ຜູ່​ໃຊ້​ອິນ​ເຕີ​ເນັດ​ຈີນ​ຮູ້​ສຶກ​ເສີຍ​ໆ ຕໍ່​ເລື່ອງ​ທີ່​Google​ ຈະ​ຖອນ​ຕົວ​ອອກ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ

(GMT+08:00) 2010-03-23 16:37:27     cri
ຕອນ​ຂ້ອນ​ແຈ້ງ​ວັນ​ທີ23​ມີນາ​ນີ້ຕາມ​ເວລາ​ປັກ​ກິ່ງ, ທ່ານ​​​ເດວິດ ດຣຳມອນ,ຮອງ​ປະທານ​ອາວຸ​ໂສ,​ເຈົ້າໜ້າ​ທີ່​ກົດໝາຍ​ຜູ່​ທຳ​ອິດ​ຂອງ​ບໍລິສັດ​ກູ​ໂກ(​Google)​ໄດ້​ອອກ​ຖະ​ແຫຼງ​ການຢ່າງ​ເປີດ​ເຜີຍ​, ​ເພື່ອຕິ​ຕຽນ​ຈີນອີກ​ເທື່ອ​ໜຶ່ງ ​ກ່ຽວ​ກັບ​ບັນ​ຫາ​ທີ່​ຖືກໂຈມ​ຕີ​ຈາກ​ແຮັກ​ເກີ,​ແລະ​ປະ​ກາດ​ຢຸດ​ຕິ​ການ"ກວດ​ກາ​ກັ່ນ​ຕອງ" ຕໍ່​ຜົນ​ທີ່​​ເວັບ​ໄຊ​ກູ​ໂກ​ຈີນ​ຄົ້ນ​ຫາ​ໄດ້,​ແລະ​ຍ້າຍ​ການ​ບໍ​ລິ​ການ​ຄົ້ນ​ຫາ​ທາງ​ອິນ​ເຕີ​ເນັດ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ​ໄປ​ຮົງ​ກົງ​ຈີນ. ​ ເມື່ອ​​​ໄດ້​ສັງ​ເກດຈາກ​ເວທີ​ປຶກສາ​ຫາລື​ແລະblog ບັນທຶກສ່ວນ​ຕົວຈຳນວນ​ຫຼວງ​ຫຼາຍຢູ່​ພາຍ​ປະ​ເທດທີ່​ສົນ​ໃຈ​ນຳ ​ແລະ​ໄປສຳພາດ​ຕໍ່​ຜູ່​ໃຊ້​ອິນ​ເຕີ​ເນັດ, ນັກ​ຂ່າວ​ກໍ່ໄດ້​ປະກົດ​ເຫັນ​ວ່າ, ຜູ່​ໃຊ້​ອິນ​ເຕີ​ເນັດ​ຈີນ​ຮູ້​ສຶກຄວາມ​ສະຫງົບ​ລົງທີ່​ສຸດຕໍ່​ບໍ​ລິ​ສັດ​ກູ​ໂກ​ຖອນ​ຕົວ​ອອກ​ຈາກ​ຈີນ. ຕໍ່​ໄປ​ເຊີນທ່ານ​ຟັງລາຍ​ລະອຽດ:     

ຈີນ​ແມ່ນ​ປະ​ເທດ​ທີ່​ມີ​ຈຳນວນ​ຜູ່​ໃຊ້​ອິນ​ເຕີ​ເນັດ​ຫຼາຍ​ທີ່​ສຸດ​ໃນ​ໂລກ. ປີ 2009, ອັດຕາ​ປົກ​ຄຸມ​ຂອງບໍລິສັດ​ກູ​ໂກ ໄດ້​ຫຼາຍ​ກວ່າ 30% ​ໃນ​ຕະຫຼາດການ​ບໍ​ລິ​ການ​ຄົ້ນ​ຫາ​ຂໍ້​ມູນຂ່າວ​ສານ​ທາງ​ອິນ​ເຕີ​ເນັດຈີນ. ນັບ​ແຕ່ວັນ​ທີ 23 ມີນາ​​ເປັນ​ຕົ້ນ​ໄປ,ຫຼັງ​ຈາກບໍລິສັດ​Google​ ຍ້າຍ​ການ​ບໍ​ລິ​ການ​ຄົ້ນ​ຫາ​ທາງ​ອິນ​ເຕີ​ເນັດ​ໄປ​ຮົງ​ກົງ​ຈີນ​ແລ້ວ, ນັກ​ຂ່າວ​ໄດ້​​​ເຂົ້າເບິ່ງເວັບ​ໄຊ​ຫຼາຍ​ແຫ່ງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ຢູ່​ຈີນ,​ ແລ້​ວພົບອັນ​ທີ່​ວ່າເຫດການ​ບໍລິສັດ​ກູ​ໂກ​ຖອນ​ຕົວອອກ​ຈາກ​ຈີນ ​ບໍ່​ໄດ້​​ເຮັດ​ໃຫ້​ຜູ່​ໃຊ້​ອິນ​ເຕີ​ເນັດ​ຢູ່ຈີນ​ສົນ​ໃຈ​ນຳຫຼາຍປານ​ໃດ, ​ແຕ່ສິ່ງ​ທີ່ຜູ່​ໃຊ້​ອິນ​ເຕີ​ເນັດ​ເຮັດ​ຫຼາຍ​ກວ່າ​ນັ້ນ​ກໍ່​ແມ່ນ​​ເຂົ​າ​​ເຈົ້າ ຂຽນຄຳ​​ເວົ້າຈີນ​ໃສ່​ເວັບ​ໄຊ​ ​ວ່າ"​ເຈົ້າ​ຈົ່ງ​ໄປ​ດີ."ທີ່ມີ​ຄວາມຫມາຍ​ເຍາະ​​ເຍີ້​ຍສຽດສີ​ຕໍ່​ກູ​ໂກ​​.​  

ທ້າວ​ຈ່າງ​ຈິງ​ເຟ່ທີ່​ເຮັດ​ວຽກ​ຢູ່​ບໍລິສັດ​ແຫ່ງ​ໜຶ່ງຢູ່​ຈົ່ງ​ກວ່ນຂຸນ​ຂອງ​ປັກ​ກິ່ງ​ກ່າວ​ວ່າ: "ຂ້ອຍ​​​ໄດ້​ໃຊ້​ກູ​ໂກ​ຕະຫຼອດ​ມາ, ​ໃນ​ເວລາ​ເຮັດ​ວຽກ​ກໍ​ໃຊ້​ຫຼາຍ. ສິ່ງ​ທີ່​ດີ​ອັນ​ໜຶ່ງ​ຂອງ​ກູ​ໂກ​ແມ່ນ​ສາມາດ​ຊອກ​ດ້ວຍ​ພາສາ​ຈີນ​ແລະ​ພາສາ​ອັງກິດ, ​ອີກ​ຢ່າງ​ໜຶ່ງ​ແມ່ນ​ຊອກ​ໄດ້​ຫຼາຍ​ໜ້າແລະ​ຄົບ​ຖ້ວນ. ຖ້າວ່າ​ກູ​ໂກ​ຖອນ​ອອກ​ຈາກ​ຕະຫຼາດ​ຈີນ, ​ໃນ​​ໄລຍະ​ທຳ​ອິດ​ກໍ່​ອາດ​ຈະ​ບໍ່​ລື​ງ​ເຄີຍ​ປານ​ໃດ, ​ແຕ່​ວ່າ​ຖ້າ​​ມີ​ບໍລິສັດ​ອື່ນ​ສາມາດ​ສະໜອງ​ການບໍລິການ​ທີ່​ຄ້າຍຄື​ກັບ​ກູ​ໂກ, ຂ້ອຍ​ເຊື່ອ​ວ່າ​ຂ້ອຍກໍ​ຈະສາມາດ​ໃຊ້​ເວັບ​ໄຊ​ຊອກ​ໃໝ່​​ເພື່ອ​ຊອກຫາ​ຂໍ້​ມູນທີ່​ຕ້ອງການ."ຕາມສູນ​ຂໍ້​ມູນ​ຂ່າວສານ​ອິນ​ເຕີ​ເນັດ​ຈີນ​​ແຈ້ງ​ວ່າ, ຜູ້​ໃຊ້​ອິນ​ເຕີ​ເນັດ​ຂອງ​ຈີນມີ​ຫຼາຍ​ກວ່າ 384 ລ້ານ​ຄົນ​ແລ້ວ, ​ເວັບ​ໄຊຫຼາຍ​ກວ່າ 3 ລ້ານ 2 ​ແສນ 3 ໝື່ນ​​ແຫ່ງ.

ການຫັນ​ເປັນ​​ແບບພາຍ​ໃນ​ແມ່ນ​ຂໍ​ກະ​ແຈ​ທີ່​ວິ​ສາ​ຫະກິດ​ອິນ​ເຕີ​ເນັດ​ສາມາດ​ໄດ້​ຮັບ​ຜົນສຳ​ເລັດ​​ໃນ​ບັນຫາດັ່ງກ່າວ, ກູ​ໂກ​ເຮັດ​ບໍ່​ດີ​ປານ​ໃດ. ຜູ້​ໃຊ້​ອິນ​ເຕີ​ເນັດ​ຈີນ​ຫຼາຍ​ຄົນ​ເຫັນ​ວ່າ, ກູ​ໂກ​ແມ່ນ​ປະກາດ​ຈະ​ຖອນ​ອອກ​ຈາກ​ຕະຫຼາດ​ຈີນ​ກ່ອນ, ​ແລ້ວ​ປ່ຽນ​ເວັບ​ໄຊ​ຂອງ​ຕົນ​ໄປ​​ເຮັດ​ຢູ່​ຮົງ​ກົງ, ​ໃນ​ນັ້ນ​ສາ​ເຫດ​ສຳຄັນ​ອັນ​ໜຶ່ງ​ແມ່ນ​ເພື່ອ​ໂຄສະນາ. 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ