ຈີນ​ຕອບ​ໂຕ້​ຖ້ອຍ​ຄວາມ​ທີ່​ວ່າ"ການ​ສ້າງ​ເຂື່ອນ​ໄຟຟ້າ​​ຢູ່​ແມ່​ນ້ຳ​ລ້ານ​ລ້າງ​ເຮັດ​ໃຫ້​ແມ່​ນ້ຳຂອງ​ຂາດ​ນ້ຳ"

(GMT+08:00) 2010-03-30 18:27:55     cri
ຕາມ​ຂ່າວCRI, ວັນ​ທີ30ມີນາ​ນີ້​ຢູ່​ປັກ​ກິ່ງ, ທ່ານ​ຊີ​ນກ່າງ, ​ໂຄສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຕອບ​ໂຕ້​ຄວາມ​ເວົ້າ​ທີ່​ວ່າ" ຈີນ​ສ້າງ​ເຂື່ອນ​ໄຟ​ຟ້າ​ຢູ່​ແມ່​ນ້ຳ​ລ້ານ​ລ້າງ​ເຮັດ​ໃຫ້​ແມ່​ນ້ຳຂອງ​ຂາດ​ນ້ຳ". ທ່ານ​ກ່າວ​ເນັ້ນ​ວ່າ, ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​​ແລະປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ປະສົບ​ໄພ​ແຫ້ງ​​ແລ້ງແມ່ນ​ຍ້ອນລ້ວນ​ແຕ່​ປະສົບ​ໄພພິບັດ​ທາງ​ອາກາດ, ຈີນ​ຈະ​ບໍ່​ມີ​ການ​ກະທຳ​ທີ່​ທຳລາຍ​ຜົນ​ປະ​ໂຫຍ​ດ ຂອງ​ປະ​ເທດ​ໃກ້​ຄຽງ.

ຫວ່າງ​ມໍ່ໆ​ນີ້, ບາງ​ສື່​ມວນ​ຊົນ​ກ່າວ​ວ່າ, ລະດັບ​ນ້ຳ​ຂອງ​ແມ່​ນ້ຳຂອງ​ຫຼຸດ​ຕ່ຳລົງ​ແມ່ນ​ຍ້ອນ​ວ່າ​ຈີນ​ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່​ແມ່​ນ້ຳ​ລ້ານ​ຊ້າງ​ທີ່​ຢູ່​ຍ່ານເໜືອ​ແມ່​ນ້ຳຂອງ. ​ໃນ​ກອງ​ປ​ະຊຸມ​ຂ່າວ​ທີ່ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ30ມີນາ​ນີ້, ທ່ານ​ຊີ​ນກ່າງ​ກ່າວ​ວ່າ, ຄວາມ​ເວົ້າ​ດັ່ງກ່າວ​ບໍ່​ມີ​ມູນຄວາມ​ຈິງ.

ທ່ານ​ຊີນກ່າງ​ກ່າວ​ເນັ້ນ​ວ່າ, ​ໃນ​ປະລິມານ​ນ້ຳ​ຂອງ​ແມ່​ນ້ຳຂອງ, ປະລິ​ມານ​ນ້ຳ​ທີ່​ໄຫຼ​ຈາກ​​ແມ່​ນ້ຳລ້າງ​ຊ້າງ​ເຂົ້າ​​ໃນ​ແມ່​ນ້ຳຂອງ​ນັ້ນ​ກວມ​ພຽງ​ແຕ່13,5%​ເທົ່າ​ນັ້ນ. ທ່ານ​ຍັງ​ກ່າວ​ເນັ້ນ​ຕື່ມ​ອີກ​ວ່າ, ​ໃນ​ຖານະ​ເປັນ​ປະ​ເທດ​ທີ່​ຢູ່​ຍ່ານ​ເໜືອ​ຂອງ​ແມ່​ນ້ຳ​ຈຳນວນ​ໜຶ່ງ, ຈີນ​ມີ​ທ່າ​ທີ​ຮັບ​ຜິດ​ຊອບ​ໃນ​ການ​ພັດທະ​ນາ​ຊັບ​ພະຍາກອນ​ນ້ຳ, ​ແລະ​ໄດ້​ພິຈາລະນາ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ເທດ​ທີ່​ຢູ່​ຍ່ານ​ໃຕ້​ແມ່​ນ້ຳ. ທ່ານ​ແຈ້ງ​ໃຫ້​ຊາບ​ວ່າ, ຫຼາຍ​ປີ​ມາ​ນີ້, ຈີນ​ໄດ້​ສະ​ເໜີ​ຂໍ້​ມູນ​ສະພາບອຸທະກະ​ທາລາຂອງ​ຍ່ານ​ເໜືອ​ໃຫ້​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງຕະຫຼອດມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ