ກອງທັບ​ຟິລິບປິນຍຶດ​ຄ້າຍ​ຂອງ​ກຸ່ມ​ອາ​ບູ​ຊາ​ຢັບ

(GMT+08:00) 2010-03-29 16:48:19     cri
ຕາມ​ຂ່າວCRI, ວັນ​ທີ28ມີນາ​ນີ້, ​​ເຈົ້າ​ໜ້າ​ທີ່ທະ​ຫານ​ຟິລິບ​ປິນກ່າວ​ວ່າ, ກອງ​ທັບ​ຟິລິບ​ປິນ​ໄດ້​ເຂົ້າ​ຍຶດ​ຄ້າຍ​ຂອງ​ກຸ່ມ​ອາ​ບູຊາ​ຢັບບ່ອນໜຶ່ງ​ທີ່​ຢູ່​ພາກ​ໃຕ້​ຟິລິບ​ປິນ, ​ແຕ່ຊອກບໍ່​ພົບ​ອິສມິນ ຊາຮີ​ຣົນທີ່​ເປັນ​ຫົວ​ໜ້າກຸ່ມ.

ອິສມິນ ຊາຮີຣົນ​ເປັນ​ຫົວໜ້າ​ອາວຸ​ໂສ​ຜູ້ໜຶ່ງ​ຂອງ​ກຸ່ມ​ອາ​ບູ​ຊາ​ຢັບ.​ເຖິງ​ວ່າ​ຈຳ​ນວນ​ພົນ​ຂອງ​ກຸ່ມ​ອາບູຊາ​ຢັບ​ໜ້ອຍ​ກວ່າ​400ຄົນ​ກໍ່ຕາມ, ​ແຕ່​ກໍ່​ເຫດການ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ແລະ​ມີ​ບົດ​ຮຽນ​ຫຼາຍ​ຂຶ້ນ​ໃນ​ການ​ວາງ​ລະ​ເບີ​ດ​ແບບ​ງ່າຍດາຍ. ​ເຄື່ອງ​ລະ​ເບີດ​ປະ​ເພດ​ນີ້​ຄື​ກັບ​ເຄື່ອງ​ລະ​ເບີດ​ທີ່ກຸ່ມ​ຫົວ​ຮຸນ​ແຮງຂອງ​ອີຣັກ​ແລະ​ອັຟກາ​ນີສະຖານ​ນຳ​ໃຊ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ