WHO​ເຕືອນ​ໃຫ້​ທຸກ​ຄົນຮູ້​ວ່າ​ໄຂ້ຫວັດ​ສັດ​ປີກ​ຍັງ​ຂົ່ມຂູ່​ຕໍ່​ສຸຂະພາບ​ຂອງ​ມະນຸດ​ເຮົາຢູ່

(GMT+08:00) 2010-03-25 18:42:54     cri
ຕາມ​ຂ່າວ​ສານ​ຊິນ​ຮວາ​:ວັນທີ24​ມີນາ​ນີ້​ຢູ່​ທີ່​ນະຄອນ​ມະນີ​ລາ​ປະເທດ​ຟິລິບປີນ,ອົງການ​ອະນາ​ໄມ​ໂລກ ຫລື WHO​ປະກາດ​ວ່າ: ປີນີ້​ທົ່ວ​ໂລກ​ມີ​ຜູ້​ເປັນພະ​ຍາດໄຂ້​ຫວັດ​ສັດ​ປີກ21​ລາຍ,​ໃນ​ນັ້ນ,ມີ7ຄົນເສຍ​ຊີວິດ​, ນີ້ສະ​ແດງ​ໃຫ້​ເຫັນ​ວ່າເຊື້ອ​ພະຍາດ​ໄຂ້ຫວັດ​ສັດປີກ​ຍັງ​ຂົ່ມຂູ່ຕໍ່​ສຸຂະພາບ​ຂອງມະນຸດ​ເຮົາຢູ່.

ອົງການ​ອະນາ​ໄມ​ໂລກ​ເປີດ​ເຜີຍ​ວ່າ​:ໃນ​ປະ​ເທດບັງ​ກະລາ​ເດັດ​,ກຳ​ປູ​ເຈຍ,ອິນ​ເດຍ,ມຽນມາ,ເນປານ,ຫວຽດນາມ​,ອິສຣາ​ແອນ​​ແລະປະ​ເທດ​ອື່ນ​ໆ,ຍັງມີ​ການ​ລາຍ​ງານ​ວ່າ​ສັດ​ປີກ​ໃນ​ບ້ານ​ຫລື​ໃນ​ປ່າມີ​ການນໍາ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດປີກ.​ໃບ​ແຈ້ງ​ການ​ຂອງWHO​ຍັງ​ຊີ້​ອອກ​ວ່າ:​ເຊື້ອພະ​ຍາດໃຫມ່​ທີ່ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກH5N1​ປະສົມ​ກັບ​ເຊື້ອ​ພະຍາດ​ອື່ນໆກໍຂົ່ມຂູ່​ຕໍ່​ມະນຸດ​ເຮົາມາໂດຍ​ຕະຫລອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ