ບັງຄັບ​ໃຫ້​ເງິນ​ຢວນຈີນ​ແຂງ​ຄ່າ​ຂຶ້ນ​ບໍ່​ມີ​ຜົນ​ດີ​ຕໍ່ທັງ​ສອງ​ຝ່າຍ​ຈີນ​ແລະ​ອາ​ເມ​ລິ​ກາ

(GMT+08:00) 2010-03-25 16:14:05     cri


ວັນ​ທີ 24 ມີນາ​ນີ້, ຄະນະ​ກຳມະການ​ລະດົມ​ທຶນ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຈັດ​ງານ​ຟັງ​ຄຳໃຫ້ການ​ກ່ຽວ​ກັບ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ,ຜູ່​ມີ​ຊື່​ສຽງ​ທີ່​ສຳຄັນ​ຈຳນວນ​ຫນຶ່ງ​ໃນ​ວົງ​ການ​ເສດຖະສາດ​ອາ​ເມ​ລິ​ກາ​ໄດ້​ໃຫ້​ຄຳ​ຢືນຢັນ​ໃນ​ງານ​ດັ່ງກ່າວ.​ໃນ​ມື້​ດຽວ​ກັນ, ທ່ານ​ຈົ່ງ​ຊ່ານ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ທີ່​ພວມ​ຢ້ຽມຢາມ​ອາ​ເມລິ​ກາ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ວໍ​ຊິງ​ຕັນ,ຮຽກຮ້ອງ​ໃຫ້​ບຸກຄົນ​ສຳຄັນໃນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອາ​ເມ​ລິ​ກາ​​ເບິ່ງບັນຫາ​ທີ່​ເກີດຂຶ້ນ​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຢ່າງ​ຖືກຕ້ອງ, ​ແລະ​ໃຫ້​ຂໍ້​ສະ​ເຫ​ນີກ່ຽວ​ກັບ​ການ​ເຮັດ​ໃຫ້ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະ​ຫລ່າ​ງສອງ​ຝ່າຍກ້າວ​ສູ່​ລວງ​ເລິກ.ຄັນຊັ້ນ, ງານ​ຟັງ​ຄຳໃຫ້ການ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້ສະ​ແດງ​ໃຫ້​ເຫັນເຖິງ​ທ່າທີ​ແນວ​ໃດ​ຂອງ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ໃນ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ?ວຸດ​ທິສະພາ​ອາ​ເມ​ລິ​ກາ​ຈະຈັດ​ໃຫ້​ຈີນ​ເປັນ​ອັນ​ທີ່ວ່າ​ປະ​ເທດ​ທີ່​ຄອບ​ງຳ​ອັດຕາ​ແລກປ່ຽນ​ເງິນຕາ​ຫລື​ບໍ່?ຈີນ​ອາ​ເມ​ລິ​ກາ​ຈະ​ເຮັດ​ແນວ​ໃດ​ຕໍ່​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ອັດຕາ​ແລກປ່ຽນ​​ແລະ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ?ກ່ຽວ​ກັບ​ບັນຫາ​ເ​ຫລົ່ານີ້, ນັກ​ຂ່າວ cri ​ໄດ້​ສຳພາດ​ທ່ານ​ຈ່ຽງ​ແຍ້ຊຸນ,ຫົວຫນ້າ​ສູນ​ຄົ້ນຄວ້າ​ເສດຖະກິດ​ການ​ຕ່າງປະ​ເທດ​ກັບ​ຄວາມ​ຫມັ້ນຄົງ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ.

ງານ​ຟັງ​ຄຳ​ໃຫ້ການ​ທີ່​ຄະນະ​ກຳມະການ​ລະດົມ​ທຶນ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາຂຶ້ນ​ເທື່ອ​ນີ້​ກິນ​ເວລາ​ສອງ​ຊົ່ວ​ໂມງ​ປາຍ,ບຸກຄົນ​ສຳຄັນ​ໃນ​ວົງ​ການ​ເສດຖະສາດ​ອາ​ເມ​ລິ​ກາ​ເຊັ່ນ:ທ່ານ​ແຟຼດ ​ເບີກສ໊​ເທັນ,ຜູ່​ຊ່ຽວຊານ​ສູນຄົ້ນຄວ້າ​ເສດຖະກິດ​ສາກົນ​ພີ​ເຕີ​ຊັນ​ອາ​ເມ​ລິ​ກາ​ທີ່​ເປັນ​ຜູ່​ທຳ​ອິດ​ທີ່ສະ​ເຫ​ນີທັດສະນະ G2 ​ແລະ​ທ່ານ​ອື່ນໆ​ໄດ້​ໃຫ້​ຄຳ​ໃຫ້ການ​ໃນ​ງານ​ດັ່ງກ່າວ. ຜູ່​ຊ່ຽວຊານ​ຕ່າງໆ​ທີ່​ໃຫ້ການ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ມູນ​ຄ່າ​ເງິນ​ຢວນຈີນ​ຖືກ​ຕີ​ລາຄາ​ຕ່ຳ​ເກີນ​ໄປ,​ເຫັນ​ວ່າການ​ໃຫ້​ເງິນ​ຢວນຈີນ​ແຂງ​ຄ່າ​ຈະ​ມີ​ຜົນ​ດີ​ຕໍ່​ທັງ​ສອງ​ຝ່າຍ.ຕໍ່​ເລື່ອງ​ນີ້, ທ່ານ​ຈ່ຽງ​ແຍ້ຊຸນ​ເຫັນ​ວ່າ, ງານ​ຟັງ​ຄຳ​ໃຫ້ການ​ທີ່​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ຈັດ​ຂຶ້ນ​ນັ້ນສະ​ແດງ​ໃຫ້​ເຫັນ​ວ່າ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ​ມີ​ກຳລັງອັນ​ແຂງ​ແຮງ​ ​ທີ່​ຮຽກຮ້ອງ​ໃຫ້​ເງິນ​ຢວນຈີນ​ແຂງ​ຄ່າ​ຂຶ້ນ.ທ່ານ​ກ່າວ​ວ່າ:

ດຽວ​ນີ້​ແມ່ນ​ເປັນ​ໄປ​ແນວ​ນັ້ນ​ແທ້, ອາ​ເມ​ລິ​ກາ​ຮູ້ສຶກ​ມີ​ແຮງ​ກົດ​ດັນ​ຫລາຍ​ຕໍ່​ສະພາບ​ຟື້ນ​ຕົວ​ຂອງ​ເສດຖະກິດ​ຂອງ​ຕົນ,ມີ​ຄວາມ​ເຫັນ​ຫລາຍ​ຕໍ່​ສະພາບ​ບໍ່​ດຸນ​ດ່ຽງ​ກັນ​ດ້ານ​ການ​ຄາ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ວົງ​ການ​ການ​ເງິນ​ແລະ​ວົງ​ການ​ການ​ເມືອງ​ຂອງ​ອາ​ເມ​ລິ​ກາ​ຍັງ​ຖື​ວ່າ​ສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້ການ​ຄ້າ​ຈີນ​ອາ​ເມລິ​ກາ​ບໍ່​ດຸນ​ດ່ຽງ​ນັ້ນ​ແມ່ນ​ຍ້ອນ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ.

ຫາງ​ສຽງ​ທົ່ວ​ໄປ​ໄດ້​ເຫັນ​ວ່າ, ​ໃນ​ງານ​ຟັງ​ຄຳ​ໃຫ້ການ​ຂອງສະພາ​ຕ່ຳ​ອາ​ເມ​ລິ​ກາ, ​ເຖິງ​ວ່າ​ຜູ້​ຊ່ຽວຊານ​ອາ​ເມ​ລິ​ກາ​ສ່ວນ​ຫຼາຍມີ​ຄວາມ​ເຫັນ​​ເປັນເອກະສັນ​ກັນ​ໃນ​ບັນຫາ​ຮຽກຮ້ອງ​ໃຫ້​​ເງິນ​ຢວນຈີນ​ແຂງ​ຄ່າ, ​ແຕ່​ວ່າ​ຈະ​ຕົກລົງ​​ເອີ້ນ​ຈີນ​ເປັນ"ປະ​ເທດ​ຄວບ​ງຳອັດຕາ​ແລກປ່ຽນ"ຫຼື​ບໍ່​ເຂົາ​ເຈົ້າຍັງ​ມີ​ທ່າ​ທີລະ​ມັດ​ລະວັງ. ຕໍ່​ເລື່ອງ​ນີ້, ທ່ານ​ຈ່ຽງຢ້າວ​ຊຸນ​ເຫັນ​ວ່າ, ນັກວິຊາການ​ອາ​ເມ​ລິ​ກາ​ຈຳນວນ​ໜຶ່ງ​ເບິ່ງ​ຈາກ​ສະພາບ​ຕົວ​ຈິງຂອງ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ເຫັນ​ວ່າ​ບໍ່​ຄວນ​ໃຊ້​​ວິທີ​ບັງຄັບໃຫ້​​ເງິນ​ຢວນຈີນ​ແຂງ​ຄ່າ, ​ແຕ່​ລັດຖະບານ​ອາ​ເມ​ລິ​ກາ​ເບິ່ງ​ຈາກ​ຍຸດ​ທະ​ສາດ​ເສດຖະກິດ​​ການ​ເມືອງ​ແລະ​ໃນ​ທີ່​ສຸດ​ກໍ່ຕົກລົງ​​ເອີ້ນຈີນ​ເປັນ"ປະ​ເທດ​ຄວບ​ງຳ​ອັດຕາ​ແລກປ່ຽນ"​ນັ້ນ​ມີ​ຄວາມອາດ​ເປັນ​ໄປ​ໄດ້ຢ່າງ​ສູງ.

ວັນ​ທີ 24 ມີນາ​ນີ້, ທ່ານ​ຈົ່ງ​ຊ່ານ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ທີ່​ພວມ​ຢ້ຽ​ມຢາມ​ອາ​ເມ​ລິ​ກາ​ໄດ້​ກ່າວ​ປາຖະກະຖາ​ໃນ​ງານ​ລ້ຽງອາຫານ​ເຊົ້າ​ທີ່​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອາ​ເມ​ລິ​ກາ​ຈັດ​ຂຶ້ນ​ນັ້ນ​, ຮຽກຮ້ອງ​ໃຫ້​ບຸກຄົນສຳຄັນ​ໃນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ອາ​ເມ​ລິ​ກາ​ຖື​ທ່າ​ທີ​ອັນ​ຖືກຕ້ອງ​ຕໍ່​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​​ເສດຖະກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ແລະ​ໄດ້​ມີຂໍ້​ສະ​ເໜີ​ທີ່​ລົງ​ເລິກ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ສອງ​ຝ່າຍ. ທ່ານ​ກ່າວ​ວ່າ, ​ໃນ​ບັນຫາ​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ, ຈີນ​ອາ​ເມ​ລິ​ກາ​ຄວນ​ຮ່ວມ​ມື​ກັນ, ບັງຄັບ​ໃຫ້​ເງິ​ນຢວນຈີນ​ແຂງ​ຄ່າມີ​ແຕ່​ຈະ​ເປັນຜົນ​ທາງ​ລົບ. ທ່ານ​ຈ່ຽງ​ແຍ້​ຊຸນ​ເຫັນ​ວ່າ, ອາ​ເມ​ລິ​ກາ​ຄວນ​ຮັບ​ຮູ້​ວ່າ, ພາຍ​ໃຕ້​ສະພາບ​ທີ່​ເສດຖະກິດ​ໂລກ​​ໂລກາ​ພິວັດ, ຈີນ​ອາ​ເມ​ລິ​ກາ​ຕ້ອງ​ໃຊ້​ວິທີ​ປຶກສາ​ຫາລື​ກັນ​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ອັດຕາ​ແລກປ່ຽນ​ແລະ​ການ​ຄ້າ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ມີ​ຜົນ​ຮ້າຍ​ຕໍ່​ສອງ​ຝ່າຍ. ທ່ານ​ກ່າວ​ວ່າ:

"​ໂດຍ​ສະ​ເພາະ​ແມ່ນ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກເທື່ອ​ນີ້, ຈຸດ​ພິ​ເສດ​ໃຫຍ່​ອັນ​ໜຶ່ງ​ກໍ​ຄື​ຈີນ​ອາ​ເມ​ລິ​ກາ​ຮ່ວມ​ກັນ​ຮັບ​ມື​ກັບ​ວິ​ກິດ​ການ​ການ​ເງິນ, ທີ່​ຈິງ​ແລ້ວ​ໄດ້​ມີ​ໝາກຜົນ​ທີ່​ດີ​ສົມຄວນ. ສະ​ນັ້ນ​ໃນ​ບັນຫາ​ອັດຕາ​ແລກປ່ຽນ, ຈີນ​ອາ​ເມ​ລິ​ກາ​ມີແຕ່​ໃຊ້ວິທີ​ຮ່ວມ​ມືກັນ, ປຶກສາ​ຫາລື​ແລະ​ສົນທະນາ​ກັນ​ຈິ່ງ​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ​ຢ່າງ​ແທ້​ຈິງ. ຖ້າວ່າ​ໃຊ້​ການ​ກະທຳທີ່​ແຂງ​ກະດ້າງ, ພາຍ​ໃຕ້​ສະພາບ​ການ​ທີ່​ທົ່ວ​ໂລກ​ເຊື່ອມ​ໂຍງ​ເຂົ້າກັນ, ບໍ່​ພິຈາລະນາ​​ເຖິງ​ພາບ​ອະນາຄົດ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ, ​ແລ້ວ​ໃຊ້​ການ​ກະທຳທີ່​ຮຸນ​ແຮງ, ມັນ​ຈະບໍ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ. ຂ້າພະ​ເຈົ້າ​ຮູ້ສຶກ​ວ່າ​ບໍ່​ພຽງ​ແຕ່​ແມ່ນປະຊາຊົນ​ຈີນ​​ເຂົ້າ​ໃຈ​​ດີ, ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ກໍ​ຄວນ​ເຂົ້າ​ໃຈ​ດີ​ຄື​ກັນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ