ຊ່ຽວຊານ​ດ້ານ​ການປ້ອງ​ກັນ​ຂອງຈີນ​​ແລະ​ອາ​ຊຽນປຶກສາ​ຫາລື​ວິທີ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ເປັນ​ເອກ​ກະ​ລັກອາຊີຕາ​ເວັນ​ອອກ

(GMT+08:00) 2010-03-29 18:56:19     cri
ວັນ​ທີ29​ມີນາ​ນີ້, ການ​ເຈລະຈາ​ການ​ປ້ອງ​ກັນ​ແລະ​ຄວາມ​ໝັ້ງຄົງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຈັດ​ຂຶ້ນຢູ່ປັກ​ກິ່ງ. ​ເ​ຈົ້າໜ້າ​ທີ່​ແລະ​ນັກວິ​ຊາການ​ກ່ຽວ​ກັບ​ນະ​ໂຍບາຍປ້ອງ​ກັນທີ່​ມາ​ຈາກ​ຈີນ​​ແລະປະ​ເທດ​ອາຊຽນປະ​ມານ40ທ່ານ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ ​ທີ່​ດຳ​ເນີນ​ເປັນ​ເວລາ3​ວັນ​ເທື່ອ​ນີ້. ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະ​ອຽດ:

ການ​ເຈລະຈາ​ເທື່ອ​ນີ້​ຖືກົນ​ໄກ​ຄວາມ​ໝັ້ນຄົງ​ແລະ​ນະ​ໂຍບາຍ​ປ້ອງ​ກັນ​​ຂອງ​ພາກ​ພື້ນ​ເປັນ​ຫົວ​ຂໍ້​ຫຼັກ, ລວມມີຫົວ​ຂໍ້​ນ້ອຍ3​ຂໍ້ ຄື​ສະພາບ​ປະຈຸ​ບັນ​ແລະ​ການ​ພັດທະນາ​ຂອງ​ກົນ​ໄກ​ປ້ອງ​ກັນ​ຂອງ​ພາກ​ພື້ນ, ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​​ແລະ​ຄວາມ​ໝັ້ນຄົງ​ລະ​ຫວ່າງຈີນ​ກັບ​ອາ​ຊຽນ​ແລະນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​​ແລະ ປະ​ເທດ​ອາ​ຊຽນ, ມີ​ຈຸດ​ປະສົງທີ່​​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນຢ່າງ​ບໍ່​ຢຸດ​ຍັ້ງ, ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ແລະ​ຄວາມ​ໝັ້ນຄົງ.

ໃນ​ພິທີ​​ໄຂ​ປະຊຸມ, ພົນ​​ໂທ​ຫຼິວ​ເສິງ​ຈຸ່ນ, ຫົວໜ້າ​ສະ​ພາ​ບັນດິດ​ວິທະ​ຍາສາດ​ການ​ທະຫານ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ກ່າວ​ວ່າ, ຜ່ານ​ຈາກຄວາ​ມພະຍາ ຍາມ​ຮ່ວມຂອງ​ຝ່າຍ​ຕ່າງໆ, ການ​ສ້າງສາ​ກົນ​ໄກ​ຄວາມ​ໝັ້ນຄົງ​ຂອງ​ອາຊີ​ຕາ​ເວັນ​ອອກ​ໄດ້​ຮັບຜົນ​ຫຼາຍ, ​ແຕ່​ການ​ສ້າງສາ​ກົນ​​ໄກ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຂອງ​ພາກ​ພື້ນ​ຍັງ​ຢູ່​ໃນ​ໄລຍະ​ຊອກ​ຄົ້ນ.

ທ່ານ​ຊີ້​ອອກ​ວ່:"ປະຈຸ​ບັນ, ພາ​ພື້ນ​ອາຊີ​ຕ​າ​ເວັນ​ອອກມີ​ຄວາມ​ໝັ້ນຄົງ​ແລະ​ສະຖຽນ​ລະ​ພາບ, ​ແຕ່​ຍັງ​ມີ​ກາ​ນຂົ່ມຂູ່​ດ້ານ​ຄວາມໝັ້ນ​ຄົງຕ່າງໆ​ໃນ​ຂົງ​ເຂດດັ້ງເດີມ​ແລະ​ຂົງ​ເຂດ​ທີ່​ບໍ່​ແມ່ນ​ດັ້ງເດີມ, ​ມັນ​ແມ່ນ​ສິ່ງ​ທ້າ​ທາຍ​ຕໍ່​ຜົນ​ປະ​ໂຫຍ​ດຮ່ວມ​​ຂອງ​ພວກ​ເຮົາ​ແລະພວມ​ທົດ​ສອບ​ສະຕິບັນຍາ​ຮ່ວມ​​ຂອງ​ພວກ​ເຮົາ. ພວກ​ເຮົາ​ຕ້ອງ​ອອກ​ແຮງ​ປັບປຸງກົນ​ໄກ​​ໃນ​ປະ​ຈຸ​ບັນ​ໃຫ້​ສົມບູນ, ຕັ້ງໜ້າ​ຄົ້ນ​ຄ້ວາ​ຊອກ​ຫາ​ຮູບ​ແບບ​ການ​ຮ່ວມ​ມື​ໃໝ່, ຢຶດໝັ້ນ​ການ​ເປັນ​ເຈົ້າ​ຕົນ​ເອງຂອງ​ພາກ​ພື້ນ, ນັບຖື​ຄວາມຫຼາກ​ຫຼາຍ​ຂອງ​ພາກ​ພື້ນ, ນັບຖື​ຫຼັກການ​ທີ່​ຮ່ວມ​ມື​ຢ່າງ​ສະ​ເໝີ​ພາບກັນ, ການ​ປຶກສາຫາ​ລື​​ໃຫ້​ເປັນ​ເອກະ​ພາບກັນ, ບໍ່​​ແຊກ​​​ແຊງວຽກ​ງານພາຍ​ໃນ​ແລະ​ແກ້​ໄກ​ຄວາມ​ຂັດ​ແຍ່ງ​ຢ່າງ​ເໝາະ​ສົມ, ຄ່ອຍ​ເປັນ​ຄ່ອຍ​ໄປ, ຈາກ​ງ່າຍ​ຫາ​ຍາກ, ຊອກ​ຫາ​ເສັ້ນທາງ​ຮ່ວມ​ມື​ດ້ານ​ຄວາ​ມໝັ້ນຄົງທີ່​ມີ​​ເອກະ​ລັກອາຊີ​ຕາ​ເວັນ​ອອກ."

ທ່ານຫຼຸ​ນ​ເສີນ​ຈິ່ນຊີ້​ອອກ​ວ່າ, ການຊຸກຍູ້​ຂະ​ບວນການ​ຮ່ວມ​ມື​ໃຫ້​ມີ​ກົນ​ໄກ​ຢ່າງ​ຕັ້ງໜ້າ​​ແລະ​ໝັ້ນ​ທ່ຽງ, ​ແມ່ນການ​ຮັບປະກັນ​ສຳຄັນ​ແຫ່ງການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ງຄົງ​ມີ​ການ​ພັດທະນາ​​ແບບ​ຍືນ​​ຍົງ​ແລະ​ຈະ​ໄດ້​ຮັບຜົນ​ທີ່​ແທ້​ຈິງ.

ພົນ​ເອກ​ພິ​ເສດວູວັນ​ຄານ, ຮອງ​ຫົວໜ້າ​ກົມ​ຄົ້ນ​ຄ້ວາ​ການ​ພົວພັນ​ສາກົນ​ຂອງ​ສະຖາ​ບັນຄົ້ນ​ຄ້ວາຍຸ​ດທະ​ສາດ​ການ​ທະ​ຫານ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ກ່າວ​ວ່າ, ປະຈຸ​ບັນ, ອາຊຽນກັບ​ຈີນ​ລ້ວນ​ແຕ່​ປະ​ເຊີນກັບ​ສິ່ງ​ທ້າ​ທາຍ​ຮ່ວມ​ ຄື​ຈາກ​ບັນຫາ​ຄວາມ​ໝັ້ງຄົງ​ດັ້ງດີມ​ຫາລັດທິ​ກໍ່​ການ​ຮ້າຍ, ການ​ຄ້າຂາຍ​ເຖື່ອນຂອງ​ໂຈນ​ສະຫຼັດ​ແລະ​ບັນຫາ​ຄວາມ​ໝັ້ນຄົງ​ທີ່​ບໍ່​ແມ່ນ​ດັ້ງເດີມ, ​ໃນ​ຄະນະ​ທີ່​ເພີ່ມ​ທະວີ​ການ​ເຈລະຈາ, ປະ​ເທດ​ຕ່າງໆ​ຄວນລົງ​ເລິກ​ການ​ຮ່ວມ​ມື​ດ້ານການ​ປ້ອງ​ກັນ​​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງທີ່​ບໍ່​​ແມ່ນ​ດັ້ງ​ເດີມ.
ທ່ານ​ກ່າວ​ວ່າ: "ຂ້າພະ​ເຈົ້າ​ເ​ຫັນ​ວ່າ, ປະ​ເທດ​ທັງ​ໝົດ​ຄວນ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ໂດຍ​ຜ່ານ​ເວທີ​ປຶ​ກສາ​ຫາລື, ກອງ​ປະຊຸມ​ແລະ​ກົນ​ໄກ​ອື່ນໆ, ນີ້​ສາມາດ​ປຶກສາ​ຫາລື​ບັນຫາ​​ປ້ອງ​ກັນ​ແລະ​ຄວາມ​ໝັ້ນຄົງ, ​ແລະ​ພະຍາຍາມ​ແກ້​ໄຂ​ບັນຫາ​ໂດຍສັນຕິ​​. ທຳ​ອິດ, ຈະ​ເລີ່​ມຈາກ​ການຮ່ວມ​ມື​ໃນ​ຂົງ​ເຂດ​ກູ້​​ໄພ, ຄ່ອຍໆ​ເປີດ​ກວ້າງ​ໄປ​ຮອດ​ຂົງ​ເຂດ​ອື່ນ, ​ແລະ​ຍົງ​ສູງ​ປະສິດທິພາ​ບຂ​ອງການ​ຮ່ວມ​ມື​."

ພົນ​ຕີກ່ວນຢອຍ​ເຟີ່ຍ, ຮອງ​ຫົວໜ້າ​ຫ້ອງການ​ພົວພັນຕ່າງ​ປະ​ເທດ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າ​ວວ່າ, ​ໃນ​ປີຜ່ານ​ມາ​, ພາກ​ພື້ນ​ນີ້​ໄດ້ມີ​ສະຖຽນ​ລະ​ພາບໃນ​ດ້ານ​ກວມ​ລວມ, ສັນຕິພາບ, ກາ​ນພັດ​ທະນາ​ແລະ​ການ​ຮ່ວມ​ມື​​ຍັງ​ຄົງ​ແມ່ນ​ທ່າ​ອ່ຽງ, ​ແຕ່​ລັດ​ທິກໍ່​ການ​ຮ້າຍ, ລັດທິຫົວ​ຮຸນ​ແຮງ​ແລະ​ລັດທິ​ແບ່ງ​ແ​ຍກ​ແມ່ນ​ການ​ຂົ່ມຂູ່​ຢ່າງ​ຮ້າຍ​ແຮງຕໍ່​ສະຖຽນ​ລະ​ພາບ, ​ໄພ​ທຳ​ມະ​ຊາດ, ພະຍາດ​​ວະ​ມາດ​ແລະ​ການ​ຂົ່ມຂູ່​ຄວາມ​ໝັ້ນຄົງທີ່​ບໍ່​ແມ່ນ​ດັ້ງ​ເດີມ​ຈະ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ, ສິ່ງ​ທ້າຍ​ທາຍ​ຮ່ວມ​ທີ່ຂ້າມ​ຊາດ​ຈະ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ການ​ພົວພັນ​ລະ​ຫວ່າງ ການ​ພັດທະນາ​ແລະ​ບັນຫາ​ຄວາມໝັ້ນ​ຄົງຈະ​​ໃກ້ຊິດ​ກວ່າ​ເກົ່າ, ການ​ຊຸກຍູ້ການ​ພັດທະນາ, ສະ​ແຫວ​ງຫາ ສະຖຽນ​ລະ​ພາບ​ຈະ​ກາຍ​ເປັນ​ໜ້າ​ທີ່​ຮ່ວມ​​ຂອງ​ປະ​ເທດ​ຕ່າງໆ.

ທ່ານ​ກ່າ​ວວ່າ: "ອາ​ຊຽນ​ໄດ້​ເສີມ​ຂະ​ຫຍາ​ຍບົດ​ບາດທີ່​ໜ້າ​ແທນ​ບໍ່​ໄດ້​ໂດຍ​ຕະຫຼອດ ໃນ​ການ​ສ້າງ​ກົນ​ໄກ​ຄວາມ​ປອດ​ໄພ​ແລະ​ກົນ​ໄກ​ປ້ອງ​ກັນ​ຂອງ​ພາກ​ພື້ນ. ພວກ​ຂ້າ ພະ​ເຈົ້າ​ຍິນດີ​ຊົມ​ເຊີຍ​ອາ​ຊຽນ​ສືບຕໍ່​ເສີມຂະ​ຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ຫຼາຍ​ກວ່າ​ເກົ່າ​ໃນ​ວຽກ​ງານ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ກໍ່​ຫວັງ​ວ່າ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນດ້ານ​ການ​ປ້ອງ​ກັນ​ທີ່​ແທ້​ຈິງຕື່ມ​ອີກ, ຮ່ວມ​ກັນ​ຊຸກຍູ້​ກາ​ນ ສ້າງສາ​ກົນ​ໄກ​ປ້​ອງກັນ​ແລະ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນ​ຕະພາບ​ແລະສະຖຽນ​ລະ​ພາບຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ