ຜູ້ນຳ​ມຽນມາ​ເນັ້ນ​ໜັກການ​ພັດ​ທະນາ​, ສັນຕິພາບ​ແລະ​ສະ​ຖຽງ​ລະ​ພາບ​ຂອງ​ປະ​ເທດ

(GMT+08:00) 2010-03-27 17:23:21     cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ27ມີນາ​ນີ້, ພົນ​ເອກ​ພິ​ເສດທັນ​ເວ, ປະທານ​ຄະນະ​ກຳມະ​ການ​ສັນຕິ​ພາບ​ແລະ​ການ​ພັດທະ​ນາ​ແຫ່ງ​ຊາດ, ຜູ້​ບັນຊາ​ການ​ໃຫຍ່​ກອງທັບ​ປ້ອງ​ກັນ​ປະ​ເທດມຽນ​ມາກ່າວ​ເນັ້ນ​ວ່າ, ຕ້ອງ​ຮັກສາ​ສະ​ຖຽງ​ລະ​ພາບ, ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ.

ມື້​ດຽວ​ກັນ, ​ໃນ​ພິທີສວນ​ສະໜາມ​ເພື່ອ​ສະຫຼອງ​ວັນ​ສ້າງ​ຕັ້ງກອງທັບ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ເນ​ປີ​ໂຕ, ພົນ​ເອກພິ​ເສດ​ທັນ​ເວ​ກ່າວ​ວ່າ, ປີ​ນີ້ມ​ຽນມາ​ຈະ​ຈັດການ​ເລືອກ​ຕັ້ງ​ທົ່ວປະ​ເທດ​ທີ່​ເປັນ​ລະບອບ​ຫຼາຍ​ພັກ​ການ​ເມືອງ. ການ​ເລືອກ​ຕັ້ງ​ທົ່ວ​ໄປ​ແມ່ນ​ການ​ເລີ່​ມຕົ້ນ​ຂອງ​ການ​ສ້າງສາ​ປະ​ຊາທິປະ​ໄຕ, ຄົນ​ທັງຫຼາຍ​ຕ້ອງການ​ຮັກສາ​ລະບຽບການ​ກົດໝາຍ​, ສັນຕິພາບ​ແລະ​ສະຖຽນ​ລະ​ພາບ, ຫຼີກ​ລ່ຽງຄວາມ​ວຸ້ນ​ວາຍ​ຂອງ​ປະ​ເທດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ