ການ​ວາງສະ​ແດງກົນ​ຈັກຈີນ​ເທື່ອທີ8,​2010​ຈະຈັດ​ຂຶ້ນ​ຢູ່ທີ່​ຫວຽດນາມ

(GMT+08:00) 2010-03-24 16:30:03     cri
ຕາມຂ່າວ​CRI:ການ​ວາງສະ​ແດງ​ເຄື່ອງ​ຈັກ​ຈີນ​ຊຸດ​ທີ8ຈະ​ຈັດ​ຂຶ້ນ​ຢູ່​ທີ່​ສູນ​ວາງສະ​ແດງໄຊ​ງ່ອນ​ຫວຽດນາມ​ແຕ່​ວັນ​ທີ28​ຫາ​ວັນ​ທີ31​ເດືອນ​ກໍລະກົດ​2010.

ສື່ມວນ​ຊົນ​ຫວຽດນາມ​ລາຍ​ງານ​ວ່າ,ການວາງສະ​ແດ​ງຄັ້ງ​ນີ້​ຈະ​ມີ​ບໍລິສັດ​ຜະລິດ​ກົນຈັກຈີນທີ່​ມີ​ຊື່ສຽງ200​ກວ່າຫົວ​ຫນ່ວຍ​ເຂົ້າ​ຮ່ວມ,ຈະ​ມີ​ກົນຈັກຊະນິດ​ຕ່າງໆ​ໃນ7​ຂະ​ແຫນງ​ການ,​ເຊັ່ນ:ກົນ​ຈັກກໍ່ສ້າງ,​ເຄມີ​ແລະ​ອື່ນໆ.ຈະ​ມີ​ທັງ​ຫມົດ300​ຮ້ານ.​ໃນ​​​ໄລຍະ​ການ​ວາງສະ​ແດງ,ຄະນະ​ກຳມະການ​ຈັດ​ງານ​ຍັງ​ຈະ​ຈັດ​ຕັ້ງພາກ​ສ່ວນ​ທຸລະ​ກິດທີ່​ກ່ຽວ​ຂ້ອງດຳ​ເນີນ​ການ​ສຳ​ຫລວດ​ແລະ ທັດ​ສະນະ​ສຶກສາ.ນອກ​ນີ້, ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ແລກປ່ຽນ​​ແລະ​​ການໄປ​ມາຫາສູ່​ກັນ​ດ້ານ​ການ​ຄ້າລະ​ຫວ່າງ​ວິສາ​ຫະກິດ​ຈີນ​ແລະ ຫວຽດນາມ,ຄະນະ​ກຳມະການ​ຍັງ​ຈະຈັດ​ຕັ້ງ​ກິດຈະກຳ​ຕ່າງໆ​ເຊັ່ນ:ກອງ​ປະຊຸມ​ເຜີຍ​ແຜ່​ນະ​ໂຍບາຍ​ການ​ລົງ​ທຶນ​ເສດຖະກິດ-​ການ​ຄ້າ​ຫວຽດນາມ​ແລະ ບົດຮຽນ​ການ​ລົງ​ທຶນ​ຢູ່​ຫວຽດນາມ,​ກອງ​ປະຊຸມ​ປຶກສາ​ຫາ​ລື​ສະພາບ​ເສ​ດຖະ​ກິດຈີນ-​ຫວຽດນາມ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ