ຕິ​ເບດຈັດ​ກິດຈະກຳ​ຕ່າງໆ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ລະ​ລຶກປົດ​ປ່ອຍ​ຂ້າ​ທາດ​ກະສິກອນ​ລ້ານ​ຄົນ

(GMT+08:00) 2010-03-28 18:58:14     cri

ຕອນ​ເຊົ້າ​ວັນ​ທີ28ມີນາ​ນີ້, ຜູ້ຕາງໜ້າ​ຊົນ​ເຜົ່າຕ່າງໆ3000ກວ່າ​ຄົນຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດນຸ່ງຊຸດ​ວັນ​ບຸນ, ​ເຕົ້າ​ໂຮມ​ກັນ​ຢູ່​ສະໜາມ​ຫຼວງວັງ​ບູດາລາ​ນະຄອນ​ລາຊາ, ​ເທສະ​ບານ​ເຂດ​ຕິ​ເບ​ດ, ​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງຊາດ​ຂຶ້ນສູ່​ຍອດ​ເສົາ​ແລະ​ຮ້ອງ​ເພງ​ຊາດ​ເພື່ອ​ສະຫຼອງ​ວັນລະ​ລຶກປົດ​ປ່ອຍ​ຂ້າ​ທາດ​ກະສິກອນ​ລ້ານ​ຄົນ. ມື້​ດຽວ​ກັນ, ຢູ່​ແຫ່ງ​ຕ່າງໆ​​ຂອງ​ເຂດ​ຕິ​ເບ​ດກໍ່​ໄດ້​ຈັດ​ກິດຈະກຳ​ສະຫຼອງ​ຕ່າງໆ. ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ຕິ​ເບ​ດກ່າວ​ວ່າ, ຊີວິດ​ການ​ເປັນ​ຢູ່​ທີ່​ມີ​ຄວາມສຸກ​ແມ່ນ​ຍາດ​ມາ​ບໍ່​ໄດ້​ງ່າຍ, ມີ​ແຕ່​ຈື່​ຈຳ​ປະຫວັດສາດ, ທະນຸຖະໜອມ​ປະຈຸ​ບັນ, ຈຶ່ງ​ສາມາດ​ປະດິດ​ສ້າງ​ອະນາຄົດ.

ວັນ​ທີ28ມີນາ​ປີ1959, ລັດຖະບານ​ຈີນ​ປະກາດ​ວ່າ​ຍຸບ​ອົງການ​ປົກຄອງ​ຕິ​ເບດ, ​ໃຫ້​ຄະນະ​ກຳມະ​ການ​ກະ​ກຽມ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດປະຕິບັດ​ສິດ​ອຳນາດ​ຂອງ​ອົງການ​ປົກຄອງ​ຕິ​ເບ​ດ, ​ເລີ່​ມດຳ​ເນີນ​ການ​ປະຕິ​ຮູບ​ປະຊາ​ທິປະ​ໄຕ​ຢູ່​ຕິ​ເບ​ດຢ່າງ​ເປັນ​ທາງ​ການ, ຍົກ​ເລີກ​ລະບອບ​ຂ້າ​ທາດ​ກະສິ​ກອນ​ສັກດິນາ​ທີ່​ການ​ປົກຄອງ​ກັບ​ສາສະໜາ​ເປັນ​ລະບົບ​ດຽວ, ​ເຮັດ​ໃຫ້​ຂ້າ​ທາດ​ກະ​ສິ​ກອນ​ແລະ​ຂ້າ​ທາດ​ລ້ານ​ຄົນ​ໄດ້​ຮັບ​ສິດ​ເສ​ລີ​ພາບ, ​ໄດ້​ຮັບ​ທີ່​ດິນ, ​ແລະ​ຊົມ​ໃຊ້​ສິດທິ​ການ​ເມືອງ​ທີ່​ກຳນົດ​ໄວ້​ໃນ​ກົດໝາຍ. ​ເດືອນ​ມັງກອນ​ປີ2009, ກອງ​ປະຊຸມ​ເທື່ອ​ທີ​ສອງ​ສະ​ໄໝ​ທີ9ຂອງ​ສະພາ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ລົງ​ຄະ​ແນ​ນສຽງ​ຮັບຮອງ​ຍັດຕິ​ສະບັບ​ໜຶ່ງ, ຕົກ​ລົງ​ເອົາ​ວັນ​ທີ28ມີນາ​ທຸກ​ປີ​ເປັນ​ວັນ​ລະ​ລຶກປົດ​ປ່ອງ​ຂ້າ​ທາດ​ກະສິກອນ​ລ້ານ​ຄົນ, ​ເພື່ອ​ລະ​ລຶກການ​ປະຕິ​ຮູບ​ປະຊາທິປະ​ໄຕ​ເທື່ອ​ນີ້.

​​ໃນ​ພິທີ​ຊັກ​ທຸງຊາດ​ຂຶ້ນ​ສູ່​ຍອດ​​ເສົາ​ແລະ​ຮ້ອງ​ເພງ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ​ວັງ​ບຸດ​ດາລາ​ໃນ​ວັນ​ທີ28​ມີນາ​ນີ້, ທ່ານ​ສິນ​ອີ ​ເລຂາ​ຄະນະ​ພັກ​ນະຄອນ​ລາຊາ​ກ່າວ​ຄຳ​ປາ​ໄສ​ໂດຍ​ຊີ້​ອອກ​ວ່າ, ​ເນື້ອ​ທີ່​ເທດສະບານ​ນະຄອນ​ລາຊາ​​ໃນ​ສະ​ໄໝ​ເກົ່າ​ບໍ່​ຮອດ3​ກິ​ໂລ​ຕາ​ແມັດ, ມີ​ປະຊາກອນ​ບໍ່​ຮອດ2​ໝື່ນ​ຄົນ, ບໍ່​ມີ​ໂຮງຮຽນ​ຈັກ​ຫຼັງ​ທີ່​ຄື​ກັນ​ກັບ​ໂຮງຮຽນ​ປະຈຸ​ບັນ, ອັດຕາ​ກືກ​ໜັງສື​ມີ​ເຖິງ95%, ​ເງື່ອນ​ໄຂ​ປິ່ນ​ປົວ​ແລະສາທາລະນະ​ສຸກ​ຫຼ້າ​ຫຼັງທີ່​ສຸດ, ອາຍຸ​ສະ​ເລ່ຍຕໍ່​ຫົວ​ຄົນ​ມີ​ແຕ່35,5ປີ. ​ໃນ51​ປີ​ທີ່​ຕິ​ເບ​ດດຳ​ເນີນ​ການ​ປະຕິ​ຮູບ​ແບບ​ປະຊາທິປະ​ໄຕ​ມາ​ນີ້, ພາລະກິດ​ທຸກ​ລາຍ​ຂອງ​ນະຄອນ​ລາຊາ​ເກີດ​ມີ​ການ​ປ່ຽນ​ແປງ​ປານ​ປີ້ນ​ໜ້າ​ມື​ເປັນ​ຫຼັງ​ມື, ນີ້​ແມ່ນ​ມະຫັດສະຈັນ​ເມືອງ​ຄົນ​ທີ່​ບໍ່​ເຄີຍ​ມີ​ມາ​ແຕ່​ກ່ອນ.

ທ່ານ​ກ່າວ​ວ່າ, ປະຈຸ​ບັນ, ​​ເທດ​ສະບາ​ນນະຄອນ​ລາຊາ​ມີ​ປະຊາກອນ4​ແສນ5​ໝື່ນ​ຄົນ, ​ເນື້ອ​ທີ່ກວ້າງ50​ກິ​ໂລ​ຕາ​ແມັດ, ​ໄດ້​ຈໍ່​ຕົວ​ຂຶ້ນ​ເປັນ​ລະບົບ​ສຶກສາ​ຊົນ​ເຜົ່າ​ທັນສະ​ໄໝ​ທີ່​ລວມທັງ​ການ​ສຶກສາ​ອະນຸບານ, ການ​ສຶກສາ​ພາກ​ບັງຄັບ, ການ​ສຶກສາ​ຊັ້ນ​ກາງ, ການ​ສຶກສາ​ຊັ້ນ​ສູງ, ອາຊີວະ​ສຶກສາ​ແລະ​ການ​ສຶກສາ​ພິ​ເສດ, ​ໄດ້​ປະຕິບັດ​ນະ​ໂຍບາຍລູກ​ຫຼານ​ຊາວ​ກະສິກອນ​​ບໍ່​ຕ້ອງ​ເສຍ​ຄ່າ​ກິນ, ຄ່າ​ຢູ່​​ແລະ​ຄ່າ​ຮຽນ​ໃນ​ການ​ສຶກສາ​ພາກ​ບັງຄັບ​ແລະມັດທະຍົມ​ປາຍ, ​ເດັກນ້ອຍ​ທີ່​ເຖິງອາຍຸ​​ເຂົ້າ​ຮຽນ​ມີ​ເຖິງ99,4%, ອັດຕາ​ເຂົ້າ​ຮຽນ​ຂອງ​ມັດທະຍົມ​ຕົ້ນ​ມີ​ເຖິງ99,5%. ປະຈຸ​ບັນ, ຢູ່​ນະຄອນ​ລາ​ຊາ​ກໍ​ມີ​ອົງການ​ສາທາລະນະ​ສຸກ462​ອົງການ, ຢູ່​ເຂດ​ປູກຝັ​ງ​ແລະ​ເຂດ​ລ້ຽງສັດ​ໄດ້​ສ້າງ​ລະບົບ​ປິ່ນປົວໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​, ອາຍຸ​ສະ​ເລ່ຍຕາມ​ຫົວ​ຄົນ​ເພີ່ມ​ຂຶ້ນ​ຮອດ67​ປີ.

ນອກຈາກ​ພິທີ​ທີ່​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງວັງ​ບູດາລາ, ວັນ​ທີ 28 ມີນາ​ນີ້, ຢູ່​​ເຂດ​ຊຸມ​ຊົນ, ຕາ​ແສງ​ແລະ​ບ້ານ ​ໂຮງຮຽນຕ່າງໆ​ຂອງນະຄອນລາຊາ​ຍັງ​ໄດ້​ຈັດ​ກິດຈະກຳ​ຕ່າງໆ ​ເຊັ່ນ,ງານ​ສົນທະນາ,ງານ​ວາງສະ​ແດງຮູບ​ພາບ ​ແລະ ການສະ​ແດງຟ້ອນ​ລຳ​ທຳ​ເພງ​ເປັນ​ຕົ້ນ. ນາງ​ລາ​ຊົງ​ໂຊ​ກາ ຮອງ​ປະທານ​ສະພາ​ປຶກສາ​ການເມືອງ​ນະຄອນລາຊາ​​ເຄີຍ​ດຳລົງ​ຊີວິດ​10ກວ່າ​ປີໃນ​​ສະ​ໄໝ​​ເກົ່າກ່ອນ​ການ​ດຳ​ເນີນ​ການ​ປະຕິ​ຮູບແບບ​ປະຊາທິປະ​ໄຕ​ເປັນ​, ​ເມື່ອ​ຫວນ​ຄືນ​ນະຄອນລາຊາ​ໃນ​ສະ​ໄໝ​ເກົ່າ, ນາງພຽງ​ສາມາດ​ຄິດ​ເຖິງ​ຖະໜົນ​ອັນ​ເປິ​ເປື້ອນ,ຜູ້​ຂໍທານທີ່ຫຼວງ​ຫຼາຍ ​ແລະ ຂ້າ​ທາດ​ກະສິກຳ​ທີ່​ຈ່ອຍ​ຜອມ​ທີ່​ສຸດ, ສະ​ນັ້ນ​ຄວນ​ຈື່​ຈຳ​ຄວາມ​ທຸກ​ຍາກ​ຂອງ​ຕິ​ເບ​ດ​​ໃນ​ສະ​ໄໝເກົ່າຢ່າງ​, ຊົມ​ໃຊ້ຄວາມ​ສຸກ​ຄວາມ​ເບີກບານ​ມ່ວນ​ຊື່ນຂອງ​ຕິ​ເບ​ດ​ໃໝ່."

ປັດຈຸບັນ,​ເມື່ອ​ຍ່າງ​ຢູ່ຕາມ​ຖະໜົນ​ຫົນທາງ​ຂອງນະຄອນລາຊາ, ທຸງ​ແດງ​ປິວ​ສະ​ປັດ, ດວດ​ໄມ້​ສົດ​ມີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ, ​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຂອງ​ວັນ​ບຸນ. ທ່ານ​ຊາ​ໂກ​ກາງ​ໂຈ ອີ​ຊີ​ປານ​ເດັນ ຊາວ​ຕິ​ເບ​ດທີ່​​ເຄີຍ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ 35 ປີ,​ເມື່ອ​ກັບ​ຄືນປະ​ເທດ​ຊາດຕັ້ງ​ພູມລຳ​ເນົາຢູ່​ນະຄອນ​ລາຊາ ທ່ານມີ​ຄວາມ​ກະດຸ້ງ​ໃຈ​ຫຼາຍຕໍ່ຕິ​ເບ​ດ​ໃໝ່​ທີ່​ພັດທະນາ​ຢ່າງ​ວ່ອງ​ໄວ​ນັ້ນ.

"ພັດທະນາ ​ແລະ ປ່ຽນ​​ແປງໄວ​ຫຼາຍ, ການ​ພັດທະນາ​ແລະ​ການ​ປ່ຽນ​​ແປງ​ໄວ​ປານນີ້​ບໍ່​ເຄີຍ​ເຫັນ​ຢູ່​ໃນ​ປະ​ເທດ​ອື່ນໆ​. ຕົວຢ່າງ,ອາ​ເມ​ລິ​ກາ​ທັນ​ສະ​ໄໝ​ຫຼາຍ,​ແຕ່​ຈັງ​ຫວະ​ເຕີບ​ໂຕ​ການ​ພັດທະນາ​ໄວ້​ສົມຄວນ​ແບບ​ນີ້​ກໍ່​ບໍ່​ມີ, ​ເວລາບໍ່​ເທົ່າ​ໃນ​ປີ​ນີ້​ໄດ້​ເຮັດ​ໃຫ້​​ເຮົາຕື່ນ​ຕົກ​ໃຈ, ລັດເອົາ​ໃຈ​ໃສ່​ນຳ​ຊາວ​ກະ​ສິກ​ອນ ​ແລະ ຊາວ​ລ້ຽງສັດ​​ແນວ​ນີ້,ຢູ່​ຕ່າງປະ​ເທດຂ້ອຍ​ບໍ່​ເຄີຍ​ເຫັນ, ​ເປັນ​ຕາ​ເຄົາລົບ​ຫຼາຍ!"

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ