ກອງ​ປະຊຸມ​ເທື່ອ​ທີ122ຂອງ​ສະຫະພັນ​ລັດຖະສະພາ​ປະ​ເທດ​ຕ່າງໆ​ຈັດ​ຂຶ້ນ​ຢູ່​ບາງກອກ

(GMT+08:00) 2010-03-28 15:37:52     cri
ຕາມ​ຂ່າວCRI, ວັນ​ທີ27ມີນາ​ນີ້, ກອງ​ປະຊຸມ​ເທື່ອ​ທີ122​ຂອງ​ສະຫະພັນ​ລັດຖະ​ສະພາ​ປະ​ເທດ​ຕ່າງໆ​ຈັດ​ຂຶ້ນ​ຢູ່​ບາງກອກ​ຂອງ​ໄທຢ່າງ​ຄຶກຄື້ນ.

ມະຫາ​ຈັກຣີ​ສິລິ​ນທອນ​ຂອງ​ໄທ​​ເປັນ​ປະທານ​​ພິທີ​ໄຂ​ກອງ​ປະຊຸມ​ໃນ​ຕອນ​ຄ່ຳມື້​ດຽວ​ກັນ, ທ່ານ​ໄຊ ຊິ​ດຊອບ, ປະທານ​ລັດຖະ​ສະພາ​ໄທ, ທ່ານ​ໄທຣົງ ຊຸ​ວັນ​ຄິລີ, ຮອງ​ນາຍົ​ກລັດຖະມົນຕີ​ໄທ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​.

ໃນ​ເວລາ​ກ່າວ​ຄຳ​ປາ​ໄສ, ປະທານ​ລັດຖະ​ສະພາ​ໄທ​ກ່າວ​ວ່າ, ຫວັງ​ວ່າ​ກອງ​ປະຊຸມ​ເທື່ອ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ເລັ່ງລັດ​ບາດກ້າວ​ສ້າງສາ​ປະຊາ​ທິປະ​ໄຕ​ຂອງ​ປະ​ເທດ​ຕ່າງໆ.

ກອງ​ປະຊຸມ​ເທື່ອ​ທີ122ຂອງ​ສະຫະພັນ​ລັດຖະສະພາ​ປະ​ເທດ​ຕ່າງໆຈະ​ຈັດຂຶ້ນ​ຢູ່​ບາງກອກ​ແຕ່​ວັນ​ທີ27ມີນາ​ນີ້​ຮອດ​ວັນ​ທີ1​ເດືອນ​ໜ້າ, ຄະນະ​ຜູ້​ແທນ​ລັດຖະ​ສະພາ​ຂອງ131ປະ​ເທດ​ແລະ​ຜູ້ຕາງ​ໜ້າ​ອົງ​ການ​ຈັດ​ຕັ້ງ​ສາກົນ​ລວມ1470ກວ່າ​ຄົນ​ຮ່ວມ​ປະຊຸມ. ທ່ານ​ນາງ​ຢຽນ​ຈຸ້ນຊີ, ຮອງ​ປະ​ທານ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ນຳພາ​ຄະນະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ