ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ຂອງປະ​ເທດ​ລຸ່ມ​ແມ່​ນ້ຳຂອງ​ຈັດ​ຂຶ້ນ​ຢູ່​ໄທ

(GMT+08:00) 2010-04-02 16:35:24     cri
ຕາມ​ຂ່າວ​CRI, ​ແຕ່​ວັນ​ທີ2ຮອດ​ວັນ​ທີ5​ເມສາ​ນີ້, ຢູ່​ຫົວ​ຫີນ, ຄະນະ​ກຳມະການ​ແມ່​ນ້ຳຂອງ​ທີ່​ປະກອບ​ດ້ວຍ​ປະ​ເທດ​ລຸ່ມແມ່​ນ້ຳຂອງ, ຄື, ລາວ, ​ໄທ, ຫວຽດນາມ, ​ແລະ​ກຳປູ​ເຈຍ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ. ສີ່​ປະ​ເທດ​ຈະ​ຫາລື​ບັນຫາ​ໄພ​ແຫ້ງ​ແລ້ງ​ໃນ​ລຸ່ມແມ່​ນ້ຳຂອງ​ຍ້ອນ​ລະດັບ​ນ້ຳຂອງ​ຫຼຸດ​ລົງ​ຫຼາຍ. ຈີນ​ແລະ​ມຽນມາ​ທີ່​ຂຶ້ນ​ກັບ​ລຸ່ມແມ່​ນ້ຳຂອງ​ເຊັ່ນ​ກັນ​ໄດ້​ສົ່ງ​ຜູ້​ແທນ​ເຂົ້າ​ຮ່ວມ​ປະຊຸມ​ໃນ​ນາມປະ​ເທດ​ຜູ້​ສັງ​ເກດ​ການ.

ອີງ​ຕາມ​ວາລະ​ປະຊຸມ, ​ແຕ່​ວັນ​ທີ2ຮອດ​ວັນ​ທີ3​ເມສາ​ນີ້, ຈະ​ຈັດ​ກອງ​ປະຊຸ​ມ ສາກົນ​ພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳຂ້າມ​ຊາດ​ພາຍ​ໃຕ້​ການ​ປ່ຽນ​ແປງ​ຂອງ​ໂລກ". ຜູ້​ຮ່ວມ​ປະຊຸ​ມຈະ​ຮ່ວມ​ກັນຫາ​ລື​ແລະ​ແລກປ່ຽນ​ບົດຮຽນ​ແລະ​ສົນ​ໃຈຮ່ວມ​ກັນ, ​ແລະ​ມີ​ຂໍ້​ສະ​ເໜີ​ໂດຍ​ແນ​ໃສ່​ປັບປຸງ​ການ​ພັດທະນາ​ແລະ​ການຄຸ້ມ​ຄອງ​ຊັບພະ​ຍາກອນ​ນ້ຳຂ້າມ​ຊາດ. ຖະ​ແຫຼ​ງການ​ຂອງ​ກອງ​ປະຊຸມ​ດັ່ງກ່າວ​ຈະ​ຍື່ນ​ໃຫ້​ກອງ​ປ​ະຊຸມ​ສຸດ​ຍອດ​ສີ່​ປະ​ເທດ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ5​ເມສາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ