ກຸ່ມ​ເສື້ອ​ແດງ​ໄທ​ກ່າວ​ວ່າ​ທ້າຍ​ອາທິດ​ນີ້​ຈະ​ໂຮມ​ຊຸມນຸມ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ອີກ

(GMT+08:00) 2010-03-31 17:15:11     cri
ຕາມ​ຂ່າວສານ​ຊີ​ນຮວາ, ວັນ​ທີ30ມີນາ​ນີ້,ທ່ານ​ຈະຕຸ​ພອນ ພົມ​ພັນ, ໜຶ່ງ​ໃນຜູ້ນຳ​ກຸ່ມ​ເສື້ອ​ແດງ​ປະກາດ​ວ່າ, ຈະ​ຈັດການ​ໂຮມ​ຊຸມນຸມ​ປະ​ທ້ວງຂະໜາດ​ໃຫຍ່​ອີກ​ຢູ່​ນະຄອນຫຼວງ​ບາງກອກ​ໃນ​ວັນ​ທີ3​​ເດືອນ​ໜ້າ, ​ເພື່ອ​ບັງຄັບ​ລັດຖະບານ​ທີ່​ນຳພາ​ໂດຍ​ທ່ານ​ອະພິສິດ ​ເວ​ດຊາຊີວະ​ຍຸບ​ສະພາ.

ຕອນ​ຄ່ຳ​ວັນ​ທີ29ມີນາ​ນີ້, ການ​ເຈລະຈາ​ຮອບ​ທີ​ສອງ​ລະຫວ່າງ​ລັດຖະບານ​ໄທ​ກັບ​ຜູ້ຕາງໜ້າ​ກຸ່ມ​ເສື້ອ​ແດງ​ໄດ້​ສິ້ນ​ສຸງລົງ​​ໂດຍ​ຕົກລົງ​ກັນ​ບໍ່​ໄດ້​ຍ້ອນ​ສອງ​ຝ່າຍ​ມີຫຼັກ​ໝັ້ນ​ທີ່​ບໍ່​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ເວລາ​ຍຸບສະພາ​ຜູ້​ແທນ​ລາຊະ​ດອນ. ຕອນ​ບ່າຍ​ວັນ​ທີ30ມີນາ​ນີ້, ຜູ້ນຳ​ກຸ່ມ​ເສື້ອ​ແດງ​ຕົກລົງ​ຈະ​ຈັດການ​​ໂຮມຊຸມນຸມ​ປະ​ທ້ວງຂະໜາດ​ໃຫຍ່​ອີກ, ​ເພື່ອ​ເພີ່ມ​ແຮງ​ກົດ​ດັນ​ຕໍ່​ລັດຖະບານ​ຕື່ມ​ອີກ. ​ແຕ່​ວ່າ, ທ່ານ​ຈະຕຸ​ພອນ​ບໍ່​ໄດ້​ແຈ້ງວ່າກຸ່ມ​ເສື້ອ​ແດງ​ຈະ​ໃຊ້​ການ​ກະທຳ​ແນວ​ໃດ​ໃນ​ການປະ​ທ້ວງທີ່​ໃກ້​ຈະ​ຈັດ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ