ລັດຖະ​ບານ​ໄທ​ວາງ​ງົບ​ປະມານ1ຕື້300​ໂດ​ລາ​ຊ່ອຍ​ຊາວ​ກະສິ​ກອນ​ໃຊ້ໜີ້

(GMT+08:00) 2010-04-02 17:02:34     cri
ຕາມ​ຂ່າວCRI, ຫວ່າງ​ມໍ່ໆ​ມານີ້, ລັດຖະບານ​ໄທ​ໄດ້​ປະກາດ​ແຜນການ​ຊ່ອຍ​ເຫຼືອ​ຊາວ​ກະສິ​ກອນ​ສະ​ບັບ​ໜຶ່ງ. ອີງ​ຕາມ​ແຜນ​ການ​ດັ່ງກ່າວ, ລັດຖະບານ​ໄທ​ຈະ​ໃຊ້​ງົບປະ​ມານ​ຊ່ອຍ​ເຫຼືອ1ຕື້300​ໂດ​ລາ​ໃຫ້​ຊາວ​ກະສິ​ກອນ​ຂອງ​ໄທ​ໃຊ້ໜີ້​ຄືນ. ​ແຜນການ​ດັ່ງກ່າວ​ຈະ​ສະ​ເໜີ​ໃຫ້​ຄະນະ​ລັດ​ຖະບານ​ອະ​ນຸມັດ​ໃນ​ອາທິດ​ໜ້າ.

ອີງ​ຕາມ​ແຜນ​ການ, ໜີ້​ສິນ​ຂອງ​ຊາວ​ກະສິກອນ​ຈະ​ຫຼຸດ​ເຄິ່ງໜຶ່ງ, ​ແລະ​ຈະ​ໃຊ້​ເວລາ​15ປີ​ເພື່ອ​​ໃຊ້​ໜີ້​ອື່ນໆ. ນັກວິ​ຊາການ​ຂອງ​ມະຫາ​ວິທະຍາ​ໄລທຳ​ມະ​ສາດແຫ່ງ​ຊາດ​ໄທ​ກ່າວ​ວ່າ, ​ໃນ​ເວລາ​ກຳ​ອຳນາດ, ທ່ານ​ທັກສິນ ຊິນນະ​ວັດ, ອະດີດ​ນາຍົກ​ລັດຖະ​ມົນ​ຕີ​ໄທ​ທີ່​ກຸ່ມ​ເສື້ອ​ແດງ​ສະໜັບ​ສະໜູນ​ນັ້ນ, ກໍ່​​ເຄີຍ​ສະ​ເໜີ​ມາດ​ຕະການ​ແນວ​ນີ້​ເພື່ອ​ຊ່ອຍ​ເຫຼືອ​ຊາວ​ກະສິກ​ອນຜູ້​ທຸກ​ຍາກ, ສະ​ນັ້ນ​ທ່ານ​ທັກ​ສິນ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຫຼາຍ, ທ່ານ​ອະພິສິດ ​ເວດ​ຊະຊີວະ, ນາຍົກ​ລັດຖະ​ມົນຕີ​ໄທ​ກໍ່​ຢາກ​ໃຊ້​ມາດ​ຕະການ​ດັ່ງກ່າວ​ເພື່ອ​ຍາດ​ແຍ່ງ​ການສະ​ໜັບສະ​ໜູນ​ຂອງ​ຊາວ​ກະສິກອນ.

ແຕ່​ວ່າ, ບາງ​ຄົນ​ຕິຕຽນ​ວ່າ​ແຜນການ​ດັ່ງ​ກ່າວ​ແມ່ນ​ເງິນ​ອຸດ​ໜູ​ນອີກ​ຮູບ​ແບບ​ໜຶງ, ອາດ​ຈະ​ເຮັດ​ໃຫ້​ໄທ​ປະສົບ​ຜົນ​ຮ້າຍ​ອັນ​ໜັກໜ່ວງ, ​ໂດຍ​ສະ​ເພາະ​ຈະ​ເຮັດ​ໃຫ້​ຊາວ​ກະສິກ​ອນບໍ່​​ໄດ້​ຮັບປະ​ໂຫຍດຢ່າງ​ແທ້​ຈິງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ