ອຸດ​ສາ​ຫະ​ກຳ​ຈະ​ເລີນ​ໃຫມ່​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ຈະ​ແມ່ນ​ການ​ບຸກ​ທະ​ລຸ​ທີ່​ສຳ​ຄັນ​ໃນ​ການ​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຈີນ​

(GMT+08:00) 2010-03-26 16:52:48     cri


​ໃນ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ທີ່​ທ່ານ​ນາຍົກລັດຖະມົນຕີ​ເວີນ​ເຈ່ຍ​ປາວ​ຜ່ານ​ໃນ​ປີ​ນີ້,ການ​ອອກ​ແຮງ​ບົ່ມ​ເພາະ​ອຸດສາຫະກຳ​ຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ນັ້ນ​ແມ່ນ​ເນື້ອ​ໃນ​ສຳຄັນ​ອັນ​ຫນຶ່ງ.​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ cri, ນັກວິຊາການ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ອຸດສາຫະກຳ​ຈະ​ເລີ​ນ​ໃຫ່ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຈະ​ແມ່ນ​ການ​ບຸກທະລຸ​ທີ່​ສຳຄັນ​ໃນການ​ປັບປຸງ​​ໂຄງ​ປະກອບ​ເສດຖະກິດ​ຈີນ​. ​ແຕ່​ວ່າ, ຍ້ອນ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຢ່າງ​ສູງ​ໃນ​ດ້ານ​ງົບປະມານ​ແລະ​ເງື່ອນ​ໄຂ​ດ້ານ​ວິທະຍາສາດ​ເຕັກນິກ,ລັດຖະບານ​ຈີນ​ຄວນ​ຕັ້ງຫນ້າ​ດຳ​ເນີນ​ການ​ທົດ​ລອງ​ຢູ່​ເຂດ​ທີ່​ມີ​ເງື່ອນ​ໄຂ​ສ່ວນຫນຶ່ງ, ບົ່ມ​ເພາະ​ສະພາບ​ແວດ​ລ້ອມ​ດ້ານ​ຕະຫລາດ​ທີ່​ດີງາມ​ແລ້ວ​ຈິ່ງ​ເຜີຍ​ແຜ່​ໄປສູ່​ທົ່ວປະ​ເທດ​.

​ໃນ​ເວລາ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ, ທ່ານ​ນາຍົກ​ເວີນ​ເຈ່ຍ​ປາວ​ຊີ້​ອອກ​ວ່າ, ການ​ພັດທະນາອຸດສາຫະກຳ​ຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ,ຍຶດ​ເອົາ​ຈຸດ​ສູງ​ທາງ​ດ້ານ​ວິທະຍາສາດ​ເຕັກນິກ​ເສດຖະກິດ,​ແລະ​ຕັດສິນ​ອະນາຄົດ​ຂອງ​ປະ​ເທດ,ກໍ່​ຄວນ​ກຳ​ແຫນ້ນ​ໂອກາດ,​ກຳນົດ​ຈຸດ​ຫນັກ​ຢ່າງ​ຈະ​ແຈ້ງ, ​ແລະ​ມີການ​ກະທຳຕົວ​ຈິງ.ທ່ານ​ເຟີ​ງກ້ວນ​ຜິ​ງ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ວ​ຄວ້າມະຫາວິທະຍາ​ໄລ​ຊິງ​ຮວາ​ເຊີນ​ເຈິ້ນ​ເຫັນ​ວ່າ, ອຸດສາຫະກຳ​ຈະ​ເລີນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ແມ່ນ​ບຸກທະລຸ​ທີ່​ສຳຄັນ​ອັນ​ທຳ​ອິດ​ໃນການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ຈີນ, ຄຽງ​ຄູ່​ກັບ​ກຳລັງ​ແຂ່ງຂັນ​ແກນ​ກາງ​ໃນ​ດ້ານ​ວິທະຍາສາດ​ເຕັກນິກ​ນັບ​ມື້​ນັບ​ຍົກ​ສູງ​ຂຶ້ນ, ກໍ່​ຍ່ອມ​ຈະ​ນຳພາ​​ໃຫ້ອຸດສາຫະກຳ​ຈະ​ເລີ​ນ​ໃຫມ່​ພັດທະນາ​ຢ່າງຂະຫນາດ​ໃຫຍ່.ທ່ານ​ເວົ້າວ່າ:

ຂໍ​ກະ​ແຈ​ຂອງ​ອຸດສາຫະກຳ​ຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ແມ່ນ​ຢູ່​​ໃນດ້ານ​ລັກສະນະ​ຍຸດ​ທະ​ສາດ,ຕ້ອງ​ມີ​ສາຍຕາທີ່​ເຫັນ​ກວ້າງ​ມອງ​ໄກ,ຄື​ຕ້ອງຢືນ​ຢູ່​ຈຸດ​ສູງດ້ານ​ເສດຖະກິດ,​ແລະວິທະຍາສາດ​ເຕັກ​ນິກ.ອຸດ​ສາ​ຫະ​ກຳ​ຈະ ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ມີ​ຈຸດ​ພິ​ເສດ​ສອງ​ຢ່າງ​ຄື​ອັນ​ທີ​ຫນຶ່ງ​ແມ່ນ​ມັນ​ມີ​ສ່ວນ​ວິທະຍາສາດ​ເຕັກນິກ​ສູງ​ສົມ​ຄວນ, ອັນ​ທີ​ສອງ​ມັນ​ສາມາດ​ຊຸກ​ຍູ້​ເສດຖະກິດ​ຂອງຈີນ​ໃຫ້​ພັດທະນາ​ຢ່າງ​ຂະຫນາດ​ໃຫຍ່.

ກ່ຽວ​ກັບ​ ​ອຸດສາຫະກຳ​ຈະ​ເລີ​ນ​ໃຫມ່ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ 6 ຢ່າງ, ທ່ານ​ເວີນ​ເຈ່ຍ​ປາວ​ໄດ້​ກ່າວ​​​ເຖິງຂະ​ແຫນງ​ການ​ພະລັງງານ​ໃຫມ່, ວັດຖຸ​ໃຫມ່, ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຢາ​ຊີວະ​ຊາດ,ຕາຫນ່າງ​ຂໍ້​ມູນ​ຂ່າວສານ​ແລະ​ການ​ປຸງ​ແຕ່ງ​ລະດັບ​ສູງ​.ຂ່າວ​ແຈ້ງວ່າ, ປັດຈຸບັນ,ຄະນະ​ກຳມະການ ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ, ກະຊວງ​ອຸດສາ​ຫະກຳ​ແລະ​ຂໍ້​ມູນ​ຂ່າວສານ​,ພ້ອມ​ກັບ​ກະຊວງ​ການ​ເງິນ​ແລະ​ພາກສ່ວນ​ຕ່າງໆ​ຂອງ​ຈີນ​ພວມ​ຮ່ວມ​ກັນ​ວາງ​ເອກະສານ​ທີ່​ກ່ຽວຂ້ອງ​​ກັບ​ການ​ເລັ່ງລັດ​ອົບຮົມ​ສ້າງ​ອຸດສາຫະກຳ​ຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ,ສ່ວນ​ແຜນການ​ຫ້າ​ປີ​ຄັ້ງ​ທີ 12 ກ່ຽວ​ກັບ​ການ​ພັດທະນາ​ອຸດສາຫະກຳ​ຈະ​ເລີ​ນ​ໃຫມ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ນັ້ນກໍ່​ພວມ​ວາງ​ຢູ່.

ໃນ​ຂະນະ​ທີ່​ເຫັນ​ວ່າ, ປະຈຸ​ບັນອຸດສາຫະກຳ​ຈະ​ເລີ​ນ​ໃໝ່​ຂອງ​ຈີນມີ​ກຳລັງ​ບົ່ມ​ຊ້ອນອັນ​ໃຫຍ່​ຫຼວງ​, ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ກໍ​ຊີ້​ອອກ​ວ່າ, ປະຈຸ​ບັນ​, ​ຄວາມ​ສາມາດ​ຫັນປ່ຽນ​ວິທະຍາສາດ​​ເຕັກນິກ​ເປັນ​ກຳລັງ​ການ​ຜະລິດ​ນັ້ນ​ບໍ່​ແຂງ​ແຮງ​ປານ​ໃດ, ບັນຫາ​​ທີ່ການ​ຜະລິດຕົວ​ຈິງ​ແລະ​ການ​ຄົ້ນຄວ້າ​ບໍ່​ເຊື່ອມ​ຕໍ່ກັນ​ຍັງ​ລົບ​ກວນ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ທ່ານ​ເຝີ​ງກ້ວນຜີ​ງກ່າວ​ວ່າ, ລັດ​ຄວນ​ເພີ່ມ​ງົບ​ປະມານ​​ໃນ​ດ້ານ​ຄົ້ນຄວ້າວິ​ທະຍາ​ສາດ​ຂອງ​ອຸດສາຫະກຳ​ຈະ​ເລີ​ນ​ໃໝ່​, ​ເພີ່ມ​ບຸກຄົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ​ເຮັດ​ໃຫ້ການ​ພັດທະນາອຸດສາຫະກຳ​​ໄປ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ.

ທ່ານ​ເຝີງ​ກ້ວນຜີ​ງຮຽກຮ້ອງ​ວ່າ, ລັດຖະບານ​ຄວນອອກ​ແຮງ​ດຳ​ເນີນວຽກ​ງານ​ທົດ​ລອງ​ໂຄງການອຸດສາຫະກຳ​ຢູ່​ເຂດ​ທີ່​ມີ​ເງື່ອນ​ໄຂ. ຖ້າ​ເຮັດ​ແບບ​ນີ້, ບໍ່​ພຽງ​ແຕ່​ເຮັດ​ໃຫ້​ໜ່ວຍ​ງານຄົ້ນຄວ້າ​ຂອງ​ວົງ​ການ​​ເຕັກນິກ​ວິທະຍາສາດ​ແລະວົງ​ການ​ເສດຖະກິດສາ​ມາດ​ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ຕົນທໍ່​ນັ້ນ, ຄວາມ​ຕ້ອງການຕະຫຼາດ​ຂອງ​ຜະລິດ​ຕະພັນ​ຂອງ​ວິ​ສາ​ຫະກິດ​ກໍ​ຈະ​ເພີ່ມ​ຂຶ້ນ​ຢ່າງໜັກ​ແໜ້ນ​ແລະ​ຂະຫຍາຍ​ກວ້າງ​ອອກ​ເລື້ອຍໆ. ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ເຫັນ​ວ່າ, ​ສິ່ງ​ທີ່​ສຳຄັນ​ກວ່ານັ້ນແມ່ນ​ລັດຖະບານ​ຄວນ​ສ້າງ​ໂຄງການ​ແບບຢ່າງ​ຈຳນວນ​ໜຶ່ງ, ​ເມື່ອການ​ທົດ​ລອງສຳ​ເລັດຜົນ​ແລ້ວ, ​ກໍ​ສາມາດ​ເຜີຍ​​ແຜ່​​ໄປ​ປະຕິບັດ​ຢູ່ແຂວງອື່ນ​ແລະ​ນະຄອນ​ອື່ນ, ​ເມື່ອ​ເປັນ​ດັ່ງ​ນັ້ນ​ອຸດສາຫະກຳ​ຈະ​ເລີນ​ໃໝ່​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຂອງ​ຈີນ​ກໍ​ຈະ​ມີ​ສະພາບ​ແວດ​ລ້ອມຕະຫຼາດ​ທີ່​ດີ​ສົມຄວນ​ແລະ​ມີ​ຜົນ​ດີ​ຕໍ່​ການເຜີຍ​ແຜ່​ອຸດສາຫະກຳ​ທີ່​ຈະ​ເລີ​ນ​ໃໝ່​ໄປ​ສູ່​ທົ່ວ​ໂລກ."

ພາຍ​ໃຕ້​ແຮງ​ກົດ​ດັນ​ສອງ​ຢ່າງ​ທີ່​ເສດຖະກິດ​ທົ່ວໂລກ​ຍັງ​ບໍ່​ຟື້ນ​ຟູ​ຄືນ​ໝົດ​ເທື່ອແລະ ​ຄວາມ​ສາມາດ​​ຜະລິດ​ຂອງ​ອຸດສາຫະກຳ​ສ່ວນ​ໜຶ່ງ​ພາຍ​ໃນ​ປະ​ເທດ​ຈີນຫຼາຍ​ລົ້ນ​ຕະຫຼາດ, ອຸດສາຫະກຳ​ຈະ​ເລີ​ນ​ໃໝ່ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ຈິ່ງ​ໄດ້​ມີ​ພັນທະ​​ພິ​ເສດ. ຕາມ​ຂ່າວ​ແຈ້ງວ່າ, ກະຊວງ​ການ​ເງິນ​ຈີນ​ຈະ​ເພີ່ມ​ງົບປະມານ​ເພື່ອ​ສະໜັບສະໜູນການ​ພັດທະນາ​ຂະ​ແໜງ​ການ​ປະຢັດ​ພະລັງງານ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ພັດທະນາອຸດສາຫະກຳລົດຍົນ​ທີ່​ໃຊ້​ພະລັງ​ງານໃໝ່​ແລະ​ບຸກ​ເບີກພະລັງງານ​ໃໝ່. ປີ 2010 ສູນ​ກາງ​ຈີນ​ໄດ້​ຈັດ​ວາງ​ງົບປະມານ​ສະ​ເພາະ 50 ຕື້​ຢວນ​ເພື່ອ​ປະຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະບາຍ​ອາຍ​ພິດ​ເຮືອນ​ແກ້ວ, ຫຼາຍ​ກວ່າ​ປີ​ກາຍ​ນີ້ 20 ຕື້​ຢວນ. ມີ​ຜູ້​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ​ພຽງ​ພະລັງງານ​ໃໝ່​ລາຍ​ດຽວ​ກໍ​ສາມາດ​ດຶງ​ດູດ​​ເອົາການ​ລົງ​ທຶນ​ຫຼາຍ​ພັນ​ຕື້​ຢວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ