ສະຖານີ​ໂທລະພາບ​ສອງ​ແຫ່ງ​​​ໃນບາງກອກ​ເກີດ​ເຫດການ​ລະ​ເບີດ

(GMT+08:00) 2010-03-28 16:11:29     cri
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ 27 ​ມີນາ​ນີ້, ສະຖານີ​ໂທລະພາບ​ສອງ​ແຫ່ງ​ໃນ​ບາງກອກຂອງ​​ໄທ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຢ່າງ​ຕໍ່​ເນື່ອງ​ກັນ, ​​ລວມ​ມີ 8 ຄົນ​ບາດ​ເຈັບ, ​ໃນ​ນັ້ນມີ​ທະຫານ 3 ຄົນ.

ປະມານ 19 ​ໂມງ​ຂອງ​ເວລາ​ທ້ອງ​ຖິ່ນ, ​ໂທລະພາບ​ຊ່ອງ 5 ທີ່​ຕັ້ງຢູ່​ຖະໜົນ​ພາ​ຮົນ​ໂຢຕີນຖືກ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ, ​ເຮັດ​ໃຫ້ 6 ຄົນ​ບາດ​ເຈັບ, ​ໃນ​ນັ້ນມີທະຫານ​ເຝົ້າຍາມ 2 ຄົນ​ແລະ​ຊາວ​ເມືອງ​ທີ່​ກຳລັງ​ຍ່າງ​ຜ່ານ 4 ຄົນ, ​ໃນ​ນັ້ນ, 2 ຄົນ​​ເຈັບ​ໜັກ.

21 ​ໂມງ 40 ນາທີ, ​ໂທລະພາບNBT ທີ່​ຕັ້ງຢູ່​ຖະໜົນ​ວິພາ​ວະ​ດີ​ຂອງ​ບາງ​ກອກ​ກໍ່​ເກີດ​ເຫດການ​ລະ​ເບີດ, ​ເດີ່ນ​ຫຍ້າ​ຢູ່​ນອກ​ຕຶກ​ຫ້ອງການ​ຂອງ​ສະຖານີ​ໂທລະພາບ​ຖື​ກລະ​ເບີດ​​ແຕກ​ເປັນ​ຂຸມ​ໃຫຍ່, ທະຫານ​ເຝົ້າຍາມຜູ້​ໜຶ່ງ​ແລະ​ຜູ້​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ຂອງ​ໂທລະພາບ 1 ຄົນ​ບາດ​ເຈັບ.

ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານສານ​​ເສີນ ​ແກ້ວກຳເນີ​ດ ​ໂຄສົກ​ກອງ​ບັນຊາ​ການ​ດ້ານຄວາມ​ໝັ້ນຄົງພາຍ​ໃນ​ປະ​ເທດ​ໄທ​ກ່າວ​ວ່າ, ປະຈຸ​ບັນ​ຍັງ​ບໍ່​ຮູ້ຄັກ​​ຈຸດປະສົງ​ຂອງ​ສອງ​ເຫດການ​ນີ້, ​ແຕ່​ຄວນ​ແມ່ນ​ຝ່າຍ​ທີ 3 ຢາກ​ສວຍ​ໂອກາດກໍ່ຄວາມ​ວຸ້ນວາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ