ຍັງ​ອີກ 30 ວັນ​ກໍ່​ຈະ​ຮອດ​ມື້​ໄຂ​ງານ​ວາງ​ສະ​ແດງ​ໂລກ​ຊຽງ​ໄຮ​ແລ້ວ

(GMT+08:00) 2010-04-01 17:33:40     cri
ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ,ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ມື້​ນີ້​​ແມ່ນວັນ​ທີ 1 ​ເມສາ​ ແມ່ນ​ການ​ນັບ ​ຖອຍຫຼັງ30 ວັນສູ່​ມື້​ໄຂງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ແລ້ວ  , ງານ​ວາງສະ​ແດງ​ໂລກ​ທີ່​ມີ​ປະຫວັດ​ມາ​ເປັນເວລາ 159 ປີ​ ຈະ​ຈັດ​ຂຶ້ນຢູ່​ປະ​ເທດ​ທີ່​ພວມ​ພັດທະນາ​​ເທື່ອ​ທຳ​ອິດ. ​ເພື່ອ​ສະ​ແດງ​​ໃຫ້ຄົນ​​ທົ່ວໂລກ​ເຫັນງານ​ວາງສະ​ແດງ​ໂລກທີ່​ສຳ​ເລັດຜົນດີ​ເລີດ ຈົນ​ເຮັດ​ໃຫ້​ຄົນ​ລືມ​ບໍ່​ລົງ, ຄະນະ​ຈັດ​ຕັ້ງ,ພະນັກງານ​ແລະ​​ປະຊາຊົນ​ຊຽງ​ໄຮ​ທີ່​ມີ​ຄວາມ​ຫ້າວຫັນພວມ​ກຽມພ້ອມ​ຢ່າງ​ລະອຽດຮອບ​ຄອບ​ໃນ​​ໄລຍະ​ສຸດ​ທ້າຍ.ຕໍ່​ໄປ​ເຊີນ​ທ່ານ​ຟັງ​ລາຍ​ລະອຽດ​ກ່ຽວ​ກັບ​ເລື່ອງ​ນີ້: (ປ່ອຍ​ສຽງ 1)   ວັນ​ທີ 1 ​ເມສາ​ນີ້,​ໃນ​ທ່າມກາງສາຍ​ຝົນທີ່​ຕົກ​ຍິບໆ, ພະນັກງານ​ທີ່​ເຂົ້າ​ຮ່ວມງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ ໄດ້​ສາບານ​ຕົວ​ຢູ່​ສ​ະຫນາມຫຼວງຕໍ່ຫນ້າ​ຫໍ​ວາງສະ​ແດງ​ຈີນ​ໃນ​ເຂດ​ງານ​ວາ​ງະ​ແດງ​ໂລກ, ​ເຂົາ​ເຈົ້າ​ໄດ້​ທຳ​ການກະກຽມ ຢ່າງຮອບ​ຄອບ, ​ເພື່ອ​​ຕ້ອນຮັບ​ແຂກທີ່​ຈະ​ມາ​ຈາກ​ແຫ່ງ​ຕ່າງໆ​ດ້ວຍ​ການ​ບໍລິການ​ຢ່າງ​ມື​ອາຊີບ.    ງານ​ວາງສະ​ແດ​ງ​ໂລກ​ຊຽງ​ໄຮ​ເທື່ອ​ນີ້​ໄດ້​ດືງດູດ​​ເອົາ
 
 
242 ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ ມາ​ເຂົ້າ​ຮ່ວມ​ການວາງສະ​ແດງ​ເທື່ອ​ນີ້.    ປັດ​ຈຸ​ບັນ, ຫໍ​ວາງສະ​ແດງ​ຈີນ, ຫໍ​ວາງສະ​ແດງ​ຫຼັກ, ສູນ​ງານ​ວາງສະ​ແດງ​ໂລກ,ສູນ​ວັດ​ທະ​ນະ​ທຳ​ງານ​ວາງສະ​ແດງ​ໂລກ,ສິ່ງ​ກໍ່​ສ້າງ​ຢູ່​ເສັ້ນ​ຜ່າ​ກາງຂອງ​​ເຂດ​ງານ​ວາ​ງະ​ແດງ​ໂລກ​ແລະ​ສິ່ງ​ກໍ່​ສ້າງ​ຖາ​ວອນ​ອື່ນໆ​ໄດ້​ສ້າງ​ສຳ​ເລັດ​ແລ້ວ, ຫໍ​ວາງສະ​ແດງ​​ສ່ວນ​ຫຼາຍທີ່​ສ້າງ​ເອງ,ຫໍ​ວາງສະ​ແດງ​ວິ​ສາ​ຫະກິດ​ແລະ​ເຂດ​ແບບຢ່າງຂອງ​ຕົວ​ເມືອງ​ທີ່​ດີ​ທີ່​ສຸດ​ພວມ​ຕົບ​ແຕ່ງພາຍ​ໃນ​.
 
ຢູ່​ນອກ​ເຂດ​ງານ​ວາງສະ​ແດງ​ໂລ​ກ, ພື້ນຖານ​ໂຄງ​ລ່າງ​ສຳຄັນ​ຈຳນວນ​ໜຶ່ງ​ກໍ​ໄດ້​ສ້າງ​ສຳ​ເລັດ​ຢ່າງ​ຕໍ່​ເນື່ອງ​ໃນ​ມໍ່ໆ​ມາ​ນີ້ເລີ່​ມ​ເປີດ​ບໍລິການ. ຊຸມ​ທາງ​ຫົງ​ສຽນ​ເຊິ່ງ​ເປັນ​ກິດຈະການ​ຄົມມະນາຄົມ​ລະດັບ​ໂລກ​ໄດ້​ເລີ່​ມ​ເປີດ​ບໍລິການ​ຢ່າງ​ເປັນ​ທາງ​ການ​ແລ້ວ; ​ໂຄງການ​ປັບປຸງ​ວ້າຍຖ່ານຂະໜາດ​ໃຫຍ່​ກໍ່​ໄດ້​ເປີດ​ຕົວ​ດ້ວຍ​ຮູບ​ໂສມ​ອ່ຽມຢ່າງ​ຊ້າ, ຮອດກາງ​ເດືອນ​ເມສາ​ນີ້, ອຸ​ໂມງ​ຖະໜົນ​ຫຼົງ​ຢ້ຽວ​ຊຽງ​ໄຮ​ເຊິ່ງ​ເປັນ​ສິ່ງ​ກໍ່ສ້າ​ງຄົມມະນາຄົມ​ປະກອບ​​ເປັນຊຸດ​ຂອງ​ງານ​ວາງສະ​ແດງ​ໂລກ​ຈະ​ສ້າງ​ສຳ​ເລັດ​ແລະ​ເລີ່​ມ​ແລ່ນ​ລົດ​ແລ້ວ.

ທ່ານ​ຫົງ​ຮ້າວ, ຫົວໜ້າພະ​ແນ​ກງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ກ່າວ​ວ່າ, ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ​ຈະ​ເລີ່​ມລອງ​ເປັນ​ບໍລິການ​ໃນ​ວັນ​ທີ 20 ​ເມສາ​ນີ້, ​ເຂົາ​ເຈົ້າ​ຈະ​ທຳ​ການກະກຽມ​ເປັນ​ຢ່າງ​ດີ, ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ເຂດ​ວາງສະ​ແດງ​ໃຫ້ໝູນ​ເດີນດ້ວຍ, ​ປະສິດທິພາບ​ສູງ​​ແລະ​ຢ່າງ​ສະ​ດວກ​ຄ່ອງ​ແຄ້ວ, ​ແລະ​ຮັບ​ໃຊ້​ແຂກ​ທີ່​ມາ​ຊົມ​ງາມ​ດ້ວຍ​ຄຸນ​ນະພາ​ບດີ.
"ພວກ​ເຮົາ​ຈະ​ທົດ​ລອງ​ຢ່າງຮອບດ້ານ​ຕໍ່​ພື້ນຖານ​ໂຄງ​ລ່າງປະ​ເພດ​ຕ່າງໆ, ​ເຄື່ອງ​ໃຊ້ຕ່າງໆ​ໃນ​ຫໍ​ວາງສະ​ແດງ​ແລະ​ສິ່ງ​ກໍ່ສ້າງ​ບໍລິການ​ປະ​ເພດ​ຕ່າງໆ, ຮັບປະກັນ​ໃຫ້​ສິ່ງ​ເຫຼົ່າ​ນີ້ໝູນ​ເດີນ​ຢ່າງປອດ​ໄພ​ແລະ​ໝັ້ນ​ທ່ຽງ, ຮັບ​ຕ້ອນແຂກຜູ້​ມີ​ກຽດ, ບໍລິການ​ສື່​ມວນ​ຊົນ, ຈັດ​ຕັ້ງ​ກິດຈະກຳ​ຕ່າງໆ​, ການ​ເຊື່ອມ​ຕໍ່​ດ້ານ​ຄົມມະນາຄົມ​ແລະ​ການ​ຄຸ້ມ​ຄອງການ​ເດີນທາງ​ຂອງ​ນັກ​ທ່ອງ​ທ່ຽວ​ເປັນ​ຕົ້ນ, ຮັບປະກັນ​ໃຫ້ຈັດ​ວາງ​ຢ່າງຮອບ​ຄອບດີ; ​ວາງ​ແຜນການ​ຮັກສາ​ຄວາມ​ປອດ​ໄພ​​ໃນ​ເຂດ​ວາງ​ສະ​ແດງ​ໂລກ​ໃຫ້​ລະອຽດ​ຕື່ມ​ອີກ, ຮັບປະກັນ​ແຜນການ​ສຸກ​ເສີນ​ໃຫ້​ດີ, ຢ່າງ​ບໍ່​ມີ​ບ່ອນ​ຜິດພາດ, ກວດກາ​ຄວາມ​ປອດ​ໄພ​ຢ່າງຮອບ​ຄອບ."ທ່ານ​ອີ​ເຈິ້ງ​ເຊິ​ງ,​ເລຂາ​ຄະນະ​ພັກ​ນະຄອນ​ຊຽງ​ໄຮ​ກ່າວ​ວ່າ, ​ຄາດ ​ວ່າ, ພາຍ​ໃນ 184 ວັນ​ທີ່​ຈັດ​ງານ​ວາ​ງະ​ສ​ແດງ​ໂລກ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ​ນາໆ,​ແຕ່​ເມື່ອ​ທຸກ​ຝ່າຍ​​ພະຍາຍາມຮ່ວມ​ກັນ ແລ້ວ,ກໍ່​ຈະ​ບັນລຸ​ເປົ້າ​ຫມາຍ​ທີ່​ຈັດ​ງານ​ວາ​ງສະ​ແດງ​ໂລກ​ທີ່​ສຳ​ເລັດຜົນ​ສູງ​ທີ່​ເຮັດ​ໃຫ້​ຄົນ​ລືມ​ບໍ່​ລົງ​ຢ່າງ​ແນ່ນອນ.

ທ່ານ​ກ່າວ​ວ່າ:ການຈັດ​ງານ​ວາງສະ​ແດ​ງ​ໂລກ​ຢູ່​ຈີນ​ແມ່ນ​ຄວາມ​ຄອງ​ຄອຍ​ຂອງ​ປະຊາ​ຊາດ​ຈີນ​ໃນ​ຮ້ອຍ​ປີ​ມາ​ນີ້,​ແລະ​ກໍ່​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ເທື່ອ​ທຳ​ອິດ, 184 ວັນ​ຂອງ​ການວາງສະ​ແດງ​​ໂລກຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ລຳບາກຕ່າງໆ,ພວກ​ເຮົາ​ອາດ​ຈະ​ປະສົບ​ກັບ​ສິ່ງ​ທີ່​ຄາດຄຶດ​ບໍ່​ເຖິງ​ຫລາຍ​ຢ່າງ, ອາດ​ຈະ​ປະສົບ​ກັບ​ບັນຫາ​ທີ່​ບໍ່​ເຄີຍ​ພົບ​ຫລາຍ​ຢ່າງ, ​ແຕ່​ຂ້າພະ​ເຈົ້າ​ເຊື່ອ​ວ່າ, ​ແນວ​ໃດພວກ​ເຮົາ​ກໍ່ຈະສາມາດ​ສຳ​ເລັດ​​ເປົ້າ​ຫມາຍ​ຕາມ​ທີ່​ຄາດ​ໄວ້​​​ຢ່າງ​ແນ່ນອນ.​ມາ​ຮອດ​ປັດຈຸບັນ,ຜູ່​ຈັດ​ຕັ້ງ​ງານ​ວາງສະ​ແດງ​ໂລກ​ໄດ້​ຈັດ​ກິດຈະກຳ​ສັບປະດາ​ໂຄສະນາ​ເຜີຍ​ແຜ່​ຢູ່ 20 ກວ່າ​ປະ​ເທດ​ແລ້ວ, ປີ້​ເຂົ້າຊົມ​ງານ​ກໍ່​ຂາຍ​ໄປ​ແລ້ວ 22 ລ້ານ​​ໃບ,​ເຊິ່ງກວມ 93% ຂອງ​ເປົ້າ​ຫມາຍ​ທີ່​ຈະ​ຂາຍ​ປີ້ 24 ລ້ານ​ໃບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ