ເນື້ອ​ທີ່​ດິນ​ປູກ​ຝັງ​ທີ່​ປະສົບ​ໄພ​ແຫ້ງ​ແລ້ງ​ຂອງ​ຈີນ​ມີ​ເຖິງ 7 ລ້ານ 7 ​ແສນ​ກວ່າ​ເຮັກຕາ, ​ແຕ່​ຄວາມ​ປອດ​ໄພ​ດ້ານ​ອາຫານ​ບໍ່​ໄດ້​ຖືກ​ກະທົບ

(GMT+08:00) 2010-03-31 17:47:39     cri

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ໃນ​ວັນ​ທີ 31 ມີນາ​ນີ້, ທ່ານ​ຫລິວ​ນິງ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊົນ​ລະ​ປະ​ທານ​ຈີນ,ທັງ​ເປັນ​ເລ​ຂາ​ທິ​ການ​ຫ້ອງ​ການ​ຕ້ານ​ແລ້ງຕ້ານ​ຖ້ວມ​ແຫ່ງ​ຊາດ​ຈີນ​​ແຈ້ງ​ວ່າ, ​ໄລ່​ມາ​ຮອດ​ວັນ​ທີ 30 ມີນາ​ນີ້,ດິນ​ປູກ​ຝັງ​ຂອງ​ຈີນ​ມີ 7 ລ້ານ 7 ​ແສນ​ກວ່າ​ເຮັກຕາ​ປະສົບ​ໄພ​ແຫ້ງ​ແລ້ງ,ມີ​ປະຊາຊົນ 24 ລ້ານ 2 ​ແສນ 5 ຫມື່ນ​ຄົນ​ຂາດ​ເຂີນນ້ຳ​ດື່ມ.ປັດຈຸບັນ, ລັດຖະບານ​ຈີນ​ພວມ​ໃຊ້​ຫລາຍມາດ​ຕະການ​ພະຍາຍາມ​ແກ້​ໄຂ​ບັນຫາ​ການ  ຜ​ະລິດ​ແລະຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ແຫ້ງ​ແລ້ງ. ນັບ​ແຕ່​ລະດູ​ໃບ​ໄມ້​ຫລົ່ນ​ປີ​ກາຍ​ນີ້​ມາ, ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ມີ​ປະລິມານ​ນ້ຳ​ຝົນ​ຫນ້ອຍ​ກວ່າ​ທຸກ​ປີ​ທີ່​ຜ່ານ​ມາ​ເຖິງ 50%,​ໃນ​ນັ້ນ ​ແຂວງ​ຢຸນນານ,​ແລະບາງ​ເຂດຂອງ​ແຂວງ​ກຸ້ຍ​ໂຈ​ວຫນ້ອຍ​ກວ່າ 70-90%, ອຸນຫະພູມ​ກໍ່​ສູງ​ກວ່າ​​ໄລຍະ​ດຽວ​ກັນ​ຂອງ​ທຸກ​ປີ​ທີ່​ຜ່ານ​ມາ.

ພ້ອມ​ກັນນັ້ນ, ນ້ຳ​ໃນ​ແມ່​ນ້ຳ​ຫນອງ​ບຶງ​ຂອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ກໍ່​ບົກ​ແຫ້ງ,ພຽງ​ແຕ່​ແຂວງ​ຢຸນ​ນາມ​ກໍ່​ມີ​​ນ້ຳ 622 ສາຍ​ບົກ​ແຫ້ງ.​ແຕ່​ວັນ​ທີ 22 ມີນາ​ນີ້​ເປັນ​ຕົ້ນ​ມາ, ​ບາງ​​ເຂດຂອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ມີ​ຝົນຕົກ​ແລ້ວ, ​ແຕ່​​ເຂດ​​ແຫ້ງ​ແລ້ງ​ສ່ວນ​ຫລາຍ​ຍັງ​ບໍ່​ມີ​ຝົນຕົກ​ເທື່ອ.ປັດຈຸບັນ, ​ເນື້ອ​ທີ່​ດິນ​ປູກຝັງ​ຂອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ຈີນ​ທີ່​ປະສົບ​ໄພ​ແຫ້ງ​ແລ້ງ​ນັ້ນກວມ 84% ຂອງ​ທີ່​ດິນ​ໃນທົ່ວ​ປະ​ເທດ, ສ່ວນ​ປະຊາຊົນທີ່​ປະສົບ​ໄພ​ແຫ້ງ​ແລ້ງນັ້ນກໍ່​ກວມ 80% ຂອງປະຊາຊົນ​ໃນ​ທົ່ວ​ປະ​ເທດຈີນ.

ທ່ານ​ລິວ​ຫນິງ,​ເລຂາທິການ​​ ​ຂອງຫ້ອງການ​ຕ້ານ​ແລ້ງ​ຕ້ານ​ຖ້ວມແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​ປະ​ຈຸ​ບັນ, ສະຖານະ​ການ​ທີ່ຮັບ​ມື​ກັບໄພ​ແຫ້ງ​ແລ້ງ​ໃນ​​ເຂດພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ຂອງ​ຈີນ​​​ຍັງ​​ເຄັ່ງຂືງຢູ່​ຄື​ເກົາ. ທ່ານ​ກ່າວ​ວ່າ:(ປ່ອຍ​ສຽງ 1)   ​"ເຂດ​ແຫ້ງ​ແລ້ງທີ່ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ​ໄດ້​ມີ​ຝົນຕົກ,​ແຕ່​ຜະລິດ​ຝົນ​ທຽມບໍ່​​ແຮງປານ​ໃດ, ​​ແຕ່​ບັນ​ເທົາ​ປູກຝັງ​ ຫນ້ອຍ​ຫນຶ່ງ, ​ແຕ່​ຊ່ອຍ​ເຫຼືອ​ແກ້​ໄຂບັນຫາ​​ຂາດນ້ຳ​ດື່ມ​ຍັງ​ບໍ່​ຫຼາຍ​ປານ​ໃດ. ປະຈຸ​ບັນ, ຈຳນວນຄົນ​ຂາດ​ນ້ຳ​ດື່ມ​ໃນທົ່ວ​ປະ​ເທດ​ ໄດ້​​ຈາກຂໍ້​ມູນ​​ໃນມື້​ວານ​ນີ້ ເພີ່ມຂື້ນ​ເປັນ 24 ລ້ານ 2 ​ແສນ 5 ຫມື່ນ​ຄົນ, ​ໃນ​ນັ້ນ, 80% ​ຊີວິດຢູ່​ໃນ​ເຂດ​ແຫ້ງ​ແລ້ງທີ່​ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​. ​ໂດຍ​ອີງ​ຕາມ​ການພະຍາກອນ​ຂອງອຸ​ຕຸ​ນິຍົມໃນ​ປະຈຸ​ບັນ​ແລະ​ສະພາບ​ນ້ຳ​ໃນ​ອະນາຄົດ, ຕາມທຳ​ມະ​ດາ​, ນັບ​ແຕ່ວັນ​ທີ 20 ພຶດ ສະພາ​ເປັນ​ຕົ້ນ​ໄປ, ພາກ​ຕາ​ເວັນ​ຕົກ​ສຽງ​​ໃຕ້​ ຈະ​ເຂົ້າ​ສູ່​ໄລຍະ​ມີຝົນຕົກ, ​ແຕ່ພວກ​ເຮົາ​ຍັງ​ຄວນ​​ກຽມພ້ອມ​​ເພື່ອ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງທີ່​ຮຸນ​ແຮງ​ແລະ​​​​​​​​​​ດົນ​ນານ.​"


ມີ​ບາງ​ຄົນ​ເປັນ​ຫ່ວງ​ວ່າ, ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ຈີນ​ຈະ​ໄດ້​ຖືກ​ຜົນ​ກະທົບ​ຫຼື​ບໍ່. ກ່ຽວ​ກັບ​ເລື່ອງນີ້, ທ່ານ​ລິວ​ຫນິງ ​ກ່າວ​ວ່າ, ປະຈຸ​ບັນ,ເນື້ອ​ທີ່​ປູກຝັງພືດ​ພັນທັນ​ຍາ​ຫານທີ່​ຖືກ​ຜົນ​ກະທົບ​ຈາກ​ໄພ​ແຫ້ງ​ແລ້ງ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້ຫຼຸດ​ຫນ້ອຍ​ກວ່າ​ປີ​ກາຍ​ນີ້,​ແຕ່​ຈະ​ບໍ່​ກະທົບກະ​​ເທືອ​ນ​ເຖິງ​ຄວາມ​ປອດ​ໄພ​ດ້ານ​ອາຫານ.

 
 
"​ໄພ​ແຫ້ງ​ແລ້ງ​ທີ່​ເກີດ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ທີ່​ມີ​ດິນ​ປູກຝັງປະມານ 23 ລ້ານ​ເຮັກຕາ, ກວມ​ເນື້ອ​ທີ່​ດິນ​ປູກຝັງ 18%ຂອງ​ຈີນ, ດິນ​ທີ່​ປູກ​ເຂົ້າ​ປະມານ 17 ລ້ານ​ເຮັກຕາ, ກວມພຽງ​ແຕ່ 16% ຂອງ​ຈີນ, ສະ​ນັ້ນ​ໄພ​ແຫ້ງ​​ແລ້ງ​ດັ່ງກ່າວ​ມີ​ຜົນ​ສະທ້ອນ​ບໍ່ຫຼາຍ​ປານ​ໃດ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ຈີນ​ບໍ່​ຫຼາຍປານ​ໃດ. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​​ເວົ້າ​ໄປ​ນັ້ນ​ແມ່ນ​ສະພາບ​ແຫ້ງ​ແລ້ງ​ຢູ່​ພາກ​ເໜືອ​ພຽງ​ແຕ່​ແມ່ນ​ສະພາບ​ແຫ້ງ​ແລ້ງ​ທໍ່​ນັ້ນ, ບໍ່​ໝາຍ​ຄວາມ​ວ່າ​ໄດ້​ເກີດ​ໄພ​ແຫ້ງ​ແລ້ງ​ໃນ​ເນື້ອ​ທີ່​ກວ້າງ​ແລ້ວ. ຕາມ​ສະຖິຕິ​ໃນ​ປະ​ຈຸບັນ, ປີ​ນີ້​ດິນ​ປູກຝັງ​ທີ່​ໃຊ້​​ໃນ​ການ​ປູກ​ເຂົ້າ​ນັ້ນ​ປະສົບ​ໄພ​ແຫ້ງ​ແລ້ງ​ໜ້ອຍ​ກວ່າ​ປີກາຍ. ​ເມື່ອທຽບ​ກັບ​ໄລຍະ​ດຽວ​ກັຂອງ​ປີ​ກາຍ​ນີ້​ແລ້ວ, ດິນ​ປູກ​ເຂົ້າ​ທີ່​ປະສົບ​ໄພ​ແຫ້ງ​ແລ້ງ​ໃນ​ປະຈຸ​ບັນ​​ໄດ້​ຫຼຸ​ດລົງ 50%."
ຕາມ​ການ​ຄາດ​ຄະ​ເນ​ຂອງອຸ​ຕິ​ນິຍົມ​ໃນ​ປະຈຸ​ບັນ​ແລະ​ສະພາບ​ການ​ຝົນຕົກ​ໃນ​ອະນາຄົດ, ທຳ​ມະ​ດາ​ແລ້ວ​ຫຼັງ​ວັນ​ທີ 20 ​ພຶດສະພາປີ​ນີ້, ພາກຕາ​ເວັນ​ຕົກ​ສຽງ​​ໃຕ້​ຈະ​ເຂົ້າ​ສູ່​ໄລຍະ​ຝົນຕົກ, ຮອດ​ເວລາ​ນັ້ນ, ສະພາບ​​​ແຫ້ງ​ແລ້ງ​ຢູ່​ເຂດ​ດັ່ງກ່າວ​ຈະ​ຫຼຸດ​ລົງ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ