້ນ1%​ເມື່ອ​ທຽບ​ໃສ່4,5%​ຂອງ​ປີ​ກາຍ.

ໃນ​ໄຕ​ມາດ​ທີ4​ຂອງ​ປີ2009,​ອັດຕາ​ເຕີບ​ໂຕ​ຂອງເສດ​ຖະກິດ​ອິນ​ໂດ​ເນ​ເຊຍ​ແມ່ນ5,4%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ