ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ກ່າວ​ວ່າ ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ມີ​ຄວາມ​ໝາຍ​ຫຼາຍ

(GMT+08:00) 2010-03-22 19:01:52     cri
ຕາມ​ຂ່າວສານ​ຊີນຮວາ: ວັນ​ທີ22​ມີນາ​ນີ້,​ໃນ​ເວລາ​ກ່າວ​ປາຖະ​ກະຖາ​ຢູ່​ສະ​ຖາ​ບັນການ​ຕ່າງປະ​ເທດ​ຈີນ,ທ່ານ​ສຸລິນ ພິດ​ສຸວັນ,​ເລຂາ​ທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ,​ປະຈຸ​ບັນ,ທົ່ວ​ໂລກນັບ​ມື້​ນັບ​ເອົາ​ໃຈ​ໃສ່ພາກ​ຕາ​ເວັນ​ອອກ,ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ​ມີ​ຄວາມ​ໝາຍ​ຫຼາຍ.

ໃນ​ການ​ກ່າວ​ປາຖະ​ກະຖາ​ທີ່​ມີ​ຫົວ​ຂໍ້​ວ່າ"ການ​ພັດທະ​ນາ​ຂອງ​ອາ​ຊຽນ​ແລະ​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ຈີນ"​ເທື່ອ​ນີ້,ທ່ານ​ສຸລິນ ພິດ​ສຸວັນ​ຊີ້​ອອກ​ວ່າ,ຈີນ,ອິນ​ເດຍ​ທີ່​ຕັ້ງຢູ່​ພາກ​ຕ​າ​ເວັນ​ອອກ​ຂອງ​ໂລກ​ແລະ​ປະ​ເທດ​ຕ່າງໆ​ຂອງ​ອາຊີ​ອາຄະ​ເນໄດ້​ບັນລຸ​ການ​ເຕີບ​ໂຕ​ຢ່າງ​ຫຼວງ​ຫຼາຍ​ໃນ​ວິ​ກິດ​ການ​ການ​ເງິນ​ສາກົນ,ກາຍ​ເປັນ​ຈຸດ​ສຳຄັນ​ທີ່​ຊຸກຍູ້​ການ​ພັດທະນາ​ຂອງເສດ​ຖະກິດ​ໂລກ.ອາ​ຊຽນ​ກັບ​ຈີນ​ມີ​ການ​ພົວພັນ​ມູນ​ເຊື້ອ​ອັນ​ດີງາມ,ຊຸມ​ປີ​ມາ​ນີ້,ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ,ການ​ປະ​ສານ​ງານ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ເປີດ​ກ້ວາງຢ່າງ​ບໍ່​ຢຸດ​ຢັ້ງ.​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນທີ່​ຫາ​ກໍ່ສ້າງ​ສຳ​ເລັດ​ຢ່າງຮອບ​ດ້ານ​ໃນ​ວັນ​ທີ1ມັງ​ກອນປີ​ນີ້​ກໍ່​ໄດ້​ສະໜອງ​ໂອກາດ​ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຢ່າງ​ຫຼວງຫຼາຍ​ໃຫ້​ແກ່​ການຮ່ວມ​ມືລະຫວ່າງ​ສອງ​ຝ່າຍ,ສອງ​ຝ່າຍ​ຍັງ​ຈະ​ຕ້ອນຮັບ​ການ​ສ້າງ​ການ​ພົວພັນ​ເຈລະ​ຈາຄົບ​ຮອບ20ປີ​ໃນ​ປີໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ